Skip to main content

ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊ໋ມລາຍການ ໄອພີເອັດຊີ ຊີງແຊ໋ມປະເທດລາວ ປະຈຳປີ 2026

02/11/2026
ທ້າວ ສຸພົນສາ ນິຍົມ ແລະ ທ້າວ ເພັດນະຄອນ ພາມີສິດ ສອງໜຸ່ມນັກກິລາແມ້ນປືນໄອພີເອັດຊີທີມຊາດລາວ ໂຊຟອມສົມລາຄາດີກີນັກແມ້ນປືນລະດັບຕົ້ນຂອງປະເທດລາວ ຄວ້າແຊ໋ມການແຂ່ງຂັນກິລາຍິງປືນ IPSC ຊີງແຊ໋ມປະເທດລາວ ປະຈຳປີ 2026 ໄປຄອງ ຂະນະທີ່ ແຊ໋ມປະເພດປືນໂປຣດັກຊັນຍິງເປັນຂອງນາງ ນາງ ກົງຄຳ ບົວແສງພະຈັນ.
ໃນວັນທີ 31 ຕຸລາ 2026 ທີ່ສະໜາມກິລາຍິງປືນ 5 ເມສາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໄດ້ມີການຈັດການແຂ່ງຂັນກິລາຍິງປືນ ໄອພີເອັດຊີ (IPSC) ຊີງແຊ໋ມປະເທດລາວ ປະຈຳປີ 2026 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ພຸດທະສັກ ສຸກອາລຸນ ຜູ້ອຳນວຍການສະໜາມຍິງປືນ 5 ເມສາ ທັງເປັນປະທານສະໂມສອນຍິງປືນ ໄອພີເອັດຊີລາວ ມີບັນດາຄູຝຶກ ແລະ ນັກກິລາຍິງປືນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ເກືອບ 30 ຄົນ.
ການແຂ່ງຂັນໃນລາຍການດັ່ງກ່າວ ຈັດຂຶ້ນ ກໍເພື່ອເປັນການສົ່ງເສີມການເຄື່ອນໄຫວ ແລະ ພັດທະນານັກກິລາຍິງປືນລາວໃຫ້ມີຄວາມກ້າວໜ້າຢ່າງຕໍ່ເນື່ອງ, ກຽມຄວາມພ້ອມກ້າວສູ່ການເປັນນັກກິລາທີມຊາດ ແລະ ຍົກລະດັບສີມືໃຫ້ສາມາດກ້າວທັນກັບມາດຕະຖານໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
ລາຍການນີ້ ໄດ້ແບ່ງອອກເປັນ 3 ປະເພດ ແລະ ເປັນການແຂ່ງຂັນສະສົມຄະແນນໃນ 12 ສະໜາມປະກອບມີ ປະເພດປືນສະແຕນດາດ (Standard), ປະເພດປືນໂປຣດັກຊັນ (Production) ແລະ ປະເພດປືນໂອເພັນ (Open) ມີນັກກິລາພາຍໃນນະຄອນຫຼວງວຽງຈັນ, ຈາກປະເທດໄທ ແລະ ສປ ຈີນ ເຂົ້າຮ່ວມເກືອບ 30 ຄົນ.
ຜ່ານການແຂ່ງຂັນຕະຫຼອດວັນຜົນປະກົດວ່າ: ປະເພດປືນສະແຕນດາດຊາຍ ຊະນະເລີດ ເປັນຂອງທ້າວ ເພັດນະຄອນ ພາມີສິດ, ອັນດັບທີ 2 ທ້າວ ພະນາຣິນ ສຸວັນນະວົງ ແລະ ອັນດັບທີ 3 ເປັນຂອງທ້າວ ປານ ດວງປະເສີດ ນັກສິລະປິນຊື່ດັງປະເທດລາວ. ສ່ວນມືໃໝ່ລາຍການດັ່ງກ່າວ ແຊ໋ມເປັນຂອງທ້າວ ອຸທອນ ໄຕລິດທິ ແລະ ອັນດັບທີ 2 ສຸພາລິນ ທຸມພາວັນ.
ສ່ວນປະເພດປືນໂປຣດັກຊັນຊາຍ ຊະນະເລີດເປັນຂອງທ້າວ ສຸພົນສາ ນິຍົມ, ອັນດັບທີ 2 ທ້າວ ເພັດພະຈັນ ສີວົງສາ ແລະ ອັນດັບທີ 3 ທ້າວ ອະນຸໄຊ ແສງດາລາ ຂະນະທີ່ ປະເພດມືໃໝ່ລາຍການນີ້ ຊະນະເລີດເປັນຂອງທ້າວ ສີສົມບັດ ພົມມະຈັນ, ອັນດັບທີ 2 ທ້າວ ພານຸເດດ ແລະ ອັນດັບທີ 3 ທ້າວ ໄຊຍະວົງ ເລີດສຸພັນ.
ປະເພດປືນໂປຣດັກຊັນຍິງ ຊະນະເລີດເປັນຂອງນາງ ກົງຄຳ ບົວແສງພະຈັນ ແລະ ອັນດັບທີ 2 ເປັນຂອງນາງ ມະນີບົດ ວົງໄຊ ສ່ວນປະເພດປືນສະແຕນດາດຍິງ ຊະນະເລີດແມ່ນນາງ ທັນທີພາ ຖົມເຂົ້າ ນັກກິລາລູກສອດ ລາວ-ໄທ ແລະ ອັນດັບທີ 2 ນາງ ທິບພະພອນ ພົມມະລາດ.
ຂະນະທີ່ ປະເພດປະເພດປືນໂອເພັນ ຊະນະເລີດເປັນຂອງທ້າວ ພັນທະຈັກ ລິດທະວົງ ສ່ວນອັນດັບທີ 2 ນາງ ພັດທະມາພອນ ເຊົາໄຊວັດທະນະກຸນ ຈາກໄທ ແລະ ອັນດັບທີ 3 ເປັນຂອງທ້າວ ວິວັດ ສີໄຊ.
ພາບ-ຂ່າວໂດຍ ສົງການ ພັນແພງດິ