Skip to main content

ໂຮງຮຽນ ຊັບປັນຍາ ຈັດກິດຈະກຳສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງຄຶກຄື້ນ

05/10/2026
ໂຮງຮຽນ ສາມັນສຶກສາ ຊັບປັນຍາ ເຂດບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈັດງານສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994–7 ຕຸລາ 2026) ເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນ ເພື່ອຫວນຄືນເຖິງຂະບວນວິວັດທະນາການ, ຄຸນງາມຄວາມດີ ແລະ ບຸນຄຸນອັນໃຫຍ່ຫຼວງຂອງຄູ-ອາຈານ ທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງ ໃນການອົບຮົມສັ່ງສອນ ແລະ ສຶກສາຮ່ຳຮຽນໃຫ້ທຸກອາຊີບທຸກຊັ້ນຄົນ ຂອງພໍ່ແມ່ປະຊາຊົນບັນດາເຜົ່າກາຍເປັນບຸກຄະລາກອນທີ່ມີຄຸນນະພາບຂອງຊາດ.
ເມື່ອວັນທີ 2 ຕຸລາ 2026 ຜ່ານມາ ທີ່ໂຮງຮຽນ ຊັບປັນຍາ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແດນນ້ຽວ ລິ້ມ ຜູ້ກໍ່ຕັ້ງ ໂຮງຮຽນ ຊັບປັນຍາ ແລະ ທ່ານ ນາງ ຈິນດາ ພິມເຕຊາ ຜູ້ອຳນວຍການໂຮງຮຽນ ຊັບປັນຍາ, ມີບັນດາຄະນະອຳນວຍການ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງໆນັກຮຽນທຸກຊັ້ນຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພີທີ, ກໍໄດ້ມີການຜ່ານປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນຄູແຫ່ງຊາດ ເຊິ່ງວັນທີ 7 ຕຸລາ ຂອງທຸກປີ ແມ່ນວັນທີ່ມີຄວາມໝາຍຍິ່ງໃຫຍ່ ເພື່ອລະນຶກເຖິງບຸນຄຸນຄູ ກໍຄື ລະນຶກເຖິງ ນາຍຄູຄຳ ຜູ້ທີ່ມີຄຸນສົມບັດ ແລະ ຜົນງານອັນລ້ຳຄ່າໃນການສຶກສາລາວ. ພ້ອມດຽວກັນນັ້ນ, ກໍຍັງມີການສະແດງເຖິງຄວາມຮູ້ສຶກ ແລະ ຄວາມກະຕັນຍູຂອງນ້ອງໆນັກຮຽນພາຍໃນໂຮງຮຽນ ຊັບປັນຍາ ໃນການມອບດອກໄມ້ ແລະ ຂອງຂວັນໃຫ້ບັນດາຄູສອນ ເຊິ່ງເຕັມໄປດ້ວຍບັນຍາກາດຄວາມຊາບຊຶ້ງ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄູ-ອາຈານ ຜູ້ທີ່ໄດ້ອຸທິດຕົນສິດສອນດ້ວຍຄວາມທຸ້ມເທ ແລະ ຄວາມເອົາໃຈໃສ່ຕໍ່ໜ້າທີ່ຄວາມຮັບຜິດຊອບ ເຮັດໃຫ້ການຮຽນການສອນພາຍໃນໂຮງຮຽນມີການເຕີບໃຫຍ່ຂະຫຍາຍຕົວດ້ວຍຜົນງານທີ່ພົ້ນເດັ່ນຫຼາຍດ້ານ.
ກ່ອນທີ່ນ້ອງນັກຮຽນຕາງໜ້າຊັ້ນປະຖົມ ແລະ ມັດທະຍົມ ໄດ້ກ່າວຄວາມໃນໃຈ ແລະ ສະແດງສິລະປະ ໃນບົດເພງອວຍພອນ ເພື່ອເປັນການມອບຄວາມສຸກ ແລະ ສ້າງຮອຍຍິ້ມສຽງຫົວ ໃຫ້ແກ່ຄູທຸກຄົນໄດ້ມີຄວາມສຸກ ແລະ ເບີກບານມ່ວນຊື່ນ.
ໃນຕອນທ້າຍ, ທ່ານ ນາງ ຈິນດາ ພິມເຕຊາ ກ່າວວ່າ: ຕະຫຼອດໄລຍະເກືອຍ 20 ປີ ທີ່ໂຮງຮຽນ ຊັບປັນຍາ ໄດ້ມີການກໍ່ຕັ້ງຂຶ້ນ ກໍມີຄູຫຼາຍໆທ່ານ ໄດ້ຄຽງຄູ່ປະກອບສ່ວນເຂົ້າໃນການຮຽນການສອນເຮັດໃຫ້ໂຮງຮຽນມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ສ້າງຄວາມເຊື່ອໝັ້ນຕໍ່ພໍ່ແມ່ຜູ້ປົກຄອງນັກຮຽນທີ່ສົ່ງເສີມລູກຫຼານສາມາດຮຽນຈົບຈາກໂຮງຮຽນຂອງພວກເຮົາຢ່າງຫຼວງຫຼາຍ. ດັ່ງນັ້ນ, ເພື່ອລະນຶກເຖີງບຸນຄຸນຄູທຸກຄົນຜູ້ປຽບເໝືອນແສງທຽນທີ່ຍອມລະລາຍຕົວເອງເພື່ອສ່ອງແສງສະຫວ່າງໃຫ້ນັກຮຽນໄດ້ມີທາງເດີນທີ່ດີ ສະນັ້ນ ນ້ອງໆນັກຮຽນທຸກຊັ້ນຮຽນທຸກຄົນ ຈົ່ງພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຕັ້ງໃຈຮ່ຳຮຽນ ເພື່ອສືບທອດຄວາມຮູ້ ແລະ ກາຍເປັນພົນລະເມືອງດີຂອງຊາດ. ຫຼັງຈາກກັບເຖິງເຮືອນ ກໍຈົ່ງບອກເລົ່າ ແລະ ນົບກາບພໍ່ແມ່ ເພື່ອສະແດງເຖິງບຸນຄຸນທີ່ລ້ຽງລູກມາແຕ່ນ້ອຍຈົນໃຫຍ່ ແລ້ວມາເລົ່າຄືນໃນຫ້ອງຊັ້ນຮຽນ ເພື່ອຮັກສາຄວາມຮູ້ສຶກດີໆ ພ້ອມກັນຄິດດີ, ທຳດີ ແລະ ເປັນຄົນດີຂອງສັງຄົມຕະຫຼອດໄປ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ