Skip to main content

ລາວ-ຍີ່ປຸ່ນ ສືບຕໍ່ຮ່ວມມື ຈັດຕັ້ງປະຕິບັດໂຄງການ ITEAM3 ປັບປຸງຄຸນນະພາບການສຶກສາຄະນິດສາດປະຖົມ ທົ່ວປະເທດ

28/07/2026
ໃນວັນທີ 24 ກໍລະກົດ 2026 ທີ່ກະຊວງສຶກສາທິການ ແລະ ກິລາ, ໄດ້ຈັດພິທີລົງນາມເຊັນບົດທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືທາງວິຊາການ ສໍາລັບ “ໂຄງການເສີມສ້າງສະມັດຖະນະການສອນ ແລະ ການຮຽນຮູ້ສໍາລັບການສຶກສາຄະນິດສາດຂັ້ນປະຖົມ” (ITEAM3) ເປັນການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະ ກິລາ ກັບ ອົງການຮ່ວມມືຂອງຍີ່ປຸ່ນ (JICA) ໂດຍການຮ່ວມລົງນາມຂອງ ທ່ານ ປອ ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ທາຄາໂອະ ມະຣຸຢາມະ (Takao MARUYAMA), ຫົວໜ້າຄະນະສໍາຫຼວດເພື່ອຈັດທໍາແຜນລາຍລະອຽດ ອົງການ JICA, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ການລົງນາມຄັ້ງນີ້, ແມ່ນສືບຕໍ່ເນື່ອງມາຈາກການລົງສໍາຫຼວດ ແລະ ປຶກສາຫາລື ລະຫວ່າງ ຄະນະສໍາຫຼວດ JICA ແລະ ອໍານາດການປົກຄອງທີ່ກ່ຽວຂ້ອງຂອງ ສປປ ລາວ ໃນລະຫວ່າງວັນທີ 15-24 ກໍລະກົດ 2026 ເພື່ອຕົກລົງການປະຕິບັດງານ, ແຜນກິດຈະກໍາ ແລະ ບົດບາດຄວາມຮັບຜິດຊອບໃນການຈັດຕັ້ງໂຄງການ, ເຊິ່ງໂຄງການ ITEAM3 ໄດ້ຖືກຈັດຕັ້ງຂຶ້ນໂດຍສອດຄ່ອງກັບບຸລິມະສິດຂອງ ແຜນພັດທະນາຂະແໜງສຶກສາ ແລະ ກິລາ (ESSDP) 2026-2030 ທີ່ເນັ້ນໃສ່ການປັບປຸງຜົນການຮຽນຮູ້ໃນລະດັບຊັ້ນປະຖົມສຶກສາ, ໃນການເສີມສ້າງຄວາມຮູ້-ທັກສະຂອງຄູ ແລະ ການພັດທະນາລະບົບການພັດທະນາອາຊີບຄູຢ່າງຕໍ່ເນື່ອງ (CPD) ທີ່ອີງໃສ່ໂຮງຮຽນ.
ນອກຈາກນີ້, ໂຄງການຍັງເປັນສ່ວນໜຶ່ງທີ່ສໍາຄັນໃນການສະໜັບສະໜູນການຫັນປ່ຽນລະບົບການສຶກສາຊັ້ນປະຖົມຈາກລະບົບ 5 ປີ ໄປສູ່ລະບົບ 6 ປີ (ຕາມໂຄງສ້າງ 6+3+3) ຂອງ ສປປ ລາວ. ສຳລັບໂຄງການ ITEAM3 ແມ່ນໄດ້ມຸ່ງເນັ້ນໃສ່ການຍົກລະດັບການປະຕິບັດການສອນຄະນິດສາດຂັ້ນປະຖົມ ເພື່ອໃຫ້ຜົນການຮຽນຂອງນັກຮຽນດີຂຶ້ນຢ່າງມີຮູບປະທໍາ ໂດຍມີໄລຍະເວລາຈັດຕັ້ງປະຕິບັດປະມານ 48 ເດືອນ. ເຊິ່ງຈະເລີ່ມຕົ້ນປະຕິບັດໃນເດືອນມັງກອນ 2027 ມີ 3 ຫົວຂໍ້ຫຼັກດັ່ງນີ້: 1) ການປັບປຸງປື້ມແບບຮຽນ ແລະ ຄູ່ມືຄູ: ປັບປຸງປື້ມແບບຮຽນ ແລະ ຄູ່ມືຄູ ຄະນິດສາດ ຊັ້ນປີທີ 4 ຫາ ຊັ້ນປີທີ 6 ໃຫ້ມີຄວາມງ່າຍດາຍ, ເພີ່ມເວລາໃຫ້ໂອກາດນັກຮຽນໄດ້ແກ້ໂຈດ ແລະ ເຮັດແບບຝຶກຫັດຫຼາຍຂຶ້ນ, ສົ່ງເສີມການປະເມີນເພື່ອການຮຽນຮູ້, ພ້ອມທັງນໍາໃຊ້ເຕັກໂນໂລຊີ ເພື່ອໃຫ້ຄູເຂົ້າເຖິງວິດີໂອການສອນ ແລະ ຄູ່ມືຄໍາຕອບໄດ້ສະດວກ; 2) ການຝຶກອົບຮົມຄູຝຶກ ແລະ ຄູສອນ: ພັດທະນາສື່ຝຶກອົບຮົມ ແລະ ຝຶກອົບຮົມຄູຝຶກ ຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ວິທະຍາໄລຄູ ເພື່ອໄປຝຶກຕໍ່ໃຫ້ຄູຝຶກລະດັບແຂວງ ແລະ ຄູສອນຊັ້ນປີທີ 1 ຫາ ຊັ້ນປີທີ 6 ທົ່ວປະເທດ; 3) ການຂະຫຍາຍ ແລະ ຍົກລະດັບ: ເຜີຍແຜ່ ແລະ ຍົກລະດັບລະບົບ ທີ່ອີງໃສ່ໂຮງຮຽນ ສໍາລັບວິຊາຄະນິດສາດໃນ 35 ເມືອງເປົ້າໝາຍ ຂອງ 7 ແຂວງຄື: ອຸດົມໄຊ, ໄຊຍະບູລີ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຈໍາປາສັກ, ແລະ ອັດຕະປື, ພ້ອມທັງນໍາໃຊ້ແຜງຄວບຄຸມ(Dashboard) ເພື່ອຕິດຕາມຜົນການຮຽນຮູ້ ແລະ ການປະຕິບັດ.
ພາບ-ຂ່າວໂດຍ: ການຈະນາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ