Skip to main content

ຄູ ແມ່ນໝາກຫົວໃຈສຳຄັນຂອງຄຸນນະພາບການສຶກສາ

12/10/2026
ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 07 ຕຸລາ 2026 ຄົບຮອບ 32 ປີ ປີນີ້, ເພື່ອສະທ້ອນໃຫ້ເຫັນເຖິງບົດບາດ, ຄວາມສຳຄັນ ແລະ ທັດສະນະມຸມມອງກ່ຽວກັບການພັດທະນາການສຶກສາໃນຍຸກປັດຈຸບັນ, ທີມງານຂ່າວພະແນກໂຄສະນາ-ຂ່າວສານ ໄດ້ມີໂອກາດສຳພາດ ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ຍົກໃຫ້ເຫັນຄຳສອນອັນລ້ຳຄ່າຂອງ ທ່ານ ປະທານ ໄກສອນ ພົມວິຫານ ທີ່ໄດ້ກ່າວໄວ້ໃນປີ 1978 ວ່າ: “ຄູແມ່ນແມ່ພິມຂອງຊາດ ແລະ ຄູແມ່ນຄົນຂອງພັກ” ເຊິ່ງຄຳເວົ້ານີ້ຍັງຄົງມີຄຸນຄ່າອຳມະຕະຮອດປັດຈຸບັນ.
“ໃນຖານະທີ່ຂ້າພະເຈົ້າເຄີຍເປັນຄູສອນ ແລະ ໄດ້ໃຊ້ຊີວິດຢູ່ກັບອາຊີບຄູ 21 ກວ່າປີ ສາມາດຢັ້ງຢືນໄດ້ວ່າ ຄູແມ່ນໝາກຫົວໃຈຂອງຄຸນນະພາບການສຶກສາຢ່າງແທ້ຈິງ ແລະ ເປັນປັດໄຈພື້ນຖານໃນການຕັດສິນຄຸນນະພາບການສຶກສາ ລວມທັງການພັດທະນາປະເທດຊາດ. ຖ້າພວກເຮົາຢາກພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ມີຄຸນນະພາບ, ມີທັກສະ, ມີຄຸນສົມບັດ, ມີສິນທຳປະຕິວັດ ແລະ ສາມາດປັບຕົວເຂົ້າກັບສະພາບການປ່ຽນແປງຂອງໂລກຢ່າງໄວວາ ຄູຕ້ອງມາກ່ອນໝູ່ໝົດ”.
ໃນອະດີດຜ່ານມາ, ບົດບາດຂອງຄູອາດເນັ້ນໃສ່ການເປັນຜູ້ຖ່າຍທອດຄວາມຮູ້, ສູ້ຊົນສອນໃຫ້ຈົບຫຼັກສູດ ແລະ ນຳພານັກຮຽນກະກຽມສອບເສັງຜ່ານ; ແຕ່ໃນສະພາບເງື່ອນໄຂໃໝ່ຂອງຍຸກແຫ່ງຂໍ້ມູນຂ່າວສານ, ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ທີ່ມີການພັດທະນາຢ່າງວ່ອງໄວ, ຄູຍັງມີບົດບາດສຳຄັນທີ່ສຸດໃນການເປັນຜູ້ແນະນຳ, ສ້າງແຮງບັນດານໃຈ, ເປັນຜູ້ຮຽນຮູ້ຕະຫຼອດຊີວິດ ແລະ ທີ່ສຳຄັນແມ່ນເປັນຜູ້ປູກຝັງຄຸນນະທຳ, ສິນລະທຳ ແລະ ຈັນຍາບັນໃຫ້ແກ່ ລູກຫຼານ ເພື່ອ ໃຫ້ຄອບຄົວ ແລະ ສັງຄົມມີຄວາມສະຫງົບສຸກ.
ທ່ານຮອງຫົວໜາກົມສາມັນສຶກສາ ຍັງໄດ້ເນັ້ນອີກວ່າ ໃນຍຸກປັດຈຸບັນ ຄູບໍ່ພຽງແຕ່ເປັນຜູ້ “ສອນໃຫ້ນັກຮຽນຮູ້ຢູ່ໃນບົດຮຽນເທົ່ານັ້ນ”, ແຕ່ຕ້ອງ “ສອນໃຫ້ນັກຮຽນຮູ້ວິທີຮຽນ, ຮູ້ວິທີຄິດ, ຮູ້ວິທີແກ້ບັນຫາ, ຮູ້ຈັກພັດທະນາຕົນເອງ ແລະ ຮູ້ວິທີຕັ້ງຄຳຖາມ” ຕົວຢ່າງເຊັ່ນ: ການຕັ້ງຄຳຖາມວ່າ ເປັນຫຍັງນັກຮຽນຈຶ່ງຕ້ອງມີລະບຽບວິໄນ, ຈະສ້າງ ແລະ ຮັກສາລະບຽບວິໄນໄດ້ແນວໃດ? ແລະ ຖ້ານັກຮຽນທຸກຄົນມີລະບຽບວິໄນດີແລ້ວ ການຮຽນ ແລະ ໂຮງຮຽນຈະປ່ຽນແປງໄປແນວໃດ? ການເຮັດແບບນີ້ຈະຊ່ວຍໃຫ້ນັກຮຽນຮູ້ຈັກຄິດຫາເຫດຜົນ, ຮູ້ວິທີການແກ້ໄຂບັນ ແລະ ຮູ້ຜົນທີ່ຈະເກີດຂຶ້ນ ແລະ ສ້າງແຮງຈູງໃຈຢາກຊອກຮໍ່າຮຽນດ້ວຍຕົນເອງ.
ການພັດທະນາ ແລະ ປັບປຸງຕົນເອງຂອງຄູໃນຍຸກໂລກາພິວັດ ແລະ ດິຈິຕອນ: ທ່າມກາງຍຸກໂລກາພິວັດ ແລະ ເຕັກໂນໂລຊີທີ່ກ້າວໜ້າ, ນັກຮຽນສາມາດເຂົ້າເຖິງຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວພາຍໃນເວລາບໍ່ພຽງແຕ່ໜຶ່ງນາທີ, ເຊິ່ງບາງຄັ້ງພວກເຂົາອາດຈະຮູ້ ແລະ ເຮັດໄດ້ດີກວ່າຄູ. ດັ່ງນັ້ນ, ຄູຈຶ່ງຢຸດຮຽນຮູ້ບໍ່ໄດ້ ແລະ ຕ້ອງກາຍເປັນ “ຜູ້ຮຽນຮູ້ຕະຫຼອດຊີວິດ” ໂດຍຕ້ອງເນັ້ນ 3 ດ້ານຫຼັກໆ ຄື: ພັດທະນາວິຊາສະເພາະ ແລະ ວິທີສິດສອນໃຫ້ທັນສະໄໝ: ບໍ່ຄວນເນັ້ນແຕ່ການຈື່ຈຳ, ແຕ່ຕ້ອງສ້າງໂອກາດໃຫ້ນັກຮຽນໄດ້ຄິດ, ໄດ້ຖາມ, ສົນທະນາ, ທົດລອງ, ແກ້ບັນຫາ ແລະ ນຳຄວາມຮູ້ໄປໃຊ້ໃນຊີວິດຕົວຈິງ, ມີທັກສະດິຈິຕອນ ແລະ ນຳໃຊ້ AI ຢ່າງສ້າງສັນ: ບໍ່ຄວນເບິ່ງ ປັນຍາປະດິດ (AI) ວ່າຈະມາທົດແທນບົດບາດຂອງຄູ, ຫາກແຕ່ຄວນເບິ່ງເປັນເຄື່ອງມືຊ່ວຍອອກແບບການຮຽນ-ການສອນ, ພັດທະນາສື່, ວິເຄາະຜົນການຮຽນ ແລະ ຊ່ວຍເຫຼືອນັກຮຽນທີ່ມີຄວາມຕ້ອງການຫຼາກຫຼາຍ ແລະ ຍຶດໝັ້ນແນວທາງ ແລະ ມີຈັນຍາບັນວິຊາຊີບສູງ: ຄູຕ້ອງກຳແໜ້ນແນວທາງຂອງພັກ ແລະ ລັດ, ມີຄວາມຮັກຊາດ, ມີຄວາມຍຸຕິທຳ, ອົດທົນ, ເປັນຜູ້ຮັບຟັງທີ່ດີ ແລະ ເຄົາລົບຄວາມແຕກຕ່າງຂອງນັກຮຽນແຕ່ລະຄົນ ເພາະເດັກແຕ່ລະຄົນມີຈັງຫວະການຮຽນຮູ້ທີ່ຕ່າງກັນ “ຄູທີ່ດີຕ້ອງບໍ່ປ່ອຍໃຫ້ເດັກຄົນໃດຖືກປະໄວ້ຂ້າງຫຼັງ”.
ສິ່ງທ້າທາຍໃນການສິດສອນປັດຈຸບັນ ເມື່ອເວົ້າເຖິງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ໄດ້ຊີ້ໃຫ້ເຫັນ 2 ບັນຫາຕົ້ນຕໍ: ການສູ້ຊົນແກ້ໄຂຊ່ອງຫວ່າງດ້ານຄຸນນະພາບການສຶກສາ ລະຫວ່າງເຂດຕົວເມືອງ ແລະ ເຂດຊົນນະບົດ ບໍ່ວ່າຈະເປັນພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ, ສື່ການຮຽນ-ການສອນ ແລະ ສະພາບແວດລ້ອມຕ່າງໆ ແລະ ຜົນກະທົບຈາກຍຸກວັດຖຸນິຍົມ, ການແຂ່ງຂັນສູງ ແລະ ການໂຄສະນາຜ່ານສື່ສັງຄົມອອນລາຍແບບບໍ່ມີຂອບເຂດຈຳກັດ ເຊິ່ງເຮັດໃຫ້ລູກຫຼານນັກຮຽນຈຳນວນບໍ່ໜ້ອຍ ຕິດສື່ສັງຄົມອອນລາຍ, ຫຼົງໄຫຼໃນວັດຖຸນິຍົມ ຈົນສົ່ງຜົນກະທົບຕໍ່ການຂາດຄຸນນະທຳ, ສິນທຳ ແລະ ສົ່ງຜົນສະທ້ອນຕໍ່ການຮຽນ.
ເນື່ອງໃນວັນຄູແຫ່ງຊາດ ຄົບຮອບ 32 ປີ, ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ໄດ້ຝາກຄຳອວຍພອນອັນປະເສີດ ຍັງບັນດາຄູອາຈານທຸກທ່ານ ທີ່ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ກຳລັງໃຈເຂົ້າ ໃສ່ການພັດທະນາການສຶກສາຢ່າງບໍ່ຮູ້ອິດຮູ້ເມື່ອຍ, ຂໍໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ພ້ອມທັງຝາກຂໍ້ຄິດອັນເລິກເຊິ່ງ “ເມື່ອໂລກຂອງພວກເຮົາປ່ຽນແປງ ຄູກໍຕ້ອງປ່ຽນແປງໄປນຳ; ເມື່ອນັກຮຽນບໍ່ມັກການສອນແບບເກົ່າ ເຮົາກໍຕ້ອງປ່ຽນວິທີສອນ, ແຕ່ສິ່ງທີ່ບໍ່ຄວນປ່ຽນ ຄື ຈິດວິນຍານຂອງຄວາມເປັນຄູ, ຈິດວິນຍານຂອງຄວາມຮັກຊາດ, ຄວາມເສຍສະຫຼະ, ຄວາມເມດຕາ, ຄວາມຮັບຜິດຊອບ ແລະ ຄວາມເຊື່ອໝັ້ນວ່າເດັກທຸກຄົນສາມາດພັດທະນາໃຫ້ເປັນຄົນເກັ່ງໄດ້”.
ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ