Skip to main content

ຢູ-14 ເບ ສະຫວັນ ແລະ ຢູ-16 ເຄເອັມທີ ຄອງຂັນຊະນະເລີດ ເຕະບານຊີງຂັນປະທານຄະນະກຳມະການປົກຄອງເມືອງໄຊເຊດຖາ

03/06/2026
ຄະນະກໍາມະການປົກຄອງເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຮ່ວມກັບ ສະໂມສອນ ເບສະຫວັນ ຈັດກິດຈະກໍາເຕະບານ ແລະ ປູກຕົ້ນກິນໄມ້ຫຼາຍຊະນິດ ຂຶ້ນລະຫວ່າງວັນທີ 30-31 ພຶດສະພາ 2026 ທີ່ເດີ່ນກິລາຫຍ້າທຽມເບສະຫວັນ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມກິດຈະກໍາ ແລະ ມອບຫຼຽນລາງວັນມີ ທ່ານ ປອ ນາງ ບົວວອນ ສຸກລາເເສງ ກໍາມະການພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງໄຊເຊດຖາ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນນະຄອນຫຼວງ ເຂດເລືອກຕັ້ງເມືອງໄຊເຊດຖາ, ທ່ານ ກຸມພະວາ ຈຳປາສຸກ ຮອງເລຂາພັກເມືອງ, ປະທານຄະນະກຳມະການເມືອງໄຊເຊດຖາ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນກິລາບານເຕະຄົນພິການເເຫ່ງຊາດລາວ, ຮອງປະທານສະຫະພັນກິລາບານເຕະນະຄອນຫຼວງວຽງຈັນ ທັງເປັນປະທານບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ, ມີບັນດາຄະນະກໍາມະການພັກເມືອງໄຊເຊດຖາ, ຄູຝຶກ- ນັກກິລາ ແລະ ຜູ້ປົກຄອງເຂົ້າຮ່ວມ.
ທ່ານ ກຸມພະວາ ຈຳປາສຸກ ກ່າວວ່າ: ກິດຈະກຳຄັ້ງນີ້ ເປັນການສົ່ງເສີມນັກກິລາບານເຕະເຍົາວະຊົນເຫັນເຖິງຄວາມສໍາຄັນໃນການປູກຕົ້ນໄມ້ ບໍ່ສະເພາະແຕ່ໃນວັນທີ 1 ມິຖຸນາ ເທົ່ານັ້ນ, ແຕ່ທຸກຄົນສາມາດປູກໄດ້ທຸກໆວັນໃນໄລຍະລະດູຝົນ ຫຼື ໄລຍະເວລາທີ່ເໝາະສົມ ເນື່ອງຈາກວ່າການປູກ ແລະ ປົກປັກຮັກສາຕົ້ນໄມ້ ແມ່ນໜ້າທີ່ຂອງໝົດທຸກຄົນ ດັ່ງຄຳເວົ້າທີ່ວ່າ “ໜຶ່ງຄົນປູກໜຶ່ງຕົ້ນ ກໍຈະກາຍເປັນປ່າໃນອະນາຄົດ”.
ລາຍການນີ້ ມີການຊີງໄຊ 2 ຮຸ່ນຄື ຮຸ່ນອາຍຸບໍ່ເກີນ 14 ປີ ຫຼື ຢູ-14 ແລະ ຢູ-16 ທັງສອງຮຸ່ນມີທີມເຂົ້າຮ່ວມຫຼາຍກວ່າ 20 ທີມ ຈັດແບ່ງອອກເປັນ 8 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ຂະນະທີ່ ຮອບ 16 ທີມ ແລະ ຮອບ 8 ທີມ ແຂ່ງຂັນແບບຕັດເຊືອກ ເສຍຕົກຮອບ. ສ່ວນການແຂ່ງຂັນໃນຮອບ 4 ທີມ ກໍຄື ຮອບຮອງຊະນະເລີດ ທີມເສຍໄດ້ໄປຊີງອັນດັບທີ 3 ແລະ ທີມຊະນະໄປຊີງຊະນະເລີດ.
ຜ່ານການແຂ່ງຂັນປາກົດວ່າ: ຢູ-14 ກໍເປັນທີມເຈົ້າພາບ ສະໂມສອນ ເບ ສະຫວັນ ເອັບຊີ ສາມາດຄວ້າຂັນຊະນະເລີດມາຄອງຢ່າງງົດງາມ ບໍ່ເສຍໃຫ້ທີມໃດ ໂດຍໃນຮອບຊີງຊະນະເລີດເອົາຊະນະສະໂມສອນນ້ອງໂບ-ນ້ອງແບ້ງ ໄປໄດ້ສົມສັກສີ 3-1 ປະຕູ. ສ່ວນສະໂມສອນນ້ອງໂບ-ນ້ອງແບ້ງ ໄດ້ພຽງຮອງຊະນະເລີດ ແລະ ອັນດັບທີ 3 ຕົກເປັນທີມສະໂມສອນເຈົ້າຟິນ-ເຈົ້າແຟ້ງ.
ຂະນະທີ່ ຜົນການແຂ່ງຂັນ ຢູ-16 ແຊ໋ມເປັນຂອງ ສະໂມສອນ ເຄເອັມທີ, ອັນດັບທີ 2 ສະໂມສອນ ເບ ສະຫວັນ ເອັບຊີ ແລະ ອັນດັບທີ ເປັນຂອງທີມເຟຣນຊິບ.
ລາຍການນີ້ ຍັງມີລາງວັນນັກກິລາດີເດັ່ນ, ຜູ້ຍິງປະຕູໄດ້ຫຼາຍ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ ອີກດ້ວຍ.
ຂ່າວໂດຍ: ສົງການ ພັນແພດີ