ລາວ-ກູບາ ຫາລືຮັດແໜ້ນການຮ່ວມມື ພັດທະນາວຽກງານການກິລາ-ກາຍຍະກຳ ຢູ່ ສປປ ລາວ
29/09/2026

ໃນວັນທີ 16 ກັນຍາ 2026 ທີ່ສໍານັກງານກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຊິວວາໂນ ເມີເຊດ ເລັນ (Silvano Merced Len) ອະທິການບໍດີ ມະຫາວິທະຍາໄລວິທະຍາສາດການກິລາ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດທີ່ທ່ານມາມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ມີເອກອັກຄະລັດຖະທູດ, ຮອງຫົວໜ້າກົມ, ສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຊິວວາໂນ ເມີເຊດ ເລັນ ສະແດງຄວາມຂອບໃຈຢ່າງອົບອຸ່ນຕໍ່ການຕ້ອນຮັບ ແລະ ຂອບໃຈສະຖານທູດທີ່ຊຸກຍູ້ໃຫ້ເກີດການພົບປະຄັ້ງນີ້ ພ້ອມທັງເນັ້ນໃສ່ສາຍສົມພັນມິດຕະພາບອັນດີງາມລະຫວ່າງ ລາວ-ກູບາ ເຊິ່ງວຽກງານການກິລາແມ່ນສິ່ງທີ່ສ້າງຄວາມພາກພູມໃຈໃຫ້ກັບປະຊາຊົນ ເພື່ອໃຫ້ໄດ້ຍິນເພງຊາດຂຶ້ນເສົາໃນເວທີແຂ່ງຂັນ, ການຮ່ວມມືດ້ານວິທະຍາສາດການກິລາ ກູບາພ້ອມແລ້ວທີ່ຈະຖ່າຍທອດຄວາມຮູ້ ແລະ ສົ່ງຄູ-ອາຈານຈາກກູບາມາສອນຢູ່ລາວ, ພ້ອມທັງແລກປ່ຽນນັກຮຽນ ແລະ ເຮັດວຽກຮ່ວມກັນໃນການວິເຄາະ-ວິໄຈດ້ານການກິລາ, ໃນໄລຍະຜ່ານມາ ມີນັກສຶກສາລາວຈົບການສຶກສາ ຈາກມະຫາວິທະຍາໄລວິທະຍາສາດການກິລາ ແຫ່ງ ສາທາລະນະລັດ ກູບາ ແລ້ວ 3 ຄົນ, ແລະ ປັດຈຸບັນ ມີ 5 ຄົນ ກຳລັງສຶກສາຢູ່ ເຊິ່ງທຸກຄົນແມ່ນເປັນນັກຮຽນດີ, ມີລະບຽບວິໄນ ແລະ ໃສ່ໃຈການສຶກສາ, ກູບາ ມີຍຸດທະສາດພັດທະນາ ໂດຍຖືເອົາໂອແລມປິກ ເປັນສູນກາງ, ເນັ້ນການເລືອກປະເພດກິລາທີ່ມີທ່າແຮງ (ໂດຍສະເພາະປະເພດຄູ່ຕໍ່ສູ້), ເລີ່ມຄັດເລືອກຜູ້ທີ່ມີພອນສະຫວັນຕັ້ງແຕ່ຂັ້ນພື້ນຖານຕາມເກນອາຍຸ ເພື່ອນຳມາຕໍ່ຍອດໃນສະຖາບັນ, ເປົ້າໝາຍການຮ່ວມມື ຕ້ອງການເຮັດວຽກຮ່ວມກັນຢ່າງເປັນຮູບປະທຳ ເພື່ອກະກຽມ ແລະ ຊ່ວຍເຫຼືອນັກກິລາລາວໃຫ້ມີຄວາມເຂັ້ມແຂງຄືກັບນັກກິລາກູບາ ໃນການກ້າວສູ່ເວທີໂອແລມປິກ.
ໂອກາດດຽວກັນ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກ່າວສະແດງຄວາມຕ້ອນຮັບ ແລະ ຂອບໃຈລັດຖະບານ ກໍຄື ມະຫາວິທະຍາໄລວິທະຍາສາດການກິລາ ແຫ່ງ ສາທາລະນະລັດ ກູບາ ທີ່ໃຫ້ການສະໜັບສະໜູນຂະແໜງການສຶກສາ ແລະ ກິລາຂອງລາວມາໂດຍຕະຫຼອດ, ເຊິ່ງໃນປີ 2031 ສປປ ລາວ ເຮົາຈະໄດ້ເປັນເຈົ້າພາບໃນການຈັດການແຂ່ງຂັນຊີເກມ ເຊິ່ງ ສປປ ລາວ ໄດ້ກະກຽມ ແລະ ຄັດເລືອກນັກກິລາທີ່ມີຄວາມສາມາດ ເຂົ້າຮ່ວມຮ່ວມແຂ່ງຂັນ ແລະ ຍາດໃຫ້ໄດ້ຫຼຽນລາງວັນ, ການຮ່ວມມືກັນໃນຄັ້ງນີ້ ເຫັນວ່າເປັນຂີດໝາຍທີ່ສຳຄັນຫຼາຍທາງດ້ານການພັດທະນາວົງການກິລາລາວເຮົາ, ແຕ່ໃນທິດທາງການພັດທະນາ ແລະ ການຮ່ວມທາງດ້ານວຽກງານການກິລາ ຮຽກຮ້ອງໃຫ້ທາງກູບາຊ່ວຍສ້າງເປັນລະບົບ ເພື່ອກຳນົດວ່າຈະເນັ້ນໜັກການຮ່ວມມືໃນຂະແໜງໃດ ແລະ ມີມາດຕະຖານແນວໃດ, ພ້ອມທັງສືບຕໍ່ຊຸກຍູ້ ແລະ ພັດທະນານັກຮຽນລາວໃນທຸກຮູບແບບ, ໃນແນວທາງການແລກປ່ຽນຍຸດທະສາດ ຂໍໃຫ້ທາງກູບາສົ່ງແນວຄິດ ແລະ ຍຸດທະສາດການພັດທະນາການກິລາມາໃຫ້ກົມທີ່ກ່ຽວຂ້ອງ ເພາະປັດຈຸບັນ ລາວກຳລັງຄັດເລືອກກິລາທີ່ມີທ່າແຮງເພື່ອມຸ່ງຫວັງເອົາຫຼຽນໃນການແຂ່ງຂັນໂອແລມປິກ, ສ້າງກົນໄກການພົວພັນໄປມາຫາສູ່ກັນໃຫ້ເປັນປົກກະຕິ ຫຼື ຖ້າຫຍຸ້ງຍາກແມ່ນໃຫ້ລາຍງານ ແລະ ເຮັດວຽກຮ່ວມກັນຜ່ານລະບົບວິດີໂອທາງໄກ ແລະ ຄັດເລືອກເອົານັກກິລາທີ່ມີຄວາມເຂັ້ມແຂງ ແລະ ມີພອນສະຫວັນໄປຮຽນຢູ່ກູບາ ເພື່ອໃຫ້ເກີດຜົນງານທີ່ເປັນຮູບປະທຳ.
ຂ່າວໂດຍ: ບົວລະພາ ອິນສີມະນີ
ຂ່າວຫຼ້າສຸດ
- ກົມຈັດຕັ້ງ ສສກ ສະຫຼຸບວຽກງານຂໍ້ແຂ່ງຂັນ 3 ອົງການຈັດຕັ້ງມະຫາຊົນ ປະຈຳປີ 2026 ພ້ອມປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜ່ງບໍລິຫານ
- ປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜ່ງບໍລິຫານພາຍໃນກົມຮ່ວມມືກັບຕ່າງປະເທດ ສສກ
- ກວດຜ່ານເນື້ອໃນ ແລະ ຮັບຮອງຫຼັກສູດວິຊາຊີບສາຂາ ບຳລຸງຮັກສາ ແລະ ສ້ອມແປງເຄື່ອງບິນ ໄລຍະທີ 3
- ລາວ-ກູບາ ຫາລືຮັດແໜ້ນການຮ່ວມມື ພັດທະນາວຽກງານການກິລາ-ກາຍຍະກຳ ຢູ່ ສປປ ລາວ
- ທັບນັກກິລາຄົນພິການຫູໜວກທີມຊາດລາວ ພ້ອມຈະເຂົ້າຮ່ວມການແຂ່ງຂັນຊີງແຊ້ມອາຊີ-ປາຊີຟິກ 2026 ທີ່ ປະເທດມາເລເຊຍ
- ເປີດໂຄງການຮ່ວມມື ສົ່ງເສີມຍົກລະດັບທັກສະ, ຄວາມສາມາດ, ປະສິດທິພາບການເຮັດວຽກ ຄູສອນ-ແພດໝໍ ຢູ່ຂັ້ນທ້ອງຖິ່ນ ເພື່ອບໍລິການໂດຍກົງແກ່ປະຊາຊົນ


