ສສກ ຍ້ອງຍໍຜູ້ຕາງໜ້າ JICA ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ
02/10/2026

ໃນວັນທີ 30 ກັນຍາ 2026 ຢູ່ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ ທ່ານ ນາງ ລີຊ້າ ສິບະຕະ (Ms. Risa Shibata) ຜູ້ຕາງໜ້າຮັບຜິດຊອບຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳ ສປປ ລາວ ເນື່ອງໃນໂອກາດສຳເລັດວາລະການປະຈຳການ (1 ກໍລະກົດ 2023 – 30 ກັນຍາ 2026) ໃຫ້ກຽດມອບຂອງ ທ່ານ ນາງ ພຸດສະຫວາດ ວົງພະຈັນ ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ມີຄະນະຜູ້ແທນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ການມອບໃບຍ້ອງຍໍໃນຄັ້ງນີ້ ເປັນການຢັ້ງຢືນ ແລະ ຍ້ອງຍໍສັນລະເສີນເຖິງຜົນງານດີເດັ່ນ, ຄວາມທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ ແລະ ຄວາມສາມາດຂອງ ທ່ານ ນາງ ລີຊ້າ ສິບະຕະ ຕະຫຼອດໄລຍະເວລາ 3 ປີກວ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວ ແລະ ເກີດຜົນສຳເລັດຢ່າງເປັນຮູບປະທຳ.
ຕະຫຼອດໄລຍະການປະຈຳການ, ທ່ານ ນາງ ລີຊ້າ ສິບະຕະ ໄດ້ເປັນຂົວຕໍ່ ແລະ ຊຸກຍູ້ໂຄງການຊ່ວຍເຫຼືອລ້າທີ່ສຳຄັນຫຼາຍໂຄງການ ເຊັ່ນ:
ດ້ານພື້ນຖານໂຄງລ່າງ ແລະ ສະຖາບັນການສຶກສາ: ໂຄງການກໍ່ສ້າງອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ (ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ), ໂຄງການປັບປຸງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນຫ້ອງທົດລອງ ຢູ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ), ໂຄງການປັບປຸງສູນພັດທະນາຄູຂັ້ນແຂວງທົ່ວປະເທດ, ພ້ອມທັງໂຄງການປັບປຸງສະພາບແວດລ້ອມໂຮງຮຽນມັດທະຍົມ ໃນແຂວງພາກກາງ ແລະ ພາກໃຕ້.
ດ້ານການພັດທະນາກິລາ: ໂຄງການປັບປຸງສະໜາມກິລາເຈົ້າອານຸວົງ.
ດ້ານການພັດທະນາຊັບພະຍາກອນມະນຸດ ແລະ ວິຊາການ: ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ (JDS), ໂຄງການ HUGETECH ເພື່ອສ້າງຄວາມເຂັ້ມແຂງດ້ານວິສະວະກຳ ແລະ ເຕັກໂນໂລຊີ, ໂຄງການ iTEAM2 ແລະ iTEAM3 ເພື່ອເສີມສ້າງຂີດຄວາມສາມາດຂອງຄູໃນການສິດສອນວິຊາຄະນິດສາດຊັ້ນປະຖົມ, ການປະສານງານຈັດສົ່ງຊ່ຽວຊານດ້ານນະໂຍບາຍການສຶກສາ ແລະ ວິສະວະກຳມາປະຈຳການຢູ່ ສປປ ລາວ, ລວມທັງໂຄງການທຶນການສຶກສາ Nikon-JICA ໃຫ້ແກ່ນັກສຶກສາມະຫາວິທະຍາໄລຄູສະຫວັນນະເຂດ.
ການປະກອບສ່ວນອັນໃຫຍ່ຫຼວງ ແລະ ເຕັມໄປດ້ວຍຄວາມໝາຍນີ້ ບໍ່ພຽງແຕ່ເປັນການພັດທະນາຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງດ້ານການສຶກສາ-ກິລາ ຂອງ ສປປ ລາວ ເທົ່ານັ້ນ, ແຕ່ຍັງເປັນສັນຍາລັກອັນໂດດເດັ່ນ ແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ປະເທດຍີ່ປຸ່ນ ໃນໄລຍະການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ 5 ປີ ຄັ້ງທີ 10.
ພາບ-ຂ່າວ: ຫ້ອງການກະຊວງ ສສກ












