ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລວິທະຍາສາດການກິລາ ກູບາ ຮ່ວມືດ້ານວິຊາການ, ເຕັກໂນໂລຊີ ແລະ ນະວັດຕະກຳດ້ານວິທະຍາສາດກິລາ
28/09/2026

ໃນວັນທີ 25 ກັນຍາ 2026 ທີ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ມີພິທີເຊັນສັນຍາການຮ່ວມມືຍົກລະດັບດ້ານວິຊາການ, ເຕັກໂນໂລຊີ ແລະ ນະວັດຕະກຳດ້ານວິທະຍາສາດກິລາ ລວມເຖິງການພັດທະນາບຸກຄະລາກອນ ໂດຍໃຫ້ກຽດຕ້ອນຮັບ ແລະ ລົງນາມເຊັນສັນຍາ ລະຫວ່າງ ທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານ ຊິວວາໂນ ເມີເຊດ ເລັນ (Silvano Merced Len) ອະທິການບໍດີ ມະຫາວິທະຍາໄລວິທະຍາສາດການກິລາ ແຫ່ງ ສາທາລະນະລັດກູບາ, ເຂົ້າຮ່ວມມີ ທ່ານ ນາງ ເອນນາ ເອສທີ ວຽນ ວາລເດສ ( Enna Esthher Viant Valdes) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດກູບາ ປະຈຳ ສປປ ລາວ, ພ້ອມຄະນະຮັບຜິດຊອບວຽກງານທັງສອງຝ່າຍເຂົ້າຮ່ວມ.
ການມາຢ້ຽມຢາມ ແລະ ຮ່ວມມືລົງນາມເຊັນສັນຍາໃນຄັ້ງນີ້, ຖືເປັນກ້າວໜຶ່ງ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງຊາດ ລາວ-ກູບາ ໃຫ້ເລິກເຊິ້ງ ແລະ ມີຜົນອອກມາຢ່າງເປັນຮູບປະທໍາ, ໂດຍສະເພາະການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ວິທະຍາສາດການກິລາ ແຫ່ງ ສາທາລະນະລັດ ກູບາ ເພາະກູບາ ຖືເປັນປະເທດທີ່ມີຊື່ສຽງ, ມີຄວາມໂດດເດັ່ນ ແລະ ມີຄວາມຊ່ຽວຊານ ທາງດ້ານວິທະຍາສາດການກິລາ ແລະ ການພັດທະນານັກກິລາມືອາຊີບ, ການພົບປະປຶກສາຫາລື ແລະ ການເຊັນສັນຍາຮ່ວມມືທາງວິຊາການຄັ້ງນີ້ ມີຄວາມສໍາຄັນຫຼາຍເພື່ອເສີມສ້າງຂະແໜງການກິລາຂອງສອງຝ່າຍ ຄື: ການແລກປ່ຽນບົດຮຽນ ແລະ ຄວາມຮູ້ທາງດ້ານວິຊາການ: ເທັກໂນໂລຊີ ແລະ ນະວັດຕະກໍາ ດ້ານວິທະຍາສາດການກິລາ; ການພັດທະນາບຸກຄະລາກອນ ໂດຍຍົກລະດັບສັກກະຍະພາບຂອງຄູ-ອາຈານ, ນັກຄົ້ນຄວ້າ, ຄູຝຶກ ແລະ ນັກກິລາ; ສົ່ງເສີມການແລກປ່ຽນ ໂດຍການແລກປ່ຽນນັກສຶກສາ, ຜູ້ຊ່ຽວຊານ ແລະ ການຈັດໂຄງການຄົ້ນຄວ້າວິທະຍາສາດຮ່ວມກັນໃນອະນາຄົດ. ເຊື່ອໝັ້ນວ່າ ສັນຍາຮ່ວມມືຄັ້ງນີ້ ຈະບໍ່ແມ່ນພຽງແຕ່ເອກະສານທາງດ້ານນິຕິກໍາເທົ່ານັ້ນ, ແຕ່ຈະເປັນບ່ອນອ້າງອີງ ແລະ ຊຸກຍູ້ ທີ່ນໍາໄປສູ່ການປະຕິບັດຕົວຈິງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຜົນປະໂຫຍດຂອງທັງສອງສະຖາບັນການສຶກສາ.
ພ້ອມດຽວກັນນັ້ນ, ທັງສອງຝ່າຍຍັງໄດ້ພົບປະຫາລືລາຍງານສະພາບການສຶກສາຢູ່ພາຍໃນມະຫາວິທະຍາໄລແຫ່ງຊາດ ລາວ ແລະ ມະຫາວິທະຍາໄລວິທະຍາສາດການກິລາ ແຫ່ງ ສາທາລະນະລັດ ກູບາ ໂດຍທັງສອງຟ່າຍໄດ້ເນັ້ນໃສ່ການແລກປ່ຽນບົດຮຽນ, ຄວາມຮູ້ ແລະ ເຕັກໂນໂລຊີດ້ານວິທະຍາສາດການກິລາ, ການພັດທະນາຄູ-ອາຈານ, ນັກຄົ້ນຄວ້າ, ຄູຝຶກ ແລະ ນັກກິລາ ລວມເຖິງການແລກປ່ຽນນັກສຶກສາ ແລະ ຜູ້ຊ່ຽວຊານ. ນອກຈາກນັ້ນ, ສອງສະຖາບັນຍັງຈະຮ່ວມກັນສົ່ງເສີມການຄົ້ນຄວ້າ ແລະ ຈະດຳເນີນໂຄງການວິຊາການຮ່ວມກັນໃນອະນາຄົດ, ນີ້ຖືເປັນພື້ນຖານສຳຄັນ ໃນການນຳເອົາຄວາມຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລວິທະຍາສາດການກິລາຂອງກູບາ ໄປສູ່ການປະຕິບັດຢ່າງເປັນຮູບປະທຳ, ພ້ອມທັງສົ່ງເສີມການພັດທະນາວິຊາການ ແລະ ກິລາຂອງສອງຝ່າຍ ແລະ ທີ່ເປັນອີກກ້າວໜຶ່ງໃນການເສີມສ້າງສາຍພົວພັນຂອງສອງສະຖາບັນ ກໍຄື ສອງປະເທດລາວ-ກູໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ພາບ-ຂ່າວ: ບົວລະພາ
ຂ່າວຫຼ້າສຸດ
- ວລ ເຕັກນິກປາກປ່າສັກ ສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ ສົກຮຽນ 2025-2026 ພ້ອມໄຂສົກຮຽນໃໝ່ 2026-2027
- ສວສ ກວດຜ່ານປຶ້ມແບບຮຽນ ແລະ ຄູ່ມືຄູ ກ່ຽວກັບລະເບີດບໍ່ທັນແຕກ ຊັ້ນມັດທະຍົມສຶກສາຕອນຕົ້ນ
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ພັດທະນາຄູ່ມືແນະນຳໃໝ່ ທີ່ຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ ເພື່ອການສະໜັບສະໜູນນັກຮຽນທຸກຄົນ
- ໂຮງຮຽນ ຊັບປັນຍາ ຈັດກິດຈະກຳສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງຄຶກຄື້ນ
- ຄະນະວິທະຍາສາດທຳມະຊາດ ມຊ ແຂ່ງຂັນກິລາບານເຕະຊາຍ ມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ຢ່າງຟົດຟື້ນ
- ສສກ ຍ້ອງຍໍຜູ້ຕາງໜ້າ JICA ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ


