ປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜ່ງບໍລິຫານພາຍໃນກົມຮ່ວມມືກັບຕ່າງປະເທດ ສສກ
29/09/2026

ໃນວັນທີ 25 ກັນຍາ 2026, ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ມີພິທີປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜງບໍລິຫານພາຍໃນກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ແສງສະເດັນ ບຸນລາວົງ ຄະນະພັກກະຊວງ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກົມ, ບັນດາຫົວໜ້າ-ຮອງພະແນກ, ແຂກຖືກເຊີນ ຕະຫຼອດຮອດພະນັກງານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ກິບພາວັນ ດວງບຸດດີ ຫົວໜ້າພະແນກຄຸ້ມຄອງລັດຖະກອນ, ກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 6671/ສສກ, ລົງວັນທີ 15 ກັນຍາ 2026 ວ່າດ້ວຍການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜ່ງບໍລິຫານຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຂອງກົມຮ່ວມມືກັບຕ່າງປະເທດ ໂດຍແຕ່ງຕັ້ງ ທ່ານ ນາງ ທິບພະສົງ ຄຳສຸກຖາວົງ ເປັນຫົວໜ້າພະແນກບໍລິຫານ ແລະ ຄົ້ນຄວ້າ-ສັງລວມ; ທ່ານ ນາງ ວອນວິໄລຫົງ ທະຍາລາດ ເປັນຫົວໜ້າພະແນກຮ່ວມມືສອງຝ່າຍ; ທ່ານ ນາງ ລານີ ຈັນທະວົງ ຫົວໜ້າພະແນກຄຸ້ມຄອງຂໍ້ມູນຂ່າວສານ ເປັນຫົວໜ້າພະແນກຮ່ວມມືຫຼາຍຝ່າຍ; ທ່ານ ຫຸມເພັງ ສົມສະໜຸກ ເປັນຫົວໜ້າພະແນກສົນທິສັນຍາ ແລະ ຮ່ວມມືກັບອົງການຈັດຕັ້ງສາກົນ; ທ່ານ ນາງ ທິບພະວົງ ຜິວມະນີລອນ ເປັນຫົວໜ້າພະແນກຄຸ້ມຄອງທຶນການສຶກສາ ແລະ ນັກຮຽນ-ນັກສຶກສາ; ທ່ານ ເຂັມເພັດ ສາຍມະນີ ຫົວໜ້າສູນບໍລິການນັກສຶກສາ ເປັນຫົວໜ້າຫ້ອງການຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດໂກ; ທ່ານ ນາງ ບຸນມະນີຄຳ ສຸທຳມະວົງ ເປັນຫົວໜ້າຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ; ທ່ານ ນາງ ພອນວິໄລ ສີປະເສີດ ຮອງຫົວໜ້າພະແນກຄຸ້ມຄອງຂໍ້ມູນຂ່າວສານ ເປັນຮອງຫົວໜ້າພະແນກບໍລິຫານ ແລະ ຄົ້ນຄວ້າ-ສັງລວມ; ທ່ານ ນາງ ຄານສະຫວັນ ສະເຫຼີມສັກ ຮອງຫົວໜ້າພະແນກບໍລິຫານ ເປັນຮອງຫົວໜ້າພະແນກຮ່ວມມືສອງຝ່າຍ; ທ່ານ ນາງ ຕາດຳ ທອງສະຫວັດ ເປັນຮອງຫົວໜ້າພະແນກຮ່ວມມືຫຼາຍຝ່າຍ; ທ່ານ ນາງ ຄຳເພັດ ທຳມະວົງສາ ເປັນຮອງຫົວໜ້າພະແນກສົນທິສັນຍາ ແລະ ຮ່ວມມືກັບອົງການຈັດຕັ້ງສາກົນ; ທ່ານ ນາງ ມະຍຸລາ ພົມມະດີ ຮອງຫົວໜ້າສູນບໍລິການນັກສຶກສາ ເປັນຮອງຫົວໜ້າພະແນກສົນທິສັນຍາ ແລະ ຮ່ວມມືກັບອົງການຈັດຕັ້ງສາກົນ; ທ່ານ ເດດດາວວົງ ບຸດນາໂຄ ຮອງຫົວໜ້າພະແນກຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ ເປັນຮອງຫົວໜ້າພະແນກສົນທິສັນຍາ ແລະ ຮ່ວມມືກັບອົງການຈັດຕັ້ງສາກົນ; ທ່ານ ສາຍຍັນ ຈັນທະວິວັດ ຮອງຫົວໜ້າພະແນກຄຸ້ມຄອງທຶນການສຶກສາ ເປັນຮອງຫົວໜ້າພະແນກຄຸ້ມຄອງທຶນການສຶກສາ ແລະ ນັກຮຽນ-ນັກສຶກສາ; ທ່ານ ນາງ ວຽງອາທິດ ຂາວປະເສີດ ເປັນຮອງຫົວໜ້າຫ້ອງການຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດໂກ; ທ່ານ ນາງ ແສງປະພາ ໂຫລານຸພາບ ເປັນຮອງຫົວໜ້າຫ້ອງການຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດໂກ; ທ່ານ ປອ ນາງ ວັດທະນາວັນ ໄຊຍະສານ ເປັນຮອງຫົວໜ້າ ຫ້ອງການຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດໂກ; ທ່ານ ນາງ ອາລຸນນີ ດວງພະຈັນ ເປັນຮອງຫົວໜ້າຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດ; ທ່ານ ນາງ ນາລີ ແພງພົມພັນ ຮອງຫົວໜ້າພະແນກສົນທິສັນຍາ ແລະ ຮ່ວມມືກັບອົງການຈັດຕັ້ງ ເປັນຮອງຫົວໜ້າຫ້ອງການຕ້ານສານຕ້ອງຫ້າມໃນກິລາແຫ່ງຊາດລາວ.
ສຳລັບພະນັກງານທີ່ຖືກແຕ່ງຕັ້ງທັງໝົດແມ່ນມີສິດໄດ້ຮັບເງິນອຸດໜູນຕຳແໜ່ງບໍລິຫານ ຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍຕຳແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ ສະບັບເລກທີ 288/ລບ, ລົງວັນທີ 08 ກັນຍາ 2026.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ














