ເປີດໂຄງການຮ່ວມມື ສົ່ງເສີມຍົກລະດັບທັກສະ, ຄວາມສາມາດ, ປະສິດທິພາບການເຮັດວຽກ ຄູສອນ-ແພດໝໍ ຢູ່ຂັ້ນທ້ອງຖິ່ນ ເພື່ອບໍລິການໂດຍກົງແກ່ປະຊາຊົນ
29/09/2026

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ກະຊວງສາທາລະນະສຸກ ແລະ ທະນາຄານໂລກ ເປີດກອງປະຊຸມ Kick-Off World Bank Implementation Support Mission ສຳລັບໂຄງການປັບປຸງການປະຕິບັດງານຂອງພະນັກງານໃນຂັ້ນພື້ນຖານ ຂອງຂະແໜງການສຶກສາ ແລະ ສາທາລະນະສຸກ ຢູ່ ສປປ ລາວ ໃນວັນທີ 28 ກັນຍາ 2026 ທີ່ຕຶກ ICT ກະຊວງ ສສກ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ.ດຣ ບຸນເສີດ ແກ້ວປະສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຄວີມາ ເອັນທາຣາ (Khwima Nthara) ຫົວໜ້າຫ້ອງການກຸ່ມທະນາຄານໂລກ ປະຈຳ ສປປ ລາວ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ, ມີຜູ້ຊ່ຽວຊານອາວຸໂສດ້ານການສຶກສາ ແລະ ຫົວໜ້າຄະນະຊ່ຽວຊານຈາກທະນາຄານໂລກ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ພະແນກ, ວິຊາການທີ່ກ່ຽວຂ້ອງ, ຄະນະຈັດຕັ້ງສູນກາງພັກ, ກະຊວງການເງິນ ແລະ ທີມງານ PMU/PIU ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ເນັ້ນໜັກວ່າ: ໂຄງການດັ່ງກ່າວມີຄວາມສຳຄັນຢ່າງຍິ່ງໃນການຍົກລະດັບທັກສະ, ຄວາມສາມາດ ແລະ ປະສິດທິພາບການເຮັດວຽກຂອງພະນັກງານຂັ້ນພື້ນຖານ ເຊັ່ນ: ຄູສອນ ແລະ ແພດໝໍ ຜູ້ທີ່ຢູ່ຂັ້ນທ້ອງຖິ່ນ ເຊິ່ງເປັນກຳລັງແຮງຫຼັກໃນການໃຫ້ບໍລິການໂດຍກົງແກ່ປະຊາຊົນ. ສຳລັບຂົງເຂດການສຶກສາ, ເປົ້າໝາຍແມ່ນຕອບສະໜອງໃຫ້ແກ່ແຜນການປັບປຸງໂຄງສ້າງລະບົບການສຶກສາເປັນ 6+3+3 ໂດຍສຸມໃສ່ເສີມສ້າງທັກສະຄູປະຖົມ ແລະ ການຈັດສັນຄູທົ່ວປະເທດຢ່າງມີເປົ້າໝາຍ.
ໂອກາດດຽວກັນ, ທ່ານ ປອ.ດຣ ບຸນເສີດ ແກ້ວປະສິດ ໄດ້ມີຄຳເຫັນວ່າ ທາງກະຊວງສາທາລະນະສຸກ ໄດ້ຮັບຜິດຊອບຈັດຕັ້ງປະຕິບັດໃນອົງປະກອບທີ 2 ດ້ວຍມູນຄ່າທຶນສະໜັບສະໜູນ 17,2 ລ້ານໂດລາສະຫະລັດ ເພື່ອມຸ່ງເນັ້ນປັບປຸງໂຄງສ້າງທັກສະ (Skill Mix) ແລະ ຍົກລະດັບປະສິດທິພາບການບໍລິການສາທາລະນະສຸກຂັ້ນພື້ນຖານ (EHSP) ຢູ່ໂຮງໝໍຊຸມຊົນ ແລະ ສຸກສາລາ ໃນ 8 ແຂວງເປົ້າໝາຍ (ຜົ້ງສາລີ, ຫົວພັນ, ຫຼວງນ້ຳທາ, ໄຊຍະບູລີ, ໄຊສົມບູນ, ສາລະວັນ, ເຊກອງ ແລະ ອັດຕະປື) ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ວຽກງານຂຶ້ນທະບຽນ ແລະ ອອກໃບອະນຸຍາດປະກອບວິຊາຊີບປິ່ນປົວລະດັບຊາດ.
ໃນການລົງເຮັດວຽກຮ່ວມກັນຂອງທີມງານທະນາຄານໂລກ ລະຫວ່າງວັນທີ 28 ກັນຍາ ຫາ 2 ຕຸລາ 2026 ນີ້ ຖືເປັນໂອກາດອັນດີໃນການທົບທວນຄວາມຄືບໜ້າ, ປຶກສາຫາລືແກ້ໄຂສິ່ງທ້າທາຍ ເຊັ່ນ: ໄລຍະເວລາຈັດຕັ້ງປະຕິບັດ, ຄວາມຊັກຊ້າໃນການເປີດບັນຊີໂຄງການ ແລະ ລະບົບ STEP) ພ້ອມທັງຮ່ວມກັນປັບປຸງແຜນດຳເນີນງານປະຈຳປີ (AOP) 2026-2027 ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເພື່ອໃຫ້ການດຳເນີນໂຄງການສາມາດກ້າວໄປສູ່ເປົ້າໝາຍຢ່າງມີປະສິດທິພາບ, ເກີດຄວາມຄຸ້ມຄ່າ ແລະ ຍືນຍົງຕໍ່ໄປ.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ













