Skip to main content

ສວສ ກວດຜ່ານປຶ້ມແບບຮຽນ ແລະ ຄູ່ມືຄູ ກ່ຽວກັບລະເບີດບໍ່ທັນແຕກ ຊັ້ນມັດທະຍົມສຶກສາຕອນຕົ້ນ

05/10/2026
ໃນວັນທີ 5 ຕຸລາ 2026 ນີ້, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຂຽນ ແລະ ກວດຜ່ານປຶ້ມແບບຮຽນ ແລະ ຄູ່ມືຄູ ຄວາມຮູ້ກ່ຽວກັບລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ສຳລັບຊັ້ນມັດທະຍົມສຶກສາຕອນຕົ້ນ ຂຶ້ນທີ່ແຂວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊລບ), ມີຜູ້ແທນ, ນັກວິຊາການ, ຄູ-ອາຈານ ແລະ ນັກຂຽນຈາກຫຼາຍພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອນຳເນື້ອໃນປຶ້ມແບບຮຽນ ແລະ ຄູ່ມືຄູ ມາທົບທວນ, ກວດຜ່ານ, ປັບປຸງ ແລະ ພັດທະນາໃຫ້ມີຄວາມຖືກຕ້ອງ, ຊັດເຈນ, ກະທັດຮັດ, ເໝາະສົມກັບໄວ ແລະ ລະດັບຊັ້ນຂອງນັກຮຽນ ເພື່ອໃຫ້ສາມາດນຳໄປໃຊ້ໃນການຮຽນ-ການສອນໄດ້ຢ່າງມີປະສິດທິພາບ.
ພ້ອມນັ້ນ, ໃນທີ່ປະຊຸມ ໄດ້ເນັ້ນໜັກໃຫ້ມີການສອດແຊກຄວາມຮູ້ກ່ຽວກັບລະເບີດບໍ່ທັນແຕກເຂົ້າໃນຫົວຂໍ້ ຫຼື ເນື້ອໃນວິຊາທີ່ກ່ຽວຂ້ອງຢ່າງມີລະບົບ ແທນການກຳນົດເປັນບົດຮຽນແຍກຕ່າງຫາກ. ພ້ອມດຽວກັນນີ້, ຍັງໄດ້ໃຫ້ຄວາມສຳຄັນຕໍ່ການກຳນົດຈຸດປະສົງ, ເນື້ອໃນ, ຄຳສັບ, ສື່ ແລະ ອຸປະກອນ ໃຫ້ຄົບຖ້ວນ, ຖືກຕ້ອງຕາມຫຼັກວິຊາການ ແລະ ຫຼັກພາສາລາວ ໂດຍເນັ້ນໃສ່ກິດຈະກຳການຮຽນຮູ້ແບບເອົານັກຮຽນເປັນໃຈກາງ.
ທັງນີ້, ຜ່ານມາ, ສວສ ໄດ້ດຳເນີນການປຶກສາຫາລື, ທົບທວນຫຼັກສູດ ແລະ ຂຽນປຶ້ມແບບຮຽນພ້ອມທັງຄູ່ມືຄູສະບັບຮ່າງມາແລ້ວ. ສິ່ງທີ່ພິເສດກວ່ານັ້ນ, ເນື້ອໃນຄວາມຮູ້ທີ່ຜ່ານການປັບປຸງໃນຄັ້ງນີ້ ຈະຖືກນຳໄປພິຈາລະນາ ແລະ ສອດແຊກເຂົ້າໃນຫຼັກສູດການສຶກສາໃໝ່ ລະບົບ 6-3-3 ທີ່ກຳລັງຢູ່ໃນຂັ້ນຕອນການປັບປຸງ ເພື່ອຮັບປະກັນຄວາມຍືນຍົງ ແລະ ຊ່ວຍສ້າງຄວາມຮູ້, ທັກສະການປ້ອງກັນຕົນເອງ ລວມທັງການນຳໄປປະຍຸກໃຊ້ໃນຊີວິດປະຈຳວັນໃຫ້ແກ່ນັກຮຽນລາວທຸກຖ້ວນໜ້າ.
ກອງປະຊຸມໃນຄັ້ງນີ້ ແມ່ນຈະດຳເນີນລະຫວ່າງວັນທີ 5-9 ຕຸລາ 2026 ຈຶ່ງຈະສຳເລັດ.
ພາບ-ຂ່າວ: ສວສ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ