Skip to main content

ກົມຈັດຕັ້ງ ສສກ ສະຫຼຸບວຽກງານຂໍ້ແຂ່ງຂັນ 3 ອົງການຈັດຕັ້ງມະຫາຊົນ ປະຈຳປີ 2026 ພ້ອມປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜ່ງບໍລິຫານ

29/09/2026
ໃນວັນທີ 25 ກັນຍາ 2026, ທີ່ຫ້ອງປະຊຸມ 425 ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສະຫຼຸບວຽກງານແຂ່ງຂັນ 3 ອົງການຈັດຕັ້ງມະຫາຊົນ ປະຈຳປີ 2026 ພ້ອມທັງປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜງບໍລິຫານ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ, ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຄະນະໜ່ວຍພັກ-ຄະນະນຳ, ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ, ຫົວໜ້າ-ຮອງພະແນກ, ຕະຫຼອດຮອດພະນັກງານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຕາງໜ້າໜ່ວຍກຳມະບານຮາກຖານ, ໜ່ວຍສະຫະພັນແມ່ຍິງ ແລະ ໜ່ວຍຊາວໜຸ່ມຮາກຖານ ກົມຈັດຕັ້ງ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ ເຊິ່ງຍົກໃຫ້ເຫັນບັນດາຜົນງານອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນ ທີ່ຖອດຖອນໄດ້ ແລະ ແຜນວຽກຈຸດສຸມໃຫ້ຕໍ່ໜ້າ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດອັນໃຫຍ່ຫຼວງຂຶ້ນກວ່າເກົ່າ.
ຫຼັງຈາກນັ້ນ, ທ່ານ ໜູໄກ ລາດສະວົງ ຫົວໜ້າພະແນກບໍລິຫານ ແລະ ກົງຈັກ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງກົມຈັດຕັ້ງ ເລກທີ 6672/ສສກ, ລົງວັນທີ 15 ກັນຍາ 2026 ໂດຍແຕ່ງຕັ້ງ ທ່ານ ສາຍວິສຸກ ບຸນມີໄຊ ຮອງຫົວໜ້າພະແນກກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ ເປັນຫົວໜ້າພະແນກກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ; ຜ່ານຂໍ້ຕົກລົງວ່າດ້ວຍການສັບຊ້ອນ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງກົມຈັດຕັ້ງ 6673/ສສກ, ລົງວັນທີ 15 ກັນຍາ 2026 ເຫັນດີສັບຊ້ອນ ແລະ ແຕ່ງຕັ້ງ ທ່ານ ສະວິກ ວົງສາແກ້ວ ຮອງຫົວໜ້າພະແນກພັດທະນາລັດຖະກອນ ເປັນຮອງຫົວໜ້າພະແນກຄຸ້ມຄອງລັດຖະກອນ; ທ່ານ ນາງ ສັນຕິ ຈູນວໍລະພາວັນ ຮອງຫົວໜ້າພະແນກບໍລິຫານ ແລະ ກົງຈັກການຈັດຕັ້ງ ເປັນຮອງຫົວໜ້າພະແນກພັດທະນາລັດຖະກອນ; ທ່ານ ນາງ ສຸກ ມູນມະນີວົງ ຮອງຫົວໜ້າພະແນກຄຸ້ມຄອງລັດຖະກອນ ເປັນຮອງຫົວໜ້າພະແນກບໍລິຫານ ແລະ ກົງຈັກການຈັດຕັ້ງ; ທ່ານ ນາງ ວິໄລວຽງ ທຸມມາ ຮອງຫົວໜ້າພະແນກພັດທະນານິຕິກໍາ ເປັນຮອງຫົວໜ້າພະແນກບໍລິຫານ ແລະ ກົງຈັກການຈັດຕັ້ງ.
ໂອກາດອັນສະຫງ່າລາສີນີ້, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳ ໂດຍລວມ,ຊົມເຊີຍຕໍ່ຜົນງານຂອງ 3 ອົງການຈັດຕັ້ງມະຫາຊົນ ທີ່ຍາດມາໄດ້ ຊຶ່ງມັນສະແດງອອກເຖິງຄວາມເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງ 3 ອົງການຈັດຕັ້ງມະຫາຊົນ ຂໍໃຫ້ສືບຕໍ່ຍາດແຍ່ງເອົາຜົນງານ ມາໃຫ້ກົມກອງ: ສໍາລັບການແຕ່ງຕັ້ງ ແລະ ສັບຊ້ອນຈັດວາງພະນັກງານ ແມ່ນເລື່ອງປົກກະຕິ ແລະ ພາວະວິໃສ ມີຂື້ນ-ມີລົງ,ມີເຂົ້າ-ມີອອກ ຕາມລະບຽບຫລັກການ, ຄົນໜຶ່ງໃຫ້ຮູ້ຫລາຍວຽກ, ທົດສອບໃນຫລາຍໜ້າວຽກ ເພື່ອເລືອກເຟັ້ນ ແລະ ກໍ່ສ້າງເປັນພະນັງການສຶບທອດປ່ຽນ ຂອງກົມ ກໍຄືກະຊວງສຶກສາທິການແລະກິລາ, ນອກນັ້ນ ຍັງໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມໝາຍສຳຄັນຂອງບູກຄະລາກອນ ທີ່ເຮັດວຽກງານຈັດຕັ້ງ ທີ່ເປັນເປັນເສນາທິການໃຫ້ແກ່ການນຳພາ-ຊີ້ນຳ ກ່ຽວກັບວຽກງານດັ່ງກ່າວ ຕ້ອງມີຈັນຍາບັນ,ຈັນທໍາ ທີ່ໜັກແໜ້ນ, ມີຄວາມຊື່ສັດບໍລິສຸດຕໍ່ການຈັດຕັ້ງ, ພະນັກງານ-ລັດຖະກອນ ກໍຄື ຕໍ່ຕົນເອງ, ມີຄວາມສະດຸງໄວຕໍ່ການປັບປຸງ,ປ່ຽນແປງ ແລະ ພັດທະນາຕົນເອງຢູ່ເລື້ອຍໆ ພິເສດ ແມ່ນຍົກສູງຄວາມຮັບຜິດຊອບ ໃນການປະຕິບັດກົນໄກ ແລະ ແບບແຜນວິທີເຮັດວຽກ ທີ່ກະຊວງວາງອອກ ກໍຄື ຂອງກົມຈັດຕັ້ງ ທີ່ໄດ້ຮັບຮັບຮອງແລ້ວ ໃຫ້ມີການຫັນປ່ຽນທີດີຂຶ້ນ ແລະ ເປັນຮູບປະທໍາເທື່ອລະກ້າວ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ