ວລ ເຕັກນິກປາກປ່າສັກ ສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ ສົກຮຽນ 2025-2026 ພ້ອມໄຂສົກຮຽນໃໝ່ 2026-2027
05/10/2026

ວິທະຍາໄລເຕັກນິກປາກປ່າສັກ ຈັດພິທີສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກຮຽນ 2025-2026 ແລະ ໄຂສົກຮຽນໃໝ່ ສົກຮຽນ 2026-2027 ຢ່າງເປັນທາງການ ໃນຕອນເຊົ້າວັນທີ 2 ຕຸລາ 2026 ທີ່ວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບປະກາສະນີຍະບັດຂອງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາໄລເຕັກນິກ ປາກປ່າສັກ ພ້ອມດ້ວຍຄະນະອຳນວຍການ, ແຂກຖືກເຊີນຈາກບັນດາກົມ, ວິທະຍາໄລ, ບໍລິສັດຫ້າງຮ້ານ ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນ້ອງນັກສຶກສາຢ່າງພ້ອມພຽງ.
ໃນພິທີ, ທ່ານ ໂພໄຊ ບູລົມ ໄດ້ລາຍງານການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກຮຽນ 2025-2026 ໃຫ້ຮູ້ວ່າ: ວິທະຍາໄລເຕັກນິກປາກປ່າສັກ ໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກຮຽນ 2025-2026 ເລີ່ມແຕ່ເດືອນກັນຍາ 2025 ເຖິງ ເດືອນສິງຫາ 2026 ໂດຍໄດ້ຕັ້ງໜ້າຜັນຂະຫຍາຍຄາດໝາຍຍຸດທະສາດຂອງກົມອາຊີວະສຶກສາ ສຸມໃສ່ການຂະຫຍາຍເຄືອຂ່າຍການຮ່ວມມືກັບສະຖານປະກອບການ ເພື່ອຍົກລະດັບຄຸນນະພາບການຮຽນ-ການສອນ ທີ່ເນັ້ນການຝຶກປະຕິບັດຕົວຈິງ. ພ້ອມນັ້ນ, ທາງວິທະຍາໄລໄດ້ເລີ່ມນຳໃຊ້ຫຼັກສູດລວມທີ່ໄດ້ຮັບອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ ໃນ 28 ຫຼັກສູດທີ່ເປັນບູລິມະສິດເຂົ້າໃການຮຽນ-ການສອນໃນຊັ້ນປີທີ 1, ວິທະຍາໄລສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 30 ຫຼັກສູດ ໃນນັ້ນມີຫຼັກສູດໃໝ່ 16 ຫຼັກສູດ ແລະ ຫຼັກສູດເກົ່າທີ່ຍັງບໍ່ທັນໄດ້ຮັບການປັບປຸງມີ 06 ຫຼັກສູດ, ຫຼັກສູດຕໍ່ເນື່ອງ 03 ຫຼັກສູດ ແລະ ຫຼັກສູດໄລຍະສັ້ນລະດັບ 1 ມີ 05 ຫຼັກສູດ ໂດຍແບງອອກເປັນ 5 ລະບົບການຮຽນຄື: ວິຊາຊີບລະດັບ 1 ລະບົບ 4 ເດືອນ, ຊັ້ນກາງລະບົບ 9+3, ຊັ້ນກາງ ລະບົບ 12+2, ຊັ້ນສູງ ລະບົບ 12+3 ແລະ ຊັ້ນສູງລະບົບຕໍ່ເນື່ອງ 12+2+1.
ຜ່ານການຈັດຕັ້ງການຮຽນ-ການສອນໃນສົກຮຽນຜ່ານມາ ມີຜູ້ຮຽນຈົບ ແລະ ໄດ້ຮັບປະກາສະນີຍະບັດທັງໝົດ 334 ຄົນ, ຍິງ 174 ຄົນ ໃນນີ້ແບ່ງເປັນ ຊັ້ນກາງ ລະບົບ 9+3 ຈຳນວນ 11 ຄົນ; ຊັ້ນກາງ ລະບົບ 12+2 ຈຳນວນ 162 ຄົນ, ຍິງ 81 ຄົນ; ຊັ້ນສູງ ລະບົບ 12+3 ຈຳນວນ 97 ຄົນ, ຍິງ 60 ຄົນ; ຊັ້ນສູງຕໍ່ເນື່ອງ ລະບົບ 12+2+1 ຈຳນວນ 64 ຄົນ, ຍິງ 33 ຄົນ.
ຄຽງຄູ່ກັບຜົນສຳເລັດດ້ານການຈັດຕັ້ງການຮຽນ-ການສອນ ພວກເຮົາຍັງໄດ້ຈັດຕັ້ງປະຕິບັດ ແລະ ນໍາໃຊ້ລະບົບຖານຂໍ້ມູນເອເລັກໂຕຣນິກ (EMIS) ເຂົ້າໃນການບໍລິຫານງານ, ສາມາດຈັດເກັບ ແລະ ຕິດຕາມຂໍ້ມູນຄູ-ນັກສຶກສາ ໄດ້ຢ່າງເປັນລະບົບ, ຫຼຸດຜ່ອນຂັ້ນຕອນເອກະສານ ແລະ ຍົກສູງຄວາມວ່ອງໄວໃນການປະສານງານ; ໄດ້ຮັບການຝຶກອົບຮົມລະບົບຄຸ້ມຄອງຖານຂໍ້ມູນຂອງ ພະນັກງານບຸກຄະລາກອນ ລະບົບຄຸ້ມຄອງຖານຂໍ້ມຸນ PMIS ຂອງກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ລະບົບຂໍ້ມູນຄຸ້ມຄອງພະນັກງານ ແລະ ນັກສຶກສາອາຊີວະສຶກສາ (TVET-MIS), ລະບົບຂໍ້ມູນບັນຊີເງິນເດີອນພະນັກງານຖານຂໍ້ມູນ(WMIS); ໄດ້ສ້າງກົນໄກການຮ່ວມມືກັບໂຄງການ, ພາກທຸລະກິດສະຖານປະກອບການ ເພື່ອລະດົມທຶນ, ວັດຖຸອຸປະກອນ ແລະ ທຶນການສຶກສາ ພ້ອມທັງສົ່ງເສີມການສ້າງລາຍຮັບວິຊາການຈາກການບໍລິການສັງຄົມ ເຊັ່ນ: ການຮັບເໝົາບໍລິການຈາກພາຍນອກ, ບໍລິການດ້ານຫ້ອງປະຊຸມ, ສະໂມສອນ, ຫ້ອງຮຽນ, ຫ້ອງປະຕິບັດ, ການບໍລິການອາຫານ ແລະ ເຄື່ອງດື່ມພາຍໃນ ແລະ ນອກສະຖານທີ່; ໄດ້ຮັບອາສາສະໝັກໂຄງການໄຈກາ 1 ທ່ານ ເຂົ້າມາຊ່ວຍພັດທະນາການຮຽນ-ການສອນ, ປັບປຸງສື່ການຮຽນ-ການສອນ ພາກວິຊາໄຟຟ້າ-ເອເລັກໂຕນິກ; ໄດ້ຮ່ວມມືກັບ Tongren Polytechnic College ສປ ຈີນ ໃນໄລຍະຜ່ານມາແມ່ນໄດ້ຮັບຄູແລກປ່ຽນໃນການສອນພາສາຈີນ ປະຈໍາສູນພາສາຈີນ 1 ຄົນຕໍ່ປີ, ມີການປະສານງານກັນທາງດ້ານຫຼັກສູດຜ່ານສື່ອອນລາຍ, ແລະ ສະໜອງທຶນໃຫ້ແກ່ກັບນັກຮຽນ-ນັກສຶກສາເພື່ອກຽມພາສາຈີນ; ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ-ອາຈານຈຳນວນ 5 ທ່ານ ເພື່ອເປັນຄູຝຶກໃນການຝຶກອົບຮົມກ່ຽວກັບທັກສະຊີວິດ; ຄູ-ອາຈານໄດ້ຮັບການພັດທະນາຢ່າງທົ່ວເຖິງ ໂດຍສະເພາະຄູສາຂາວິຊາລົດຍົນພະລັງງານໃໝ່ (EV), ສາຂາວິຊາປຸງແຕ່ງອາຫານຫວຽດນາມ, ເຂົ້າໜົມອົບ, ກາເຟ ແລະ ເຄື່ອງດື່ມ ຜ່ານການຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ຢ່າງເປັນລະບົບ ເພື່ອມາຖ່າຍທອດໃຫ້ແກ່ນັກສຶກສາຢ່າງມີປະສິດທິພາບ.
ທ່ານຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ລາຍງານໃຫ້ຮູ້ຕື່ມວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າ ແມ່ນຈະສືບຕໍ່ການລົງແນະນຳອາຊີບໃຫ້ນັກຮຽນຢູ່ບັນດາໂຮງຮຽນມັດທະຍົມຕອນຕົ້ນ, ຕອນປາຍ ພາຍໃນ 9 ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ແລະ 8 ແຂວງ (4 ແຂວງພາກເໜືອ ແລະ 4 ແຂວງພາກໃຕ້) ແລະ ໂຄສະນາໃນແພຼດຟອມຕ່າງໆ ໃນສື່ອອນລາຍ, ລະບົບໂທລະໂຄ່ງປະຊາສໍາພັນບ້ານ, ວິທະຍຸກະຈາຍສຽງແຫ່ງຊາດ, ການເຮັດຄຣິບສຽງໂຄສະນາເປັນ MP3 ແລະ ລົງໂຄສະນາຜ່ານກຸ່ມ WhatsApp, Messenger, facebook, Poster, Tictok, ລົງຂ່າວ, ສາທິດການປະຕິບັດ, ໄລສົດກ່ຽວກັບການເຂົ້າຮຽນວິຊາຊີບອາຊີວະສຶກສາ; ຈັດກິດຈະກຳເປີດບ້ານເພື່ອໃຫ້ນັກຮຽນສາມັນໄດ້ເຂົ້າມາທັດສະນະສຶກສາ ແລະ ສຳພັດການຈັດການຮຽນ-ການສອນວິຊາຊີບໃນວິທະຍາໄລ; ສືບຕໍ່ຮ່ວມມືກັບໂຄງການເພື່ອຂະຫຍາຍການຈັດຕັ້ງການຮຽນ-ການສອນໃນຫຼັກສູດການຮຽນ-ການສອນຮູບແບບ DCT ແລະ WBL ຮ່ວມກັບສະຖານປະກອບການສໍາລັບສາຂາວິຊາທີ່ມີຄວາມສອດຄ່ອງ; ສືບຕໍ່ສ້າງແຜນພັດທະນາຜູ້ບໍລິຫານ, ພະນັກງານ ແລະ ຄູສອນ ໄລຍະສັ້ນ ແລະ ໄລຍະຍາວ; ຝຶກອົບຮົມການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການຮຽນ-ການສອນໃຫ້ແກ່ຄູ-ອາຈານ; ສ້າງວິດີໂອປະກອບການຮຽນ-ການສອນ ແລະ ຈັດການສອນແບບອອນລາຍໃນສາຂາວິຊາທີ່ມີເງື່ອນໄຂ ແລະ ອື່ນໆ.
ໃນພິທີອັນມີຄວາມໝາຍສຳຄັນຄັ້ງນີ້, ທາງວິທະຍາໄລຍັງໄດ້ມອບໃບຍ້ອງຍໍໃຫ້ກັບນັກສຶກສາທີ່ມີຜົນການຮຽນດີເດັ່ນ ຈຳນວນໜຶ່ງ ແລະ ນັກສຶກສາກໍໄດ້ມອບເງິນບູລະນະວິທະຍາໄລ ຈຳນວນ 24,270,000 ກີບ ອີກດ້ວຍ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
















