ພັກ-ລັດ ເອົາໃຈໃສ່ພັດທະນາການສຶກສາ! ມອບອາຄານຮຽນ ມູນຄ່າ 3,8 ຕື້ກີບ ໃຫ້ໂຮງຮຽນປະຖົມສົມບູນໜອງບົກ
02/11/2026

ວັນທີ 31 ຕຸລາ 2026 ໄດ້ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ ໃຫ້ແກ່ໂຮງຮຽນປະຖົມສົມບູນໜອງບົກ ເມືອງໜອງບົກ ແຂວງຄໍາມ່ວນ ໂດຍໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ພ້ອມດ້ວຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາການນໍາຂັ້ນສູນກາງ, ແຂວງ ຕະຫຼອດແຂກຖຶກເຊີນ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໂຄງການກໍ່ສ້າງອາຄານຮຽນດັ່ງກ່າວ ແມ່ນການປຸກລະດົມຂອງການນໍາແຂວງ ທີ່ໄດ້ຮັບສະໜັບສະໜູນທຶນຈາກ ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ມູນຄ່າ 3,5 ຕື້ກີບ ແລະ ທ່ານ ອາພິສິດ ຜົນວິຈິດ ປະທານບໍລິສັດ TNNN ພັດທະນາເສດຖະກິດ ການຄ້າ ແລະ ການລົງທຶນ ຈໍາກັດຜູ້ດຽວ ມູນຄ່າ 300 ລ້ານກີບ ລວມມູນຄ່າທັງໝົດ 3,8 ຕື້ກີບ.
ອາຄານຮຽນຫຼັງໃໝ່ມີຂະໜາດ 9 x 56 ແມັດ ປະກອບມີ 7 ຫ້ອງຮຽນ ພ້ອມອາຄານຫ້ອງນໍ້າ 1 ຫຼັງ ຂະໜາດ 3 x 12 ແມັດ ຈໍານວນ 10 ຫ້ອງ. ໂຄງການເລີ່ມກໍ່ສ້າງແຕ່ວັນທີ 8 ພຶດສະພາ 2026 ແລະ ສໍາເລັດສົມບູນ 100% ຕາມເປົ້າໝາຍຮັບເໝົາກໍ່ສ້າງໂດຍ ບໍລິສັດ ສິງທອງ ສໍາຫຼວດອອກແບບກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ.
ຕາງໜ້າຜູ້ໃຫ້ທຶນກ່າວມອບອາຄານຮຽນໂດຍ ທ່ານ ນາງ ສຸກສະຫວັນ ກົມດາວອນ ຮອງປະທານບໍລິສັດ ຄຳມ່ວນການລົງທຶນ ຈຳກັດຜູ້ດຽວ. ໂດຍມີ ທ່ານ ສຸລິນ ພົມມະໄຊ ເລຂາພັກເມືອງໜອງບົກ ເປັນຜູ້ຕາງໜ້າພັກ-ລັດຂັ້ນທ້ອງຖິ່ນ ແລະ ປະຊາຊົນ ກ່າວຮັບມອບ.
ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ເນັ້ນວ່າ ພັກ ແລະ ລັດຖະບານ ໃຫ້ຄວາມສໍາຄັນຕໍ່ການສຶກສາຖືເປັນວຽກງານບູລິມະສິດ ແລະ ຮາກຖານສໍາຄັນໃນການພັດທະນາຊັບພະຍາກອນມະນຸດ. ການມອບອາຄານຮຽນໃນຄັ້ງນີ້ ບໍ່ພຽງແຕ່ຊ່ວຍຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາ ແຕ່ຍັງເປັນສັນຍາລັກ ແຫ່ງຄວາມເອົາໃຈໃສ່ ແລະ ຄວາມຫ່ວງໃຍຂອງພັກ-ລັດ ຕໍ່ອະນາຄົດຂອງເດັກນ້ອຍລາວ. ພ້ອມນີ້ ທ່ານໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຕໍ່ ທ່ານ ຄໍາຫຼວງ ອິນທະວົງ ແລະ ທ່ານ ອາພິສິດ ຜົນວິຈິດ ທີ່ມີນໍ້າໃຈຮັບຜິດຊອບຕໍ່ສັງຄົມ ທຸ່ມເທງົບປະມານສະໜັບສະໜູນວຽກງານການສຶກສາ ຈົນເກີດເປັນຜົນງານທີ່ມີຄຸນຄ່າຕໍ່ຊຸມຊົນ. ພ້ອມຮຽກຮ້ອງໃຫ້ ຄູ-ອາຈານ, ນັກຮຽນ ແລະ ຊຸມຊົນ ຮ່ວມກັນຮັກສາ ແລະ ນໍາໃຊ້ອາຄານຮຽນໃຫ້ເກີດປະໂຫຍດສູງສຸດ.
ນອກຈາກນີ້ ບໍລິສັດ ສິງທອງ ສໍາຫຼວດອອກແບບກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ ຍັງໄດ້ປະກອບສ່ວນຖົມດິນປັບປຸງພື້ນເດີ່ນ ໂຮງຮຽນມູນຄ່າ 60 ລ້ານກີບ ເພື່ອໃຫ້ມີສະພາບແວດລ້ອມເໝາະສົມຕໍ່ການຮຽນ-ການສອນ.
ການມອບ-ຮັບອາຄານຮຽນຄັ້ງນີ້ ນັບເປັນອີກໜຶ່ງຜົນງານຮູບປະທໍາຂອງການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ໃນການພັດທະນາການສຶກສາ ພ້ອມສ້າງສະພາບແວດລ້ອມການຮຽນ-ການສອນທີ່ດີຂຶ້ນ ເພື່ອວາງຮາກຖານໃຫ້ແກ່ການພັດທະນາລູກຫຼານ ແລະ ປະເທດຊາດ.
ຂ່າວ : ມະນີວັນ
ພາບ : ກອງຄໍາ














