ມາສດ້າ ລາວ ຈີບີ ຕັ້ງເປົ້າຈະສ້າງປະຫວັດສາດໜ້າໃໝ່ສະໂມສອນ ຄວ້າແຊ໋ມ ເປບຊີ ລາວລີກ 1 ລະດູການ 2026-2027
12/10/2026

ພິທີນຳສະເໜີລົດ ALL NEW MAZDA CX-5 ໃໝ່ຫຼ້າສຸດໃນປີ 2027, ພິທີເປີດຊຸດແຂ່ງຂັນ ແລະ ພິທີເຊັນສັນຍາຜູ້ໃຫ້ການສະໜັບສະໜູນສະໂມສອນ ມາສດ້າ ລາວ ຈີບີ ເອັບຊີ (MAZDA LAO GB FC) ເພື່ອໄລ່ລ່າແຊ໋ມການແຂ່ງຂັນບານເຕະລີກສູງສຸດຂອງ ສປປ ລາວ ລາການ ເປບຊີ ລາວລີກ 1 ລະດູການ 2026-2027 ຈັດຂຶ້ນ ໃນວັນທີ 7 ຕຸລາ 2026 ທີ່ສູນຈຳໜ່າຍລົດ ມາສດ້າ ທີ່ເຂດສີໄຄ ບ້ານໂພສີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດແກ້ວໂອໂຕກຣຸບ ຈຳກັດຜູ້ດຽວ ທັງເປັນປະທານສະໂມສອນ ມາສດ້າ ລາວ ຈີບີ ເອັບຊີ, ມີຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ, ຜູ້ບໍລິຫານບໍລິສັດ ແກ້ວໂອໂຕກຣຸບ, ຄະນະບໍລິຫານງານສະໂມສອນບານເຕະ ມາສດ້າ, ແຂກຖືກເຊີນ, ພະນັກງານບໍລິສັດ, ຄູຝຶກ ແລະ ນັກກິລາສະໂມສອນ ແລະ ສື່ມວນຊົນເຂົ້າຮ່ວມ.
ໂອກາດນີ້, ທ່ານ ທິບພະເນດ ແກ້ວມະນີວົງ ກໍໄດ້ເປີດເຜີຍເຖິງຄວາມພ້ອມຂອງລູກທີມໃນການເຂົ້າຮ່ວມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2026-2027 ປີນີ້ ມີຄວາມພ້ອມຮອບດ້ານແລ້ວ 100% ທີ່ຈະລົງສະໜາມແຂ່ງຂັນ ພວກເຮົາມີການກຽມຄວາມພ້ອມຫຼາຍກວ່າປີຜ່ານມາ ໂດຍມີການເສີມທັບນັກເຕະຄຸນນະພາບທັງນັກເຕະພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃນການແຂ່ງຂັນບານເຕະລີກສູງສຸດຂອງປະເທດ. ພ້ອມດຽວກັນນັ້ນ, ຜົນງານທີ່ຜ່ານມາຂອງສະໂມສອນກໍ ຖືວ່າ ໂດດເດັ່ນທີ່ສຸດ ໄດ້ສ້າງຄວາມພາກພູມໃຈ ບໍ່ວ່າຈະເປັນທີມຍິງທີ່ສາມາດຄວ້າແຊ໋ມລາຍການ ລາວລີກຍິງ 2026 ມາຄອງໄດ້ສຳເລັດ, ລວມທັງ ທີມເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 12 ປີ (U12) ທີ່ສາມາດສ້າງຜົນງານປະຫວັດສາດ ສະເທື່ອນວົງການບານເຕະ ລະດັບເວທີສາກົນ ດ້ວຍການບຸກໄປຄວ້າແຊ໋ມການແຂ່ງຂັນເຕະບານເຍົາວະຊົນຊີງນານາຊາດ ທີ່ປະເທດຍີ່ປຸ່ນ ດ້ວຍການເອົາຊະນະ ທີມຊື່ດັງຢ່າງ ບາເຊໂລນາ (Barcelona) ມາແລ້ວ.
ທ່ານປະທານສະໂມສອນ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນ ເປບຊີ ລາວລີກ 1 ປີນີ້ ສະໂມສອນ ໄດ້ຕັ້ງເປົ້າໝາຍສູງສຸດເພື່ອສ້າງປະຫວັດສາດໜ້າໃໝ່ໃຫ້ສະໂມສອນ ໃນການຄວ້າແຊ໋ມ ມາຄອງໃຫ້ໄດ້ ສະນັ້ນ ເພື່ອຜົນສຳເລັດດັ່ງກ່າວ ແນ່ນອນເລີຍ ກອງເຊຍກໍເປັນໝາກຫົວໃຈສຳຄັນຂອງທີມ ຂໍຮຽກຮ້ອງມາຍັງແຟນພັນແທ້ຂອງສະໂມສອນພວກເຮົາທຸກຄົນ ຈົ່ງສືບຕໍ່ ຕິດຕາມ, ໃຫ້ກຳລັງໃຈ ແລະ ຕິດຕາມຜົນງານການເຄື່ອນໄຫວຂອງສະໂມສອນ ມາຊສດາ ພວກເຮົາຈະຸສູ້ເຕັມທີ່ໃນທຸກການແຂ່ງຂັນເພື່ອພິສິດເປົ້າໝາຍແຊ໋ມປີນີ້ມາໃຫ້ໄດ້.
ການແຊ່ງຂັນເປບຊີ ລາວລີກ 1 ລະດູການນີ້ ສະໂມສອນ ມາສດ້າ ລາວ ຈີບີ ເອັບຊີ ໄດ້ນຳໃຊ້ນັກກິລາເຕະບານດາວຮຸ່ງຄຸນນະພາບໃນການເປັນມືອາຊີບ ລະດັບແຖວໜ້າຂອງສປປ ລາວ ແລະ ໄດ້ຄວ້າຕົວນັກເຕະບານຊາວຍີ່ປຸນ ເຖິງ 7 ຄົນມາເສີມທັບ ປີນີ້ ໂອກາດລຸ້ນແຊ໋ມມີສູງ. ແນວໃດກໍຕາມ, ເປບຊີ ລາວລີກ 1 ລະດູການຜ່ານມາ ມາສດ້າ ສ້າງຜົນງານໄດ້ໂດດເດັ່ນ ຢູ່ດັບທີ 3 ສ່ວນອັນດັບທີ 1 ແມ່ນ ເອສຣາ ແລະ ອັນດັບທີ 2 ຊ້າງນ້ອຍ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- “ພອນເງິນ ທຳມະວົງສາ” ຄວ້າແຊ້ມກິລາພິກເກີບອນດ່ຽວຍິງ ຊີງແຊ້ມປະເທດລາວ 2026
- ຄະນະກຳມະບານຈາກ 3 ກະຊວງ ເຂົ້າອວຍພອນຄະນະບໍລິຫານງານສະຫະພັນກຳມະບານ ສສກ ໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີ
- ເປີດຝຶກອົບຮົມທັກສະດ້ານພາສາ ແລະ ວິທີການສອນພາສາຍີ່ປຸ່ນ ສຳລັບຄູຊັ້ນມັດທະຍົມສຶກສາ ໃນນະຄອນຫຼວງວຽງຈັນ
- ລັດຖະບານຍີ່ປຸ່ນ ມອບກຸນແຈ ເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ໃຫ້ ສປປ ລາວ ຢ່າງເປັນທາງການ
- ສສກ ວາງຫຼາຍມາດຕະການ ແກ້ໄຂບັນຫາການປະລະການຮຽນ
- ຄູ ແມ່ນໝາກຫົວໃຈສຳຄັນຂອງຄຸນນະພາບການສຶກສາ


