ຄະນະວິທະຍາສາດທຳມະຊາດ ມຊ ແຂ່ງຂັນກິລາບານເຕະຊາຍ ມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ຢ່າງຟົດຟື້ນ
02/10/2026

ໜ່ວຍຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊາຍ (7 ຮັບ 1) ແບບມິດຕະພາບ 4 ພາກສ່ວນຂຶ້ນເມື່ອວັນທີ 30 ກັນຍາ ຜ່ານມາ ທີ່ເດີ່ນບານເຕະ ຫຍ້າທຽມ ສາທິດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ຮສ.ປອ ນາງ ວັນແສງ ຈູນລະມານີ ຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ປອ ສອນໄຊ ຊົງວິໄລ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ປອ ເພັງໄຊ ດີວັນໄຊ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຕາງໜ້າຄະນະບໍລິຫານງານຊາວໝຸ່ມ ມຊ, ບໍລິສັດ Sonsacksith Exploration and Mining ຈຳກັດ ແລະ ບໍລິສັດ GeoX ຈຳກັດ ພ້ອມດ້ວຍຄູອາຈານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງເບີກບານ ແລະ ມ່ວນຊົນ.
ກິດຈະກຳດັ່ງກ່າວຈັດຂຶ້ນເພື່ອເປັນການັດແໜ້ນຄວາມສາມັກຄີ ແລະ ສ້າງບັນຍາກາດຟົດຟື້ນ ລະຫວ່າງ ທີມບານເຕະແຂບງານສຶກສາ ແລະ ທີມບານເຕະແຂບງານຜູ້ປະກອບການ, ພ້ອມທັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດ ທີ 7 ຕຸລາ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026) ແລ ຂໍ່ານັບຕ້ອນຮັບວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ (5 ພະຈິກ 1996 – 5 ພະຈິກ 2026) ທີ່ກຳລັງຈະມາເຖິງ ໂດຍໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດ ຈິໂອເອັດ ຄວນເຊີເທິນ ຈຳກັດຜູ້ດຽວ ແລະ ບໍລິສັດ ສອນສັກສິດ ເອັສໂປຼເຣຊັນ ແອນ ມາຍນິງ ຄວນເຊີເທິນ ຈຳກັດຜູ້ດຽວ.
ການແຂ່ງຂັນມິດຕະພາບ 4 ພາກສ່ວນໃນຄັ້ງນີ້ ປະກອບມີ: ທີມຊາວໜຸ່ມຮາກຖານ ສຳນັກງານຜູ້ອຳນວຍການໃຫຍ່ ມຊ, ທີມຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ, ທີມບໍລິສັດ ຈິໂອເອັດ ຄວນເຊີເທິນ ຈຳກັດຜູ້ດຽວ ແລະ ທີມບໍລິສັດ ສອນສັກສິດ ເອັສໂປຼເຣຊັນ ແອນ ມາຍນິງ ຄວນເຊີເທິນ ຈຳກັດຜູ້ດຽວ.
ກິດຈະກຳດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ເສີມສ້າງຄວາມສຳພັນອັນດີງາມລະຫວ່າງ ທາງ ມຊ ແລະ ພາກທຸລະກິດເອກະຊົນ ຜ່ານການແຂ່ງຂັນຜົນປະກົດວ່າ ຊະນະເລີດ ທີມຊາວໜຸ່ມຮາກຖານ ສຳນັກງານຜູ້ອຳນວຍການໃຫຍ່ ມຊ, ອັນດັບທີ 2 ທີມຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ແລະ ອັນດັບທີ 3 ຮ່ວມ ທີມບໍລິສັດ ຈິໂອເອັດ ຄວນເຊີເທິນ ຈຳກັດຜູ້ດຽວ ແລະ ທີມບໍລິສັດ ສອນສັກສິດ ເອັສໂປຼເຣຊັນ ແອນ ມາຍນິງ ຄວນເຊີເທິນ ຈຳກັດຜູ້ດຽວ.
ພາບ-ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ວລ ເຕັກນິກປາກປ່າສັກ ສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ ສົກຮຽນ 2025-2026 ພ້ອມໄຂສົກຮຽນໃໝ່ 2026-2027
- ສວສ ກວດຜ່ານປຶ້ມແບບຮຽນ ແລະ ຄູ່ມືຄູ ກ່ຽວກັບລະເບີດບໍ່ທັນແຕກ ຊັ້ນມັດທະຍົມສຶກສາຕອນຕົ້ນ
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ພັດທະນາຄູ່ມືແນະນຳໃໝ່ ທີ່ຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ ເພື່ອການສະໜັບສະໜູນນັກຮຽນທຸກຄົນ
- ໂຮງຮຽນ ຊັບປັນຍາ ຈັດກິດຈະກຳສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງຄຶກຄື້ນ
- ຄະນະວິທະຍາສາດທຳມະຊາດ ມຊ ແຂ່ງຂັນກິລາບານເຕະຊາຍ ມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ຢ່າງຟົດຟື້ນ
- ສສກ ຍ້ອງຍໍຜູ້ຕາງໜ້າ JICA ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ



