Skip to main content

ຄະນະກຳມະບານຈາກ 3 ກະຊວງ ເຂົ້າອວຍພອນຄະນະບໍລິຫານງານສະຫະພັນກຳມະບານ ສສກ ໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີ

13/10/2026
ວັນທີ 9 ຕຸລາ 2026 ນີ້, ຕາງໜ້າໃຫ້ແກ່ຄະນະກຳມະບານຈາກ 3 ພາກສ່ວນກະຊວງ ໄດ້ ໃຫ້ກຽດເຂົ້າຮ່ວມອວຍພອນວັນຄູແຫ່ງຊາດ ຄົບຮອບ 32 ປີ ແກ່ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອເປັນການລະນຶກເຖິງຄວາມສຳຄັນຂອງວັນຄູແຫ່ງຊາດ ພ້ອມທັງຮັດແໜ້ນຄວາມສາມັກຄີລະຫວ່າງບັນດາພາກສ່ວນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍມີຕາງໜ້າຄະນະນຳ ແລະ ຜູ້ຕາງໜ້າກຳມະບານຈາກ 3 ກະຊວງເຂົ້າຮ່ວມ ນຳໂດຍ ສະຫາຍ ພັອ ສຸວັນນີ ດວງປະເສີດ ຄະນະບໍລິຫານງານສູນກາງກຳມະບານລາວ ທັງເປັນຫົວໜ້າຫ້ອງການກຳມະບານກະຊວງປ້ອງກັນປະເທດ; ສະຫາຍ ພັອ ນາງ ນວນ ເທບພະວົງ ຄະນະບໍລິຫານງານສູນກາງກຳມະບານລາວ ທັງເປັນປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງປ້ອງກັນຄວາມສະຫງົບ; ແລະ ສະຫາຍ ສົມຫວັງ ພິມມະສອນ ຄະນະບໍລິຫານງານສູນກາງກຳມະບານລາວ ທັງເປັນປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຊິ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ສະຫາຍ ແສງສະເດັນ ບຸນລາວົງ ຄະນະບໍລິຫານງານສູນກາງກຳມະບານລາວ, ຄະນະພັກກະຊວງ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ປະທານສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະບໍລິຫານງານຈາກທັງ 4 ພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ແສງສະເດັນ ບຸນລາວົງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕ້ອນຮັບຢ່າງອົບອຸ່ນ ມາຍັງຄະນະກຳມະບານທັງ 3 ກະຊວງ ທີ່ໄດ້ເຫັນຄວາມສຳຄັນ ແລະ ໃຫ້ກຽດມາອວຍພອນວັນຄູແຫ່ງຊາດ ຄົບຮອບ 32 ປີ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງຕໍ່ປະເທດຊາດ ເວົ້າລວມ ເວົ້າສະເພາະແມ່ນການພັດທະນາວຽກງານການສຶກສາ ກໍຄືການຍົກສູງບົດບາດຂອງຄູລາວທົ່ວປະເທດ.
ຈາກນັ້ນ, ຕາງໜ້າໃຫ້ຄະນະກຳມະບານທັງ 3 ກະຊວງ ກໍໄດ້ອວຍພອນອັນປະເສີດເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີ ໃຫ້ແກ່ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ ພ້ອມທັງອວຍພອນໃຫ້ ສສກ ສືບຕໍ່ພາລະກິດອັນສູງສົ່ງໃນການພັດທະນາການສຶກສາຂອງລາວ ໃຫ້ກ້າວໜ້າ ແລະ ພັດທະນາຂຶ້ນເລື້ອຍໆໃນອະນາຄົດ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ