ເປີດຝຶກອົບຮົມທັກສະດ້ານພາສາ ແລະ ວິທີການສອນພາສາຍີ່ປຸ່ນ ສຳລັບຄູຊັ້ນມັດທະຍົມສຶກສາ ໃນນະຄອນຫຼວງວຽງຈັນ
13/10/2026

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ມູນນິທິຍີ່ປຸ່ນ ປະຈຳ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຊຸດຝຶກອົບຮົມ “ທັກສະດ້ານພາສາ ແລະ ວິທີການສອນພາສາຍີ່ປຸ່ນ ສຳລັບຊັ້ນມັດທະຍົມສຶກສາ” ໃນວັນທີ 12 ຕຸລາ 2026 ທີ່ ວິທະຍາໄລວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໂຢຊຸເກະ ຄຸຊາຄາເບະ (Mr. Yosuke KUSAKABE), ຜູ້ອຳນວຍການມູນນິທິຍີ່ປຸ່ນ ປະຈຳ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຜູ້ຕາງໜ້າ ສວສ, ຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມໃນຄັ້ງນີ້, ເພື່ອສືບຕໍ່ສົ່ງເສີມ, ຂະຫຍາຍຂີດຄວາມສາມາດ ແລະ ເພີ່ມປະສິດທິພາບທາງດ້ານວິທີການສອນ ລວມທັງການນຳໃຊ້ປຶ້ມແບບຮຽນ ໃຫ້ເກີດປະໂຫຍດສູງສຸດ, ໂດຍມີຄູ-ອາຈານ ເຂົ້າຮ່ວມທັງໝົດ 30 ທ່ານ ຈາກ 12 ໂຮງຮຽນເປົ້າໝາຍ ທີ່ຈັດການຮຽນ-ການສອນພາສາຍີ່ປຸ່ນ ໃນນະຄອນຫຼວງວຽງຈັນ ຄື: ມສ ວຽງຈັນ, ມສ ໜອງບອນ, ມສ ເພຍວັດ, ມສ ໂພນທັນ, ມສ ສາລະຄຳ, ມສ ເຈົ້າອະນຸວົງ, ໂຮງຮຽນສາມັນພອນສະຫວັນແຫ່ງຊາດ, ໂຮງຮຽນແສງວິໄລ, ໂຮງຮຽນປາດຖະໜາ, ໂຮງຮຽນວັນໃໝ່, ໂຮງຮຽນມັດທະຍົມສົມບູນຮາກແກ້ວ ແລະ ໂຮງຮຽນສຸກສະຫວັດ.
ໃນພິທີ, ທ່ານ ໂຢຊຸເກະ ຄຸຊາຄາເບະ ໄດ້ກ່າວວ່າ: ການຈັດການສຶກສາພາສາຍີ່ປຸ່ນ ທີ່ມີຄຸນນະພາບຢູ່ຕາມໂຮງຮຽນຕ່າງໆ ເຮັດໃຫ້ຈຳນວນຜູ້ຮຽນພາສາຍີ່ປຸ່ນເພີ່ມຂຶ້ນໃນແຕ່ລະປີ ໂດຍສະເພາະໃນສົກຮຽນນີ້, ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ມີເຂົ້າຮຽນເຖິງ 80 ຄົນ ເຊິ່ງເພີ່ມຂຶ້ນປະມານ 2 ເທົ່າ ຈາກປີທີ່ຜ່ານໆມາ. ມູນນິທິຍີ່ປຸ່ນ ຫວັງຢ່າງຍິ່ງວ່າ ນັກຮຽນທີ່ໄດ້ຮຽນພາສາຍີ່ປຸ່ນພື້ນຖານໃນລະດັບມັດທະຍົມ ຈະສາມາດນຳຄວາມຮູ້ໄປຕໍ່ຍອດໃນອະນາຄົດ ເຊັ່ນ: ການສຶກສາຕໍ່ຢູ່ມະຫາວິທະຍາໄລແຫ່ງຊາດ, ການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ຫຼື ການນຳໃຊ້ພາສາຍີ່ປຸ່ນເຂົ້າໃນການປະກອບອາຊີບ ເພື່ອປະກອບສ່ວນເຂົ້າໃນການພັດທະນາບຸກຄະລາກອນຄຸນນະພາບສູງຂອງລາວ.
ສຳລັບການຝຶກອົບຮົມດັ່ງກ່າວ, ແມ່ນຈັດຂຶ້ນແຕ່ວັນທີ 12 ຕຸລາ ຫາ ວັນທີ 22 ມີນາ 2027.
ພາບ-ຂ່າວ: ບົວລະພາ















