“ພອນເງິນ ທຳມະວົງສາ” ຄວ້າແຊ້ມກິລາພິກເກີບອນດ່ຽວຍິງ ຊີງແຊ້ມປະເທດລາວ 2026
13/10/2026

ນາງ ພອນເງິນ ທຳມະວົງສາ ນັກກິລາພິກເກີບອນ ຄວ້າແຊ້ມການແຂ່ງຂັນກິລາພິກເກີບອນຊີງແຊ້ມປະເທດລາວ ປະຈຳປີ 2026 (Laos Pickleball Major 2026) ຊຶ່ງເປັນລາຍການຄັ້ງປະຫວັດສາດ ທີ່ຖືກສະຫະພັນພິກເກີບອນສາກົນ ຮັບຮອງໃຫ້ເປັນລາຍການສະສົມຄະແນນນັກກິລາລະດັບໂລກ ລາຍການນີ້ ມີນັກກິລາທີ່ມາຈາກໄທ, ຟິລິບປິນ, ຫວຽດນາມ, ສະຫະລັດອາເມຣິກາ ແລະ ນັກກິລາລາວ ເຂົ້າຮ່ວມ 60 ຄົນ. ຂະນະທີ່ ແຊ້ມດ່ຽວຊາຍ ເປັນຂອງ ແຊມ ບາລາໂຊ ນັກກິລາຊາວຟິລິບປິນ.
ລາຍການນີ້ ຈັດຂຶ້ນເມື່ອວັນທີ 10 ຕຸລາ 2026 ທີ່ ສະໂມສອນກິລາ Rio Sport Club ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ແອັກເຊວ ອະໂນໄທ ຮອງປະທານສະຫະພັນພິກເກີບອນແຫ່ງຊາດລາວ, ທ່ານ ຄໍາ ວົງສະກຸນ ຫົວໜ້າກໍາມະການຕັດສິນ ແລະ ທ່ານ ໂຢຮັນ ເລເຟບ ເຊີວາລີເອ ຜູ້ກໍ່ຕັ້ງ Pickleball Development Laos ພ້ອມດ້ວຍທີມງານ GOOD TIME Event Organizer ແລະ ບັນດານັກກິລາຈາກບັນດາປະເທດຕ່າງໆ ແລະ ຈາກບັນດາແຂວງຕ່າງໆ ກໍຄື ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ ຊີງເງິນລາງວັນລວມມູນຄ່າ 65,000,000 ກີບ ເພື່ອເປັນການພັດທະນານັກກິລາພິກເກີບອນລາວ ໃຫ້ກ້າວສູ່ການເປັນນັກກິລາອາຊີບ ກໍຄື ລະດັບສາກົນ ລາຍການນີ້ ມີນັກກິລາຈາກທົ່ວປະເທດລາວ ທີ່ມາຈາກແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ສ່ວນນັກກິລາຕ່າງຊາດ ກໍມາຈາກໄທ, ຟິລິບປິນ, ຫວຽດນາມ, ສະຫະລັດອາເມຣິກາ ທັງໝົດ 60 ຄົນ (ຍິງ 20 ຄົນ ແລະ ຊາຍ 40 ຄົນ)
ລາຍການດັງກ່າວ ໄດ້ຮັບການຮັບຮອງການຈັດອັນດັບນັກກິລາລະດັບໂລກ ຈາກສະຫະພັນພິກເກີບອນສາກົນ (DUPR (Dynamic Universal Pickleball Rating) ຜ່ານການແຂ່ງຂັນໃນຮອບຊີງຊະນະເລີດ ປະເພດດ່ຽວຍິງ ລະຫວ່າງ ນາງ ພອນເງິນ ທໍາມະວົງສາ (ຕິກ) ຊະນະ ນາງ ປານ ແສນ ນັກກິລາຈາກໄທ ດ້ວຍຄະແນນສຸດສູສີ 17–15 ຄວ້າແຊ້ມໄປຄອງ. ສ່ວນຮອບຊີງຊະນະເລີດ ປະເພດຊາຍ ແຊມ ບາລາໂຊ ໄດ້ຄວ້າແຊ້ມໄປຄອງ.
ພາບ ແລະ ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- “ພອນເງິນ ທຳມະວົງສາ” ຄວ້າແຊ້ມກິລາພິກເກີບອນດ່ຽວຍິງ ຊີງແຊ້ມປະເທດລາວ 2026
- ຄະນະກຳມະບານຈາກ 3 ກະຊວງ ເຂົ້າອວຍພອນຄະນະບໍລິຫານງານສະຫະພັນກຳມະບານ ສສກ ໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີ
- ເປີດຝຶກອົບຮົມທັກສະດ້ານພາສາ ແລະ ວິທີການສອນພາສາຍີ່ປຸ່ນ ສຳລັບຄູຊັ້ນມັດທະຍົມສຶກສາ ໃນນະຄອນຫຼວງວຽງຈັນ
- ລັດຖະບານຍີ່ປຸ່ນ ມອບກຸນແຈ ເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ໃຫ້ ສປປ ລາວ ຢ່າງເປັນທາງການ
- ສສກ ວາງຫຼາຍມາດຕະການ ແກ້ໄຂບັນຫາການປະລະການຮຽນ
- ຄູ ແມ່ນໝາກຫົວໃຈສຳຄັນຂອງຄຸນນະພາບການສຶກສາ


