Skip to main content

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ພັດທະນາຄູ່ມືແນະນຳໃໝ່ ທີ່ຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ ເພື່ອການສະໜັບສະໜູນນັກຮຽນທຸກຄົນ

05/10/2026
ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2 ຂັ້ນຮຽນຂຶ້ນໄປ ຮຽນຮ່ວມກັນໃນຫ້ອງດຽວ. ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ. ຄາດວ່າການຫຼຸດລົງຂອງຈຳນວນຄູ ໃນໄລຍະຜ່ານມານີ້ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ. ສະນັ້ນ, ເພື່ອສະໜອງການສະໜັບສະໜູນ ທີ່ສາມາດນຳໄປປະຕິບັດໄດ້ຈິງໃຫ້ແກ່ຄູ-ອາຈານ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ກຳລັງທົດລອງນຳໃຊ້ຄູ່ມືແນະນຳໃໝ່ສຳລັບການສອນຫ້ອງຄວບ ໃນໂຮງຮຽນ 30 ແຫ່ງ ຢູ່ໃນບັນດາເມືອງເປົ້າໝາຍຂອງແຂວງຫຼວງນ້ຳທາ, ຊຽງຂວາງ ແລະ ສະຫວັນນະເຂດ ໃນລະຫວ່າງ ເດືອນ ຕຸລາ ແລະ ເດືອນ ພະຈິກ 2026.
ເຖິງແມ່ນວ່າຈະມີການສອນຫ້ອງຄວບໃນໂຮງຮຽນຫຼາຍແຫ່ງ, ແຕ່ຄູສ່ວນຫຼາຍ ກໍຍັງປະເຊີນກັບສິ່ງທ້າທາຍໃນການແຕ່ງບົດສອນ ແລະ ການສອນບົດຮຽນຊັ້ນປະຖົມໃນຫ້ອງຮຽນປະເພດນີ້. ຄູຈຳເປັນຕ້ອງດັດປັບບົດຮຽນ ແລະ ກິດຈະກຳຕ່າງໆ ໃຫ້ເໝາະສົມກັບນັກຮຽນທີ່ມີອາຍຸ ແລະ ລະດັບການຮຽນຮູ້ທີ່ແຕກຕ່າງກັນ. ພ້ອມທັງຕ້ອງບໍລິຫານເວລາໃນຫ້ອງຮຽນ ແລະ ເຮັດໃຫ້ນັກຮຽນທຸກກຸ່ມມີສ່ວນຮ່ວມໃນການຮຽນຢ່າງຕໍ່ເນື່ອງ. ໃນຂະນະດຽວກັນ, ຫ້ອງຄວບຍັງສ້າງໂອກາດອັນດີ ໃຫ້ນັກຮຽນໄດ້ຮຽນຮູ້ເຊິ່ງກັນແລະ ກັນ; ໂດຍທີ່ນັກຮຽນຫ້ອງໃຫຍ່ກວ່າ ສາມາດຊ່ວຍເຫຼືອນັກຮຽນຫ້ອງທີ່ນ້ອຍກວ່າ, ແບ່ງປັນຄວາມຮູ້ ແລະ ພັດທະນາທັກສະການຮ່ວມມືຮ່ວມກັນໄດ້.
ສຳລັບຄູທີ່ໄດ້ຮັບການສະໜັບສະໜູນທີ່ດີ, ການສອນຫ້ອງຮຽນຄວບ ກໍ່ມີຂໍ້ດີຫຼາຍຢ່າງເຊັ່ນກັນ, ກ່າວໂດຍ ທ່ານ ນາງ ສີວອນ ເສີຍສວາລີ, ຄູຊັ້ນປະຖົມຈາກແຂວງຫຼວງນ້ຳທາ ທີ່ມີຄວາມມັກໃນບັນຍາກາດທີ່ເຕັມໄປດ້ວຍຄວາມກະຕືລືລົ້ນ ແລະ ຄວາມຫຼາກຫຼາຍຂອງການສອນນັກຮຽນ ທີ່ມີລະດັບແຕກຕ່າງກັນ: “ຂ້າພະເຈົ້າມັກການສອນຫ້ອງຄວບ. ຫ້ອງຮຽນມັກຈະມີບັນຍາກາດຄຶກຄື້ນ ແລະ ມີກິດຈະກຳຫຼາກຫຼາຍ, ເຊິ່ງຂ້າພະເຈົ້າຮູ້ສຶກວ່າ ມ່ວນກວ່າການສອນຫ້ອງຮຽນທີ່ມີພຽງຂັ້ນຮຽນດຽວ. ເຖິງຢ່າງແນວໃດກໍຕາມ, ການສອນຫ້ອງຄວບ ກໍມີຄວາມທ້າທາຍຫຼາຍເຊັ່ນກັນ: ເວລາທີ່ຂ້າພະເຈົ້າພົບກັບຄວາມຫຍຸ້ງຍາກ, ຂ້າພະເຈົ້າ ຈະເບິ່ງຄູ່ມືຄູ, ເບິ່ງວິດີໂອສຳລັບການພັດທະນາຄູ ຫຼື ປຶກສາຫາກັບເພື່ອນຮ່ວມງານ ແລະ ຜູ້ເຮັດວຽກສຶກສານິເທດ. ຖ້າຂ້າພະເຈົ້າສອນບໍ່ດີ, ນັກຮຽນອາດຈະຮູ້ສຶກເບື່ອໜ່າຍ ຫຼື ຂາດຄວາມກະຕືລືລົ້ນໃນຫ້ອງຮຽນ. ສິ່ງນີ້ເປັນແຮງກະຕຸ້ນໃຫ້ຂ້າພະເຈົ້າຊອກຫາວິທີທາງຕ່າງໆ ເພື່ອປັບປຸງການສອນຂອງຕົນໃຫ້ດີຂຶ້ນ”.
ຄູ່ມືແນະນຳໃໝ່ສຳລັບການສອນຫ້ອງຄວບນີ້ ຖືກອອກແບບມາ ເພື່ອຊ່ວຍຄູໃນການແຕ່ງບົດສອນ, ຈັດກິດຈະກຳການຮຽນ, ບໍລິຫານເວລາ ແລະ ເຮັດໃຫ້ນັກຮຽນຈາກຂັ້ນຮຽນຕ່າງກັນ ມີສ່ວນຮ່ວມໃນການຮຽນຢ່າງຕໍ່ເນື່ອງ. ນອກຈາກນີ້, ຍັງໃຫ້ຄຳແນະນຳ ກ່ຽວກັບການນຳໃຊ້ຄູ່ມືຄູ ແລະ ສື່ການຮຽນການສອນ, ການຈັດສັນຫ້ອງຮຽນ ແລະ ການປະເມີນນັກຮຽນ. ເນື້ອໃນໄດ້ແບ່ງອອກເປັນ 6 ບົດ, ເຊິ່ງຄູສາມາດເລືອກອ່ານບົດໃດກ່ອນກໍໄດ້ ຕາມຄວາມສົນໃຈ ແລະ ຄວາມຕ້ອງການຂອງຕົນ.
ຄູ່ມືແນະນຳດັ່ງກ່າວ ໄດ້ຖືກພັດທະນາຂຶ້ນໂດຍ ອີງໃສ່ຜົນການຄົ້ນຄວ້າຢ່າງລະອຽດກ່ຽວກັບ ສະພາບການສອນຫ້ອງຄວບ ໃນ ສປປ ລາວ ໂດຍ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໃນປີ 2023 ໂດຍການສະໜັບສະໜູນຈາກແຜນງານບີຄວາ. ການຄົ້ນຄວ້າດັ່ງກ່າວ ໄດ້ຊີ້ໃຫ້ເຫັນເຖິງຄວາມຈຳເປັນຢ່າງຊັດເຈນ ໃນການສະໜັບສະໜູນ ແລະ ການໃຫ້ຄຳແນະນຳທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ຄູສາມາດສອນຫຼັກສູດຊັ້ນປະຖົມສຶກສາ ໄດ້ຢ່າງມີປະສິດທິຜົນ ໃນສະພາບການສອນຫ້ອງຄວບ.
ສວສ ເປັນຜູ້ຊີ້ນຳການພັດທະນາຄູ່ມືດັ່ງກ່າວ ໂດຍມີສ່ວນຮ່ວມຈາກຜູ້ຊ່ຽວຊານຈາກກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ກົມສາມັນສຶກສາ, ວິທະຍາໄລຄູ ແລະ ຄູສອນຊັ້ນປະຖົມສຶກສາ. ປະສົບການທີ່ຫຼາກຫຼາຍຂອງທີມງານ ໄດ້ຊ່ວຍຮັບປະກັນ ໃຫ້ແກ່ການພັດທະນາຄູ່ມື ສາມາດນຳໄປປະຕິບັດໄດ້ຈິງ ເຊິ່ງເປັນການຮວບຮວມເອົາຄຳແນະນຳຕ່າງໆທີ່ມີຢູ່ ໃນເອກະສານຫຼັກສູດ ແລະ ແຫຼ່ງຂໍ້ມູນດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ມາໄວ້ໃນບ່ອນດຽວກັນ.
ປັດຈຸບັນ, ຄູ່ມືແນະນຳດັ່ງກ່າວ ກຳລັງຖືກນຳໄປທົດລອງນຳໃຊ້ໃນໂຮງຮຽນ 30 ແຫ່ງ ທີ່ຢູ່ໃນເຂດເປົ້າໝາຍຂອງໂຄງການ ແຜນງານບີຄວາ. ໃນໄລຍະສອງເດືອນຕໍ່ໜ້າ, ຈະມີການເກັບກຳຂໍ້ມູນເພື່ອປະເມີນຜົນວ່າ ຄຳແນະນຳນັ້ນມີຄວາມເຂົ້າໃຈງ່າຍ, ສາມາດນຳໄປປະຕິບັດໄດ້ຈິງ ແລະ ສອດຄ່ອງກັບວຽກງານປະຈຳວັນຂອງຄູອາຈານ ຫຼື ບໍ.
ທ່ານ ປອ ວົງເພັດ ອຸດົມລິດ, ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: “ຄູ່ມືແນະນຳກ່ຽວກັບການສອນຫ້ອງຄວບສຳລັບຊັ້ນປະຖົມສຶກສາ ແມ່ນບາດກ້າວສຳຄັນໃນການໃຫ້ການສະໜັບສະໜູນຕົວຈິງແກ່ຄູ ຜູ້ທີ່ຕ້ອງສິດສອນນັກຮຽນຈາກຫຼາຍຂັ້ນຮຽນຢູ່ໃນຫ້ອງດຽວກັນ. ຜ່ານການທົດລອງນີ້, ກະຊວງສຶກສາທິການ ແລະ ກິລາ ຈະຮັບຮູ້ປະສົບການຂອງຄູ ແລະ ນຳເອົາຄຳຄິດຄຳເຫັນຂອງເຂົາເຈົ້າ ເພື່ອປັບປຸງຄູ່ມືດັ່ງກ່າວ ໃຫ້ມີຄວາມສົມບູນຍິ່ງຂຶ້ນ ກ່ອນທີ່ຈະມີການຮັບຮອງາຢ່າງເປັນທາງການ. ຂະບວນການນີ້ ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຂອງ ສສກ ໃນການນຳໃຊ້ຂໍ້ມູນຫຼັກຖານ ແລະ ປະສົບການຂອງຄູ ເພື່ອຍົກລະດັບຄຸນນະພາບ ແລະ ຄວາມເໝາະສົມຂອງການສະໜັບສະໜູນ ແກ່ໂຮງຮຽນຕ່າງໆໃນທົ່ວປະເທດ. ຄາດວ່າຄູ່ມືດັ່ງກ່າວ ຈະໄດ້ຮັບການຮັບຮອງຢ່າງເປັນທາງການໃນທ້າຍປີ 2026 ແລະ ພ້ອມນຳໃຊ້ເລີ່ມແຕ່ພາກຮຽນທີ 2 ຂອງສົກຮຽນ 2026–2027 ເປັນຕົ້ນໄປ.”
ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ການສອນຫ້ອງຄວບ ເປັນສິ່ງທ້າທາຍສຳລັບຄູ, ໂດຍສະເພາະ ໃນເຂດຫ່າງໄກ, ແຕ່ກໍເປັນສະພາບຄວາມເປັນຈິງທີ່ພົບເຫັນຢູ່ໃນໂຮງຮຽນຫຼາຍແຫ່ງ ໃນ ສປປ ລາວ. ການທົດລອງນີ້ ສະທ້ອນໃຫ້ເຫັນເຖິງບົດບາດນຳພາຂອງກະຊວງສຶກສາທິການ ແລະ ກິລາ ໃນການຕອບສະໜອງຕໍ່ຄວາມຕ້ອງການຂອງຄູ ແລະ ໂຮງຮຽນ, ລວມທັງ ສະແດງເຖິງ ການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ລາວ ແລະ ອົດສະຕຣາລີ ທີ່ໄດ້ຮ່ວມມືກັນ ເພື່ອຮັບປະກັນວ່າ ຄູໄດ້ຮັບການສະໜັບສະໜູນຕົວຈິງຕາມຄວາມຈຳເປັນ, ເພື່ອໃຫ້ເດັກທຸກຄົນມີໂອກາດໄດ້ຮຽນຮູ້, ເຕີບໃຫຍ່ ແລະ ພັດທະນາຕົນເອງໄດ້ຢ່າງເຕັມສ່ວນ. ໂດຍອີງໃສ່ປະສົບການ ແລະ ຄວາມຊຳນານໃນຂັ້ນທ້ອງຖິ່ນ, ຄູ່ມືແນະນຳສະບັບນີ້ ຈະຊ່ວຍສົ່ງເສີມການປັບປຸງການສຶກສາແບບຍືນຍົງ ສຳລັບຄົນຮຸ່ນຕໍ່ໄປ”.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ