Skip to main content

ສສກ ວາງຫຼາຍມາດຕະການ ແກ້ໄຂບັນຫາການປະລະການຮຽນ

12/10/2026
ບັນຫາການປະລະການຮຽນຂອງນັກຮຽນແຕ່ລະລະດັບ ນັບແຕ່ຊັ້ນປະຖົມ, ມັດທະຍົມ ຈົນເຖິງການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ຍັງເປັນສິ່ງທ້າທາຍສຳຄັນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເນື່ອງຈາກສົ່ງຜົນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ວາງຫລາຍມາດຕະການ ທັງດ້ານນະໂຍບາຍ, ການຊ່ວຍເຫລືອນັກຮຽນ, ການປັບປຸງໂຄງສ້າງ ແລະ ຄຸນນະພາບການສຶກສາ.
ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ໃນຫລາຍບັນຫາສຳຄັນ ເປັນຕົ້ນແມ່ນບັນຫາການປະລະການຮຽນ, ການຫັນປ່ຽນລະບົບການສຶກສາສາຍສາມັນ ແລະ ການຄຸ້ມຄອງ-ຕິດຕາມຊຸກຢູ່ໂຮງ ຮຽນພາກເອກະຊົນ ຊຶ່ງກະຊວງສຶກສາທິການ ແລະ ກິລາ ໄດ້ວາງຫລາຍມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ ໂດຍສະເພາະ ການຍົກສູງບົດບາດ ແລະ ຄວາມສຳຄັນຂອງການສຶກສາ, ການດຳເນີນໂຄງການ “ນຳນ້ອງກັບສູ່ໂຮງຮຽນ”, ການສະໜອງອາຫານທ່ຽງໃຫ້ນັກຮຽນ ປະມານ 217.000 ຄົນ, ໃຫ້ເງິນອຸດໜູນ ແລະ ເບ້ຍລ້ຽງ ແກ່ນັກຮຽນທຸກຍາກ ແລະ ດ້ອຍໂອກາດ 1.000 ຄົນ ໃນຂັ້ນປະຖົມ ແລະ 4.148 ຄົນ ໃນຂັ້ນມັດທະຍົມ, ພ້ອມທັງສະໜອງທຶນການສຶກສາ 153 ທຶນ ໃຫ້ແກ່ນັກຮຽນເກັ່ງ.
ສຳລັບວຽກງານອາຊີວະສຶກສາ ໄດ້ດຳເນີນການສອນສາມັນວິຊາຊີບຄວບຄູ່ກັນ ໃນ 9 ສາຂາວິຊາຊີບ ເຊັ່ນ: ສ້ອມແປງຄອມພິວເຕີ, ໄຟຟ້າ, ປຸງແຕ່ງອາຫານ, ຕັດຫຍິບ ແລະ ອື່ນໆ ຢູ່ຕາມໂຮງຮຽນກິນນອນຊົນເຜົ່າ ແລະ ໂຮງຮຽນຕ່າງໆ ໂດຍມີຜູ້ເຂົ້າຮຽນ 1.762 ຄົນ. ຂະນະທີ່ການສຶກສາຊັ້ນສູງ ໄດ້ສືບຕໍ່ດຳເນີນນະໂຍບາຍ ສະໜັບສະໜູນ ຕໍ່ນັກຮຽນທຸກຍາກຢູ່ເຂດຫ່າງໄກສອກຫລີກ ໃຫ້ມີໂອກາດໄດ້ເຂົ້າຮຽນຕໍ່ໃນສາຍສຶກສາຊັ້ນສູງ ໂດຍຈັດສັນທຶນການສຶກສາ 1.500 ທຶນ ໃນສົກຮຽນ 2025-2026 ແລະ 2026-2027. ໃນນັ້ນ, ໃນສົກຮຽນ 2026-2027 ມີນັກສຶກສາ ລວມທັງໝົດ 21.541 ຄົນ ຮຽນຢູ່ 4 ມະຫາວິທະຍາໄລ ຄື: ມະຫາວິທະຍາໄລແຫ່ງຊາດ 14.564 ຄົນ, ເຂົ້າໃໝ່ 3.776 ຄົນ; ມະຫາວິທະຍາໄລສຸພານຸວົງ 2.494 ຄົນ, ເຂົ້າໃໝ່ 727 ຄົນ; ມະຫາວິທະຍາໄລສະຫວັນນະເຂດ 2.150 ຄົນ, ເຂົ້າໃໝ່ 750 ຄົນ ແລະ ມະຫາວິທະຍາໄລຈຳປາສັກ 2.333 ຄົນ, ເຂົ້າໃໝ່ 920 ຄົນ.
ຢ່າງໃດກໍຕາມ, ໃນ 9 ຄາດໝາຍທີ່ສະພາແຫ່ງຊາດຮັບຮອງ ມີພຽງ 4 ຄາດໝາຍທີ່ມີຄວາມຄືບໜ້າດີ ແລະ 5 ຄາດໝາຍຍັງບໍ່ທັນບັນລຸຕາມແຜນ ເປັນຕົ້ນ ອັດຕາການປະລະການຮຽນຂອງນັກຮຽນຊັ້ນປະຖົມ, ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊຶ່ງສາເຫດສຳຄັນທີ່ບາງຄາດໝາຍຍັງບໍ່ທັນບັນລຸ ມາຈາກສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ຊຶ່ງເຮັດໃຫ້ນັກຮຽນ ແລະ ຄູບາງສ່ວນຕ້ອງອອກໄປຊອກວຽກເຮັດ ເພື່ອຫາລາຍໄດ້ລ້ຽງຄອບຄົວ; ການຂາດແຄນຄູໃນບາງທ້ອງຖິ່ນ ແລະ ບາງວິຊາ ໂດຍສະເພາະເຂດຫ່າງໄກ; ການຂາດແຄນງົບປະມານ ແລະ ອຸປະກອນຈຳເປັນ ເພື່ອໃຫ້ຂັ້ນທ້ອງຖິ່ນ ຕິດຕາມ ແລະ ປະເມີນບັນດາຕົວຊີ້ວັດ ຍັງບໍ່ທັນຊັດເຈນ ແລະ ຕໍ່ເນື່ອງເທົ່າທີ່ຄວນ.
ຕໍ່ກັບບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ ໄດ້ສຸມໃສ່ແກ້ໄຂຢ່າງເປັນລະບົບ ໂດຍປະຕິຮູບໂຄງສ້າງລະບົບການສຶກສາສາມັນ ຈາກ 5+4+3 ເປັນ 6+3+3, ປັບປຸງລະບົບສ້າງຄູຄືນໃໝ່ ດ້ວຍການຍຸບໂຮມວິທະຍາໄລສ້າງຄູທົ່ວປະເທດ ເພື່ອສ້າງເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ. ພ້ອມນັ້ນ, ຍັງຫັນປ່ຽນສະຖານການສຶກສາຈຳນວນໜຶ່ງເປັນໂຮງຮຽນສາມັນວິຊາຊີບ ເພື່ອໃຫ້ນັກຮຽນໄດ້ຮຽນທັງສາ ມັນສຶກສາ ແລະ ມີທັກສະວິຊາຊີບຂັ້ນຕົ້ນ; ສຳຫລວດ ແລະ ວາງແຜນສ້ອມແປງໂຮງຮຽນທີ່ຍັງບໍ່ໄດ້ມາດຕະຖານ ຊຶ່ງປັດຈຸບັນມີໂຮງຮຽນປະຖົມ 1.059 ແຫ່ງ ທີ່ຍັງບໍ່ທັນໄດ້ມາດຕະຖານ ເພື່ອປັບປຸງສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກ ໃຫ້ນັກຮຽນດີຂຶ້ນກວ່າເກົ່າ. ຄ່ຽງຄູ່ກັນນັ້ນ, ກໍໄດ້ສຸມໃສ່ປັບປຸງຫລັກສູດການສຶກສາຊັ້ນສູງ ໂດຍສ້າງຫລັກສູດໃໝ່ ໃຫ້ສອດຄ່ອງກັບທ່າອ່ຽງລວມຂອງ ຍຸກສະໄໝ ແລະ ຄວາມຕ້ອງການຕົວຈິງ ຂອງການພັດທະນາ, ຍຸບບັນດາຫລັກສູດ ທີ່ເຫັນວ່າມີຄົນສົນໃຈຮຽນໜ້ອຍ ແລະ ບໍ່ແທດເໝາະກັບສະພາບໃນປັດຈຸບັນ, ສົ່ງເສີມສະຖານການສຶກສາຊັ້ນສູງໃຫ້ ຂະຫຍາຍພາກຄໍ່າ, ທ້າຍອາທິດ, ຮຽນອອນລາຍ ປະສົມໃນສາຂາທີ່ສັງຄົມຕ້ອງການ ເພື່ອໃຫ້ຄົນເຮັດວຽກຮຽນຕໍ່ໄດ້.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ