ລາວລີກ 2 ນະຄອນຫຼວງວຽງຈັນ ຈະລະເບີດຄວາມມັນອີກຄັ້ງຮອບ 4 ປີ
03/06/2026

ເປັນທາງການແລ້ວ ການແຂ່ງຂັນກິລາບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນ ຈະກັບມາແຂ່ງຂັນອີກຄັ້ງ ໃນຮອບ 4 ປີ. ຫຼ້າສຸດເມື່ອວັນທີ 28 ພຶດສະພາ 2026 ທີ່ສູນນກິລາ ໃນຮົ່ມລ້ານຊ້າງ ອິນດໍ ( ບ້ານດອນກອຍ ) ສະຫະພັນກິລາບານເຕະນະຄອນຫຼວງວຽງຈັນ (ສຕ.ນວ) ໄດ້ຈັດພິທີຖະແຫຼງຂ່າວຄວາມພ້ອມ ເປີດແຂ່ງຂັນກິລາບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນ 2026, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສິລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ປະທານທີ່ປຶກສາ ສຕ.ນວ, ທ່ານ ພັນທະຈິດ ອິນທິລາດ ປະທານ ສຕ.ນວ ພ້ອມດ້ວຍຄະນະບໍລິຫານງານ, ມີຕາງໜ້າຈາກ 6 ສະໂມສອນ ຮ່ວມ ລາວລີກ 2 ພ້ອມດ້ວຍບັນດາ, ຄູຝຶກ -ນັກກິລາ, ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນທຸກພາກສ່ວນເຂົ້າຮ່ວມ.
ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານ ສຕ.ນວ, ທັງເປັນຄະນະກໍາມະການຝ່າຍເຕັກນິກຈັດການແຂ່ງຂັນກິລາເຕະບານ ລາວລີກ 2 ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນກິລາບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນ ລະດູການ 2026 ຈະມີ 6 ສະໂມສອນເຂົ້າຮ່ວມແຂ່ງຂັນ ປະກອບມີ ສະໂມສອນ ເອັບຊີ ຈັນທະບູລີ, ສະໂມສອນ ພີທີເຄ ຢູໄນເຕັດ, ສະໂມສອນ ເຄພີເອັດ ເອັບຊີ, ສະໂມສອນ ເຄເອັມທີ ເອັບຊີ, ສະໂມສອນ ມິດິຄໍ ເອັບຊີ ຫຼື ສະໂມສອນ ສາທາລະນະສຸກ ແລະ ສະໂມສອນ ເອັສອີຊີ ຢູໄນເຕັດ
ການແຂ່ງຂັນ ແມ່ນຈະເລີ່ມເປີດສາກຢ່າງເປັນທາງການ ຕັ້ງແຕ່ວັນທີ 13 ມິຖຸນາ 2026 ເປັນຕົ້ນໄປ, ໂດຍຈະໃຊ້ສະໜາມກິລາຫຍ້າທຽມ ລ້ານຊ້າງ ອິນທຣາ ເປັນສະໜາມຊີງຄວາມເປັນໜຶ່ງ. ສໍາລັບລາງວັນຊະນະເລີດ (ອັນດັບ 1) ຈະໄດ້ຮັບຂັນ 1 ໜ່ວຍ, ຫຼຽນລາງວັນ ແລະ ເງິນສົດ 30,000,000 ກີບ ພ້ອມທັງໄດ້ຮັບສິດເລື່ອນຊັ້ນຂຶ້ນໄປຮ່ວມ ລາວລີກ 1 ລະດຸການ 2026-2027 ແລະ ລາຍການຕ່າງໆ ທີ່ທາງ ສຕລ ກໍານົດໃຫ້. ສ່ວນ ຮອງຊະນະເລີດ ຈະໄດ້ຮັບເງິນສົດ 15,000,000 ກີບ ແລະ ອັນດັບທີ 3 ຈະໄດ້ຮັບເງິນສົດ 10,000,000 ກີບ. ນອກນັ້ນ, ຍັງມີລາງວັນຄູຝຶກດີເດັ່ນ, ນັກເຕະດີເດັ່ນ (MVP), ຜູ້ຮັກສາປະຕູດີເດັ່ນ ແລະ ຜູ້ຍິງປະຕູສູງສຸດ ອີກດ້ວຍ.
ລາຍການນີ້ ສຕລ ໄດ້ຕອບສະໜອງງົບປະມານ ຈໍານວນ 60 ລ້ານກີບແລ້ວ ນອກນັ້ນ ກໍຍັງໄດ້ຮັບການສະໜັບສະໜູນຈາກບັນດາບໍລິສັດຕື່ມອີກ ຄື: ບໍລິສັດ ລາວ ໂຕໂຢຕ້າ ບໍລິການ 200 ລ້ານກີບ, ບໍລິສັດ ອິນທຣາ ກຣຸບ 100 ລ້ານກີບ, ບໍລິສັດ Lanexang prestige 100 ລ້ານກີບ, ບໍລິສັດ Exim logistics & service co.ltd 100 ລ້ານກີບ, ບໍລິສັດ ສຽນເສີງ ຈໍາກັດ 100 ລ້ານກີບ ແລະ ບໍລິສັດ Ping An EV ຈຳນວນ 100 ລ້ານກີບ ລວມມູນຄ່າ 760 ລ້ານກີບ.
ໃນພິທີຖະແຫຼ່ງຂ່າວ ຍັງໄດ້ມອບໃບຍ້ອງຍໍ ແລະ ເງິນລາງວັນໃຫ້ກັບທີມນັກກິລາ ບານເຕະຍິງ-ຊາຍ ແລະ ທີມຟຸດຊໍຂອງນະຄອນຫຼວງວຽງຈັນ ທີ່ສາມາດສ້າງຜົນງານໂດດເດັ່ນ ໃນການເຂົ້າຮ່ວມແຂ່ງຂັນງານນມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນວຽງຈັນ ເກມ ປີ 2025 ອີກດ້ວຍ.
ພາບ ແລະ ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ
- ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ
- ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
- ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
- ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026
- ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ




