Skip to main content

ເປີດງານວາງສະແດງຮູບພາບ ໃນກິດຈະກຳຫ້ອງຮຽນ ຖ່າຍຮູບພາບ ການສຶກສາເພື່ອຄວາມເຂົ້າໃຈສາກົນ ຄັ້ງທີ 23

02/11/2026
ພິທີເປີດງານວາງສະແດງຮູບພາບ ໃນກິດຈະກຳຫ້ອງຮຽນ: ຖ່າຍຮູບພາບການສຶກສາເພື່ອຄວາມເຂົ້າໃຈສາກົນ ຄັ້ງທີ 23 (The 23rd Education for International Understanding (EIU) Photo Class Programme), ພາຍໃຕ້ຫົວຂໍ້: “ມົນສະເໜ່ແຫ່ງວິຖີຊີວິດຂອງຄວາມເປັນລາວຕາມລຸ່ມ ແມ່ນໍ້າຂອງ” ໄດ້ຈັດຂຶ້ນໃນວັນທີ 1 ພະຈິກ 2026 ທີ່ຫໍພິພິທະພັນແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ແສງສະເດັນ ບຸນລາວົງ ເລຂາທິການຄະນະກຳມາທິການແຫ່ງຊາດລາວເພື່ອອຸຍເນັດໂກ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ດຣ ກິມ ຈົງຮຸນ ຜູ້ອຳນວຍການສູນການສຶກສາເພື່ອຄວາມເຂົ້າໃຈສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ, ພ້ອມດ້ວຍຫົວໜ້າຫ້ອງການພົວພັນຕ່າງປະເທດ ແລະ ຂໍ້ມູນຂ່າວສານ ສູນ APCEIU ພ້ອມດ້ວຍຄະນະທີມງານຈາກສາທາລະນະລັດເກົາຫຼີ, ຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ສາທາລະນະລັດເກົາຫຼີ ປະຈຳ ສປປ ລາວ, ຈາກຫໍພິພິທະພັນແຫ່ງຊາດ, ຈາກຫ້ອງການ, ກົມ, ສູນ, ຄູ-ອາຈານ, ຊ່າງພາບ ແລະ ນ້ອງໆນັກຮຽນຈາກ ສປປ ລາວ ແລະ ຈາກ ສ. ເກົາຫຼີເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ແສງສະເດັນ ບຸນລາວົງ ໄດ້ກ່າວວ່າ: ກິດຈະກຳນີ້ມີຄວາມສໍາຄັນຢ່າງຍິ່ງ ຕໍ່ການສ້າງຄົນຮຸ່ນໃໝ່ຂອງພວກເຮົາ, ຫ້ອງຮຽນຖ່າຍຮູບນີ້ ໄດ້ເປີດໂອກາດໃຫ້ນັກຮຽນລາວ ແລະ ເກົາຫຼີ ໄດ້ເບິ່ງຊີວິດອ້ອມຕົວດ້ວຍສາຍຕາໃໝ່, ເຫັນຄຸນຄ່າຂອງວັດທະນະທຳ ແລະ ທຳມະຊາດ ແລະ ຮຽນຮູ້ທີ່ຈະເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ ຜ່ານພາບຖ່າຍ, ໂຄງການນີ້ມີຈຸດປະສົງເພື່ອມອບປະສົບການການຮຽນຮູ້ດ້ານການສຶກສາເພື່ອຄວາມເຂົ້າໃຈສາກົນ ແລະ ການສຶກສາພົນລະເມືອງໂລກ ໃຫ້ແກ່ນັກຮຽນ; ພັດທະນາການຮຽນຮູ້ທີ່ສະທ້ອນວິຖີຊີວິດ, ວັດທະນະທຳ ແລະ ມໍລະດົກທາງທຳມະຊາດອັນຫຼາກຫຼາຍຂອງ ສປປ ລາວ ແລະ ເສີມສ້າງສາຍສຳພັນ ພ້ອມທັງຍົກສູງຄວາມຮັບຮູ້ ກ່ຽວກັບຄວາມຫຼາກຫຼາຍທາງວັດທະນະທໍາ ລະຫວ່າງນັກຮຽນສອງປະເທດ, ເຊິ່ງຈຸດພິເສດຂອງຫ້ອງຮຽນຖ່າຍຮູບ EIU ຄື ເຍົາວະຊົນບໍ່ແມ່ນພຽງຜູ້ຮັບຄວາມຮູ້ ແຕ່ເປັນຜູ້ສ້າງເນື້ອຫາດ້ວຍຕົນເອງ, ຜ່ານສາຍຕາ ແລະ ຄວາມເຂົ້າໃຈຂອງພວກເຂົາ, ກິດຈະກຳ ຫ້ອງຮຽນ: ຖ່າຍຮູບພາບ ການສຶກສາເພື່ອຄວາມເຂົ້າໃຈສາກົນ ຄັ້ງທີ 23 ທີ່ນະຄອນຫຼວງວຽງຈັນ ແມ່ນເລີ່ມຕັ້ງແຕ່ວັນທີ 25 ຕຸລາ ເປັນຕົ້ນມາ ນັກຮຽນມັດທະຍົມລາວ ຈໍານວນ 20 ຄົນ ແລະ ເກົາຫຼີ 14 ຄົນ ພ້ອມດ້ວຍຊ່າງພາບຈາກສອງປະເທດ ໄດ້ຮ່ວມກັນຮຽນຮູ້ ແລະ ລົງພື້ນທີ່ຖ່າຍພາບ ຈົນໄດ້ຜົນງານຈັດວາງສະແດງປະມານ 70 ພາບ.
ໂອກາດດຽວກັນ, ທ່ານ ດຣ ກິມ ຈົງຮຸນ ກໍໄດ້ກ່າວ ວ່າ: ໂຄງການຫ້ອງຮຽນຖ່າຍພາບ ທີ່ຈັດຂຶ້ນເປັນຄັ້ງທີ 23 ໃນປີນີ້ ໄດ້ດຳເນີນຢູ່ທີ່ ສປປ ລາວ ພາຍໃຕ້ຫົວຂໍ້: “ວິຖີຊີວິດ ແລະ ສິລະປະລຽບຕາມລໍາແມ່ນໍ້າຂອງ (Along the Mekong, Arts of Living in Lao PDR)”, ໃນໄລຍະໜຶ່ງອາທິດທີ່ຜ່ານມາ, ນັກຮຽນລາວ ແລະ ເກົາຫຼີ ໄດ້ຮ່ວມກັນສໍາຫຼວດທຳມະຊາດ, ມໍລະດົກທາງວັດທະນະທຳ, ຮີດຄອງປະເພນີ ແລະ ຊີວິດປະຈຳວັນໃນລາວ ພ້ອມທັງບັນທຶກຮູບແບບການດໍາລົງຊີວິດທີ່ຫຼາກຫຼາຍລົງໃນຮູບພາບ, ໃນສະພາບແວດລ້ອມທີ່ແປກໃໝ່, ພວກນ້ອງຄົງຈະໄດ້ຮຽນຮູ້ພາສາ ແລະ ວັດທະນະທຳເຊິ່ງກັນ ແລະ ກັນ, ໄດ້ເບິ່ງໂລກຜ່ານມຸມມອງຂອງແຕ່ລະຄົນ ແລະ ໄດ້ສ້າງຄວາມເຂົ້າໃຈ ພ້ອມທັງມິດຕະພາບທີ່ດີຕໍ່ກັນ ແລະ ເຊື່ອວ່າ ຮູບພາບທີ່ວາງສະແດງໃນມື້ນີ້ ບໍ່ແມ່ນພຽງແຕ່ຜົນງານທີ່ບັນທຶກທິວທັດ ຫຼື ຊ່ວງເວລາທີ່ສວຍງາມເທົ່ານັ້ນ, ແຕ່ເປັນບັນທຶກແຫ່ງການຮຽນຮູ້ອັນລໍ້າຄ່າ ທີ່ນັກຮຽນໄດ້ພົບພໍ້, ເຂົ້າໃຈວັດທະນະທຳທີ່ແຕກຕ່າງ ແລະ ເຕີບໃຫຍ່ໄປພ້ອມກັນ, ຫວັງຢ່າງຍິ່ງວ່າການພົບປະ, ການສົນທະນາ ແລະ ໄລຍະເວລາທີ່ນັກຮຽນໄດ້ໃຊ້ຮ່ວມກັນໃນໂຄງການນີ້ ຈະນໍາໄປສູ່ຄວາມເຂົ້າໃຈ ແລະ ຄວາມເຫັນອົກເຫັນໃຈເຊິ່ງກັນແລະກັນ ແລະ ກາຍເປັນພື້ນຖານອັນສໍາຄັນ ໃນການສ້າງໂລກທີ່ສະຫງົບສຸກ ແລະ ມີຄວາມຍອມຮັບເຊິ່ງກັນ ແລະ ກັນໃນຕໍ່ໜ້າ ແລະ ຫວັງວ່າປະສົບການ ແລະ ມິດຕະພາບອັນລໍ້າຄ່າທີ່ໄດ້ຈາກໂຄງການໃນຄັ້ງນີ້ ພວກນ້ອງຈະນໍາເອົາຄຸນຄ່າຂອງຄວາມເຄົາລົບ, ການເອົາໃຈໃສ່ ແລະ ຄວາມເຫັນອົກເຫັນໃຈ ທີ່ໄດ້ຮຽນຮູ້ຈາກບ່ອນນີ້ ໄປປະຕິບັດໃນຊີວິດປະຈຳວັນ ແລະ ເຕີບໃຫຍ່ກາຍເປັນພົນລະເມືອງໂລກ ທີ່ຮ່ວມກັນສ້າງໂລກທີ່ດີກວ່າເກົ່າ.
ນອກນັ້ນ, ໃນພິທີກໍໄດ້ມີການມອບໃບຢັ້ງຢືນໃກ້ແກ່ນ້ອງນັກຮຽນລາວ ແລະ ເກົາຫຼີ ທີ່ໄດ້ສຳເລັດການເຂົ້າຮ່ວມຫ້ອງຮຽນຖ່າຍພາບ EIU ຄັ້ງທີ 23 ຈໍານວນ 34 ນ້ອງ ແລະ ມອບໃບຢັ້ງຢືນໃຫ້ແກ່ຊ່າງພາບລາວ-ເກົາຫຼີ ຈໍານວນ 3 ທ່ານ, ຕາງໜ້ານັກຮຽນລາວ ແລະ ເກົາຫຼີ ກໍໄດ້ຂຶ້ນແລກປ່ຽນ ແລະ ຖ່າຍທອດປະສົບການ ແລະ ຄວາມປະທັບໃຈຂອງຕົນ ແລະ ແຂກຮ່ວມງານກໍ່ໄດ້ພ້ອມກັນຢ້ຽມຊົມພາບຖ່າຍອີກດ້ວຍ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ