Skip to main content

ກວດຜ່ານເນື້ອໃນ ແລະ ຮັບຮອງຫຼັກສູດວິຊາຊີບສາຂາ ບຳລຸງຮັກສາ ແລະ ສ້ອມແປງເຄື່ອງບິນ ໄລຍະທີ 3

29/09/2026
ໃນວັນທີ 28 ກັນຍາ 2026 ທີ່ຫ້ອງປະຊຸມວິທະຍາໄລເຕັກນິກແຂວງວຽງຈັນ ໄດ້ມີພິທີເປີດກອງປະຊຸມວິຊາການ ພັດທະນາຫຼັກສູດ ວິຊາຊີບສາຂາ ບຳລຸງຮັກສາ ແລະ ສ້ອມແປງເຄື່ອງບິນ ໄລຍະທີ 3 ພາຍໃຕ້ການປະທານຂອງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ທ່ານ ຄໍາຫຼ້າ ພົມສີຈັນ ຮອງຜູ້ອຳນວຍການ ລັດວິສາຫະກິດ ລາວເດີນອາກາດ ພ້ອມດ້ວຍຮອງຜູ້ອຳນວຍການສະຖາບັນພັດທະນາອາຊີວະສຶກສາ, ຮັກສາການຜູ້ອຳນວຍການ ວິທະຍາໄລເຕັກນິກແຂວງວຽງຈັນ, ຮອງຜູ້ອຳນວຍການ ລັດວິສາຫະກິດ ລາວເດີນອາກາດ, ຫົວໜ້າພະແນກມາດຕະຖານການບິນ, ກົມການບິນພົນລະເຮືອນ ພ້ອມດ້ວຍຄະນະອຳນວຍການ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ວິຊາການ, ຜູ້ຊ່ຽວຊານ, ຄູ-ອາຈານ ແລະ ຕົວແທນຈາກກອງພັນໃຫຍ່ 703 (ກອງທັບ), ກົມການບິນພົນລະເຮືອນ, ລັດວິສາຫະກິດລາວເດີນອາກາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຈົ້າຮ່ວມ.
ທ່ານ ສຸລິຍາ ປ່າໄຊ ໄດ້ກ່າວຕ້ອນຮັບຜູ້ເຂົ້າຮ່ວມ ໃນນາມສະຖາບັນຮັບຜິດຊອບການພັດທະນາຫຼັກສູດ, ກອງປະຊຸມໃນໄລຍະທີ 3 ຖືເປັນຂັ້ນຕອນສຸດທ້າຍຂອງຂະບວນການພັດທະນາຫຼັກສູດ ຕາມແຜນການທີ່ວາງໄວ້ ເພື່ອກວດຜ່ານເນື້ອໃນ ແລະ ຕົກລົງເປັນເອກະພາບກັນໃນການຮັບຮອງຫຼັກສູດ ເພື່ອລວບລວມເປັນເຫຼັ້ມ ສະເໜີຜ່ານກົມອາຊີວະສຶກສາ ຂໍອະນຸມັດທົດລອງນຳໃຊ້ເຂົ້າໃນການຈັດການຮຽນ-ການສອນຕົວຈິງ.
ທ່ານ ບຸນຕອງ ໄຊຍະວົງ ຫົວໜ້າພະແນກພັດທະນາຫຼັກສູດ ແລະ ສື່ການສອນ ສະຖາບັນພັດທະນາອາຊີວະສຶກສາ ໄດ້ລາຍງານຄວາມຄືບໜ້າການວິເຄາະອາຊີບ ແລະ ການຖ່າຍໂອນມາດຕະຖານອາຊີບເຂົ້າສູ່ຫຼັກສູດໃນ 2 ໄລຍະທີ່ຜ່ານມາ. ຈາກນັ້ນ, ຄະນະຮັບຜິດຊອບວຽກງານໄດ້ມີຄຳເຫັນ ແລະ ທິດທາງແນະນຳ ຕໍ່ບົດລາຍງານຫຍໍ້ຂອງກອງປະຊຸມຊຸດຜ່ານມາ ແລະ ຄຳແນະນຳໃນການຈັດຕັ້ງປະຕິບັດຕໍ່ໄປເພື່ອໃຫ້ສອດຄ່ອງກັບມາດຕະຖານອາຊີບຂອງການບໍາລຸງຮັກສາ ແລະ ສ້ອມແປງເຄື່ອງບິນ ແລະ ເພື່ອໃຫ້ຫຼັກສູດສອດຄ່ອງກັບມາດຕະຖານອາຊີບ ແລະ ການປະຕິບັດງານຕົວຈິງ.
ໂອກາດດັ່ງກ່າວ, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ມີຄຳເຫັນວ່າ: ວຽກງານພັດທະນາຫຼັກສູດແມ່ນວຽກງານທີ່ມີຄວາມສຳຄັນຫຼາຍ ເພາະເປັນຂອບ ແລະ ບ່ອນອີງໃນການຈັດການຮຽນ-ການສອນດ ເຖິງວ່າຈະມີຄວາມຮີບດ່ວນໃນການພັດທະນາຫຼັກສູດຂຶ້ນກ່ອນ, ແຕ່ກໍຫວັງຢ່າງຍິ່ງວ່າບັນດານັກວິຊາການ ແລະ ຜູ້ຮ່ວມກອງປະຊຸມທຸກທ່ານ ຈະທຸ້ມເທແຮງກາຍ, ແຮງໃຈ, ຄວາມຮູ້ ແລະ ປະສົບການຕົວຈິງ ທັງຈາກພາຍໃນ ແລະ ຕ່າງປະເທດ ເພື່ອປະກອບໃສ່ໃຫ້ຫຼັກສູດສຳເລັດສົມບູນ, ມີຄວາມຄົບຖ້ວນ ແລະ ສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານດ້ານການບິນຢ່າງມີປະສິດທິພາບ.
ກອງປະຊຸມຄັ້ງນີ້, ດຳເນີນໄປເປັນເວລາ 3 ວັນ ລະຫວ່າງວັນທີ 28-30 ກັນຍາ 2026.
ພາບ-ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ