ສີພາຍເມືອງພູວົງ ຜົ້ງແຊ໋ມເຮືອປະເພນີ 22 ສີພາຍຊາຍ ບຸນອອກພັນສາ ອັດຕະປື 2026
02/11/2026

ການແຂ່ງຂັນຊ່ວງເຮືອປະເພນີ ບຸນອອກພັນສາ ແຂວງອັດຕະປື ປີ 2026 ປິດສາກລົງຢ່າງສົມກຽດ ດ້ວຍໄຊຊະນະອັນຍິ່ງໃຫຍ່ຂອງ ຄະນະເຮືອ 22 ສີພາຍຊາຍ ເຮືອປະເພນີ ເມືອງພູວົງ ທີ່ສາມາດຄວ້າແຊ໋ມມາຄອງໄດ້ສຳເລັດ ພ້ອມເງິນລາງວັນ 25 ລ້ານກີບ ຖັດຈາກປີຜ່ານມາທີ່ໄດ້ຮອງຊະນະເລີດ.
ໄຊຊະນະຄັ້ງນີ້ ເກີດຈາກການນຳພາ ຕິດຕາຊຸກຍູ້ຢ່າງໃກ້ຊິດ ຂອງ ທ່ານ ດາບແກ້ວ ໄຊຍະແສງ ກຳມະການພັກແຂວງ, ເລຂາພັກເມືອງພູວົງ ພ້ອມດ້ວຍຄວາມເອົາໃຈໃສ່ຂອງຄະນະນຳ, ຄູຝຶກ ແລະ ຄວາມສາມັກຄີໜັກແໜ້ນເດັດດ່ຽວຂອງນັກສີພາຍ ທີ່ຮ່ວມແຮງຮ່ວມໃຈກັນຢ່າງທຸ້ມເທ.
ການແຂ່ງຂັນຈັດຂຶ້ນໃນວັນທີ 27–28 ຕຸລາ 2026 ທີ່ທ່າຜາມໄຊ ສາຍນໍ້າເຊກອງ ເມືອງສາມັກຄີໄຊ ແຂວງອັດຕະປື ໂດຍມີ ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື ເປັນປະທານໃນພິທີເປີດງານ ແລະ ມອບລາງວັນ ພ້ອມດ້ວຍຄະນະການນຳຂັ້ນແຂວງ, ຂັ້ນເມືອງ, ແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ປີນີ້ມີເຮືອເຂົ້າຮ່ວມທັງໝົດ 27 ຄະນະ ແບ່ງເປັນ 6 ລາຍການ, ສະເພາະເຮືອປະເພນີ 22 ສີພາຍຊາຍ ມີ 5 ຄະນະເຂົ້າແຂ່ງຂັນ ໃນໄລຍະທາງ 1,000 ແມັດ.
ໃນຮອບຊີງຊະນະເລີດ ຄະນະນັກສີພາຍເມືອງພູວົງ ໂຊຟອມໄດ້ຢ່າງຊັດເຈນ ດ້ວຍການອອກໂຕແຊງຂຶ້ນໜ້ານຳເຮືອພະແນກ ຍທຂ ແຂວງ ໄປກ່ອນຢ່າງເດັ່ນຊັດ ແລະ ເຂົ້າເສັ້ນໄຊກ່ອນ ຄວ້າແຊ໋ມໄປຄອງໄດ້ສຳເລັດ. ສ່ວນພະແນກ ຍທຂ ແຂວງ ຮຶດສຸດຂີດເຕັກນິກ ແລະ ແຮງສີພາຍ ແຕ່ກໍ່ໄດ້ພຽງຮອງຊະນະເລີດ ຮັບເງິນລາງວັນ 22 ລ້ານກີບ, ຂະນະທີ່ອັນດັບ 3 ເມືອງສະໝາມໄຊ ໄດ້ຮັບເງິນລາງວັນ 19 ລ້ານກີບ.
ທ່ານ ພະນົມສັກ ແກ້ວຄຳຮຸ່ງ ຜູ້ຊ່ວຍຄູຝຶກ ໃຫ້ຮູ້ວ່າ: ຜົນງານຂອງຄະນະສີພາຍເມືອງພູວົງຄວ້າແຊ໋ມມາຄອງໄດ້ຄັ້ງນີ້ ແມ່ນໄຊຊະນະ ແລະ ສັກສີທີ່ສົມກຽດຂອງນັກກິລາ ພ້ອມທັງເປັນຄວາມພາກພູມໃຈອັນຍິ່ງໃຫຍ່ຂອງຄະນະການນຳ ກໍ່ຄືຂອງຊາວເມືອງພູວົງ. ໄຊຊະນະຄັ້ງນີ້ ເປັນໄປຕາມຄວາມຄາດຫວັງ ແລະ ຄວາມຕັ້ງໃຈຂອງຄະນະການນຳເມືອງພູວົງ ລວມທັງຄະນະຄູເຝີກ ແລະ ນັກກິລາສີພາຍ ທີ່ຕັດສິນໃຈໃຫ້ການຊຸກຍູ້ທຸ້ມເທທັງຊັບ, ເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການແຂ່ງຂັນ ເພື່ອຍົກຜົນງານໃຫ້ດີກວ່າປີ 2025 ທີ່ຜ່ານມາ ທີ່ໄດ້ຮັບພຽງຮອງຊະນະເລີດ. ປີນີ້ ຄະນະຄູເຝີກ ແລະ ນັກສີພາຍ ກໍ່ເຮັດໄດ້ສຳເລັດຕາມເປົ້າໝາຍຢ່າງສົມສັກສີ.
ໂດຍ: ພົມວິຫານ ໄຊຊະນະ( ສກຂ ອັດຕະປື)
ຂ່າວຫຼ້າສຸດ
- ປະກາດກົງຈັກການຈັດຕັ້ງ ຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ
- ຝຶກອົບຮົມກ່ຽວກັບການເສີມສ້າງທັກສະຄູອາຈານດ້ານການຄິດແບບຄອມພິວເຕີໂດຍບໍ່ໃຊ້ຄອມພິວເຕີ
- ສີພາຍເມືອງພູວົງ ຜົ້ງແຊ໋ມເຮືອປະເພນີ 22 ສີພາຍຊາຍ ບຸນອອກພັນສາ ອັດຕະປື 2026
- ພັກ-ລັດ ເອົາໃຈໃສ່ພັດທະນາການສຶກສາ! ມອບອາຄານຮຽນ ມູນຄ່າ 3,8 ຕື້ກີບ ໃຫ້ໂຮງຮຽນປະຖົມສົມບູນໜອງບົກ
- ສະຖາບັນ ຣັຕນະ ບໍລິຫານທຸລະກິດ ສຳເລັດການກໍ່ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ສົກສຶກສາ 2025-2026 ພ້ອມມອບທຶນການສຶກສາ ແກ່ບຸກຄົນດີເດັ່ນ
- ເປີດງານວາງສະແດງຮູບພາບ ໃນກິດຈະກຳຫ້ອງຮຽນ ຖ່າຍຮູບພາບ ການສຶກສາເພື່ອຄວາມເຂົ້າໃຈສາກົນ ຄັ້ງທີ 23



