ສະໂມສອນ ພີເອັມເອັດ ສ້າງປະຫວັດສາດ ຄອງຂັນຊະນະເລີດ ປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ປະຈຳປີ 2026
04/05/2026

ສະໂມສອນ ເທຄວັນໂດ ພີເອັມເອັດ ຫຼື PMS ຈາກບ້ານພະໂພ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກວາດ 11 ຫຼຽນຄຳ, 6 ຫຼຽນເງິນ ແລະ 8 ຫຼຽນທອງ ປະກາດສັກດາສ້າງຜົນງານຄັ້ງປະຫວັດສາດ ຄອງເຈົ້າຫຼຽນຄຳ ແລະ ຂັນລາງວັນຊະນະເລີດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ ຄັ້ງທີ 9 ປະຈຳປີ 2026 ຢ່າງຍິ່ງໃຫຍ່. ຂະນະທີ່ອັນດັບທີ 2 ຕົກເປັນສະໂມສອນ ມາສເຕີ ເລ້ ຫຼັງ ຍາດໄດ້ 9 ຫຼຽນຄຳ, 8 ຫຼຽນເງິນ ແລະ 7 ຫຼຽນທອງ.
ການແຂ່ງຂັນເທຄວັນໂດ ຊີງແຊ໋ມລະດັບຊາດ ຊີງຂັນປະທານສະຫະພັນເທຄວັນໂດແຫ່ງຊາດລາວ ຄັ້ງທີ 9 ຈັດຂຶ້ນໃນວັນທີ 2 ພຶດສະພາ 2026 ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບຂັນລາງວັນຂອງທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ, ທ່ານ ສີວັນກອນ ມະນີວັນ ຮອງປະທານທີ່ປຶກສາ ສະຫະພັນເທຄວັນໂດແຫ່ງຊາດລາວ ແລະ ທ່ານ ປອ ຈັນທະວົງ ປັນຍາສີລິ ເລຂາທິການສະຫະພັນເທຄວັນໂດແຫ່ງຊາດລາວ ພ້ອມດ້ວຍຄະນະນຳແຕ່ລະພາກສ່ວນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດນັກກິລາເຂົ້າຮ່ວມ.
ລາຍການນີ້ ມີນັກກິລາ ຈຳນວນ 388 ກວ່າ 20 ກວ່າສະໂມສອນ, ໃນນັ້ນ ມາຈາກແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງຄຳມ່ວນ ແລະ ແຂວງຈຳປາສັກ ສ່ວນທີ່ເຫຼືອ ມີການຊີງໄຊ 151 ລາຍການ ແມ່ນມາຈາກອ້ອມຂ້າງສູນກາງ ນະຄອນຫຼວງວຽງຈັນ
ຜ່ານການແຂ່ງຂັນຕະຫຼອດວັນ ຜົນປະກົດວ່າ: ສະໂມສອນ ເທຄວັນໂດ ພີເອັມເອັດ ຫຼື PMS ຈາກບ້ານພະໂພ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສາມາດກວາດ 11 ຫຼຽນຄຳ, 6 ຫຼຽນເງິນ ແລະ 8 ຫຼຽນທອງ ປະກາດສັກດາສ້າງຜົນງານຄັ້ງປະຫວັດສາດ ຄອງເຈົ້າຫຼຽນຄຳ ແລະ ຂັນລາງວັນຊະນະເລີດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ ຄັ້ງທີ 9 ປະຈຳປີ 2026 ຢ່າງຍິ່ງໃຫຍ່. ສ່ວນອັນດັບທີ 2 ຕົກເປັນສະໂມສອນ ມາສເຕີ ເລ້ ຫຼັງ ກວາດໄດ້ 9 ຫຼຽນຄຳ, 8 ຫຼຽນເງິນ ແລະ 7 ຫຼຽນທອງ ແລະ ອັນດັບທີ 3 ເປັນຂອງສະໂມສອນ ເທຄວັນໂດ ແຂວງຫຼວງພະບາງ ຍາດໄດ້ 9 ຫຼຽນຄຳ, 8 ຫຼຽນເງິນ ແລະ 4 ຫຼຽນທອງ.
ພາບ ແລະ ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ໝາຍເວ ແລະ ວິທະຍາໄລເຕັກນິກວິຊາຊີບ ວຽງຈັນ-ຮ່າໂນ້ຍ ລົງນາມຮ່ວມມືພັດທະນາທັກສະວິຊາຊີບໃຫ້ນັກສຶກສາ
- ຊາວໜຸ່ມ ສສກ ຈັບມື ສຊປລ ຈັດຕັ້ງປະຕິບັດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນອ່ອນຢູ່ເຂດຫ່າງໄກສອກຫຼີກ ນໍານ້ອງຄືນສູ່ໂຮງຮຽນ”
- ສະໂມສອນ ພີເອັມເອັດ ສ້າງປະຫວັດສາດ ຄອງຂັນຊະນະເລີດ ປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ປະຈຳປີ 2026
- ແຂ່ງຂັນລອຍນ້ຳເຍົາວະຊົນ ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ I ຊີງຫຼຽນຄຳ ຫົວໜ້າພະແນກສຶກສາ-ກິລາ ນວ ປີ 2026
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
ຂ່າວທີ່ອ່ານຫຼາຍ
- ໝາຍເວ ແລະ ວິທະຍາໄລເຕັກນິກວິຊາຊີບ ວຽງຈັນ-ຮ່າໂນ້ຍ ລົງນາມຮ່ວມມືພັດທະນາທັກສະວິຊາຊີບໃຫ້ນັກສຶກສາ
- ຊາວໜຸ່ມ ສສກ ຈັບມື ສຊປລ ຈັດຕັ້ງປະຕິບັດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນອ່ອນຢູ່ເຂດຫ່າງໄກສອກຫຼີກ ນໍານ້ອງຄືນສູ່ໂຮງຮຽນ”
- ສະໂມສອນ ພີເອັມເອັດ ສ້າງປະຫວັດສາດ ຄອງຂັນຊະນະເລີດ ປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ປະຈຳປີ 2026


