ລັດຖະບານຍີ່ປຸ່ນ ມອບກຸນແຈ ເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ໃຫ້ ສປປ ລາວ ຢ່າງເປັນທາງການ
13/10/2026

ພິທີເຊັນສັນຍາມອບ-ຮັບກຸນແຈເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ລະຫວ່າງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ທ່ານ Matsuyama ປະທານບໍລິສັດທີ່ປຶກສາ Asuza Sekkei ແລະ ທ່ານ Yamada ຫົວໜ້າບໍລິສັດ Hazama Ando-Toa Road JV ຜູ້ຮັບເໝົາ ຝ່າຍໂຄງການກໍ່ສ້າງຂອງປະເທດຍີ່ປຸ່ນ ຈັດຂຶ້ນໃນວັນທີ 12 ຕຸລາ 2026 ທີ່ອາຄານຊັ້ນໜຶ່ງ ສະໜາມກິລາເຈົ້າອະນຸວົງ ນະຄອນຫຼວງວຽງຈັນ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ Matsuyama ກ່າວວ່າ: ໃນນາມທີ່ປຶກສາ ຂໍສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ຊ່ວຍເຮັດໃຫ້ໂຄງການນີ້ສຳເລັດຕາມແຜນທີ່ວາງໄວ້ ໂດຍສະເພາະແມ່ນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ທີ່ໃຫ້ຄວາມຮ່ວມມືຕັ້ງແຕ່ການສຳຫຼວດ, ອອກແບບໂຄງສ້າງ ແລະ ໄລຍະການກໍ່ສ້າງ ສາມາດສຳເລັດໂຄງການໄປດ້ວຍດີ.
ໂອກາດດຽວກັນ, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອໃນປັບປຸງກໍ່ສ້າງສະໜາມກິລາເຈົ້າອະນຸວົງແຫ່ງນີ້ ໂດຍຜ່ານອົງການການໄຈກາ ປະຈຳລາວ ທີ່ໄດ້ປະສານສົມທົບ ແລະ ປະສານງານຮ່ວມມືກັບ ກະຊວງ ສສກ ເປັນຢ່າງດີ, ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຄະນະຮັບຜິດຊອບໂຄງການ ທີ່ໄດ້ເອົາໃຈໃສ່ທຸ້ມເທເຫື່ອແຮງ ເຮັດໃຫ້ການປັບປຸງກໍ່ສ້າງສຳເລັດຕາມແຜນການ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ອາຄານແຫ່ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດເພື່ອປວງຊົນລາວ ກໍຄື ຊາວໜຸ່ມ ເຍົາວະຊົນລາວ ໄດ້ເຄື່ອນໄຫວກິດຈະກຳກິລາ ສ້າງໃຫ້ເຂົາເຈົ້າມີຄວາມຊຳນານມີການພັດທະນາທີ່ດີ ແລະ ມີທ່າກ້າວສູ່ຄວາມເຂັ້ມແຂງ ເປັນຜູ້ໃຫຍ່ ເປັນອະນາຄົດຂອງຊາດ ແລະ ຮັກສາໄດ້ມິດຕະພາບການຮ່ວມມືອັນດີງາມ ລາວ-ຍີ່ປຸ່ນ ແລະ ຍີ່ປຸ່ນ-ລາວ ໃຫ້ຍືນຍົງຕະຫຼອດໄປ.
ໂຄງການນີ້ ໄດ້ເລີ່ມຕົ້ນລົງມືກໍ່ສ້າງ ແລະ ປັບປຸງໃນຕົ້ນປີ 2025 ຈົນມາຮອດປັດຈຸບັນ ກໍສາມາດກໍ່ສ້າງສຳເລັດຢ່າງສົມບູນແບບ, ໃນນັ້ນ ກໍມີບ່ອນນັ່ງ ທີ່ສາມາດບັນຈຸຜູ້ເຂົ້າຊົມໄດ້ເຖິງ 2.800 ຄົນ, ໜ້າບ່ອນວີໄອພີນັ່ງຊົມ ບັນຈຸໄດ້ 1.300 ຄົນ ແລະ ບ່ອນນັ່ງເບື້ອງທີ່ຕິດກັບຫ້ອງການຄະນະກຳມະການໂອແລມປີກແຫ່ງຊາດລາວ ສາມາດບັນຈຸໄດ້ 1.500 ຄົນ ເຊິ່ງສະໜາມດັ່ງກ່າວ ສາມາດນຳໃຊ້ຮອງຮັບໄດ້ທັງນັກກິລາຄົນປົກກະຕິ ແລະ ຄົນພິການ ຖືກອອກແບບມາເປັນພິເສດ, ໃນນັ້ນ ກໍຍັງມີຫ້ອງການ, ຫ້ອງປະຊຸມ, ຫ້ອງສື່ມວນຊົນ, ຫ້ອງນໍ້າ, ຫ້ອງອາຫານ ທີ່ສາມາດຮອງຮັບເຖິງ 100 ຄົນ, ຫ້ອງອອກກຳລັງກາຍ ຫຼື ຟິດເນັດ, ຫ້ອງເກັບມ້ຽນອຸປະກອນ ແລະ ຫ້ອງອື່ນໆອີກດ້ວຍ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- “ພອນເງິນ ທຳມະວົງສາ” ຄວ້າແຊ້ມກິລາພິກເກີບອນດ່ຽວຍິງ ຊີງແຊ້ມປະເທດລາວ 2026
- ຄະນະກຳມະບານຈາກ 3 ກະຊວງ ເຂົ້າອວຍພອນຄະນະບໍລິຫານງານສະຫະພັນກຳມະບານ ສສກ ໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີ
- ເປີດຝຶກອົບຮົມທັກສະດ້ານພາສາ ແລະ ວິທີການສອນພາສາຍີ່ປຸ່ນ ສຳລັບຄູຊັ້ນມັດທະຍົມສຶກສາ ໃນນະຄອນຫຼວງວຽງຈັນ
- ລັດຖະບານຍີ່ປຸ່ນ ມອບກຸນແຈ ເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ໃຫ້ ສປປ ລາວ ຢ່າງເປັນທາງການ
- ສສກ ວາງຫຼາຍມາດຕະການ ແກ້ໄຂບັນຫາການປະລະການຮຽນ
- ຄູ ແມ່ນໝາກຫົວໃຈສຳຄັນຂອງຄຸນນະພາບການສຶກສາ



