ທັບນັກກິລາຄົນພິການຫູໜວກທີມຊາດລາວ ພ້ອມຈະເຂົ້າຮ່ວມການແຂ່ງຂັນຊີງແຊ້ມອາຊີ-ປາຊີຟິກ 2026 ທີ່ ປະເທດມາເລເຊຍ
29/09/2026

ກອງປະຊຸມປະຖົມນິເທດແກ່ທັບນັກກິລາຄົນພິການຫູໜວກທີມຊາດລາວ ກຽມເຂົ້າຮ່ວມການແຂ່ງຂັນຊີງແຊ້ມອາຊີ-ປາຊີຟິກ 2026 ທີ່ປະເທດມາເລເຊຍ ຈັດຂຶ້ນ ເມື່ອທີ 28 ກັນຍາ 2026 ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ ຫຼື ສສກ (ຕຶກເຈົ້າອານຸວົງ) ໂດຍໃຫ້ກຽດໂອ້ລົມຂອງ ທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງເລຂາທິການຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ), ມີທ່ານ ສີວິໄຊ ແສງດາວົງ ຫົວໜ້າພະແນກກິລາ-ກາຍຍະກຳຄົນພິການ ທັງເປັນກຳມະການ ຄພລ ພ້ອມດ້ວຍຄະນະ ແລະ ບັນດາຄູຝືກ ຕະຫຼອດຮອດນັກກິລາເຂົ້າຮ່ວມ.
ໂອກາດນີ້, ທ່ານ ສີວິໄຊ ແສງດາວົງ ລາຍງານກ່ຽວກັບຄວາມຄືບໜ້າ ແລະ ການກະກຽມຄວາມພ້ອມຮອບດ້ານຂອງທັບນັກກິລາຄົນພິການຫູໜວກທີມຊາດລາວ ເພື່ອເຂົ້າຮ່ວມງານແຂ່ງຂັນກິລາຄົນພິການຫູໜວກ ຊີງແຊ້ມອາຊີ-ປາຊີຟິກ ປີ 2026 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 1-10 ຕຸລາ 2026 ທີ່ເມືອງປີນັງ ປະເທດມາເລເຊຍ ງານດັ່ງກ່າວ ສປປ ລາວ ໄດ້ສົ່ງນັກກິລາ ແລະ ເຈົ້າໜ້າທີ່ເຂົ້າຮ່ວມທັງໝົດ 3 ປະເພດກິລາຄື: ກິລາແລ່ນ-ລານ, ກິລາດອກປີກໄກ່ ແລະ ກິລາປິ່ງປ່ອງ ລວມມີຜູ້ເຂົ້າຮ່ວມທັງໝົດ 23 ທ່ານ (ຍິງ 9 ທ່ານ).
ຜ່ານມາ, ທາງຄະນະຮັບຜິດຊອບໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕ່າງໆ ຢ່າງຕັ້ງໜ້າ ເປັນຕົ້ນແມ່ນ ໄດ້ມີການປະສານງານ ແລະ ດຳເນີນເອກະສານສຳເລັດ ບໍ່ວ່າຈະເປັນໜັງສືສະເໜີ ແລະ ແຈ້ງການຈາກກະຊວງການຕ່າງປະເທດ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ສສກ ໃນການເຂົ້າສູນຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນ. ຈັດຕັ້ງປະສານງານອອກໜັງສືແຈ້ງການກ່ຽວກັບການກະກຽມນັກກິລາຄົນພິການທີມຊາດລາວ ແລະ ພານັກກິລາທຸກຄົນໄປກວດສຸຂະພາບຢ່າງລະອຽດທີ່ໂຮງໝໍມະໂຫສົດ ເພື່ອຮັບປະກັນຄວາມພ້ອມທາງດ້ານຮ່າງກາຍ.
ໂອກາດນີ້, ທ່ານ ລັດທະໄຊ ອິນທະວົງ ກໍໄດ້ເນັ້ນໜັກໃຫ້ທັບນັກກິລາຄົນພິການລາວ ເພີ່ມທະວີຄວາມເອົາໃຈໃສ່ ໃນການນຸ່ງຖືເຄື່ອງ ໂດຍໃຫ້ໃສ່ເສື້ອໂປໂລສີຂາວ ແລະ ຊຸດວອມສີຂາວເພື່ອຄວາມເປັນລະບຽບຮຽບຮ້ອຍ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ສືບຕໍ່ໝັ່ນຝຶກຝົຍຫຼໍ່ຫຼອມຕົນເອງໃຫ້ມີການຄວາມແຂງແກ່ນ ເຂົ້າຮ່ວມແຂ່ງຂັນຍາດເອົາໄຊຊະນະສ້າງກຽດຊື່ສຽງມາສູ່ປະເທດຊາດ.
ສຳລັບແຜນການເດີນທາງ ຄະນະນຳ, ຄະນະກອງເລຂາ, ຄູຝຶກ ແລະ ນັກກິລາ ທັງໝົດເລີ່ມອອກເດີນທາງໃນວັນທີ 1 ຕຸລາ 2026 ໂດຍເຄື່ອງບິນອອກຈາກສະໜາມບິນສາກົນວັດໄຕ ສູ່ສະໜາມບິນສຸວັນນະພູມ ຣາຊະອານາຈັກໄທ ໃນເວລາ 13:30 ໂມງ ກ່ອນຈະສືບຕໍ່ມຸ້ງໜ້າສູ່ ປະເທດມາເລເຊຍ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ກົມຈັດຕັ້ງ ສສກ ສະຫຼຸບວຽກງານຂໍ້ແຂ່ງຂັນ 3 ອົງການຈັດຕັ້ງມະຫາຊົນ ປະຈຳປີ 2026 ພ້ອມປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜ່ງບໍລິຫານ
- ປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜ່ງບໍລິຫານພາຍໃນກົມຮ່ວມມືກັບຕ່າງປະເທດ ສສກ
- ກວດຜ່ານເນື້ອໃນ ແລະ ຮັບຮອງຫຼັກສູດວິຊາຊີບສາຂາ ບຳລຸງຮັກສາ ແລະ ສ້ອມແປງເຄື່ອງບິນ ໄລຍະທີ 3
- ລາວ-ກູບາ ຫາລືຮັດແໜ້ນການຮ່ວມມື ພັດທະນາວຽກງານການກິລາ-ກາຍຍະກຳ ຢູ່ ສປປ ລາວ
- ທັບນັກກິລາຄົນພິການຫູໜວກທີມຊາດລາວ ພ້ອມຈະເຂົ້າຮ່ວມການແຂ່ງຂັນຊີງແຊ້ມອາຊີ-ປາຊີຟິກ 2026 ທີ່ ປະເທດມາເລເຊຍ
- ເປີດໂຄງການຮ່ວມມື ສົ່ງເສີມຍົກລະດັບທັກສະ, ຄວາມສາມາດ, ປະສິດທິພາບການເຮັດວຽກ ຄູສອນ-ແພດໝໍ ຢູ່ຂັ້ນທ້ອງຖິ່ນ ເພື່ອບໍລິການໂດຍກົງແກ່ປະຊາຊົນ


