ປະກາດກົງຈັກການຈັດຕັ້ງ ຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ
02/11/2026

ພິທີປະກາດກົງຈັກການຈັດຕັ້ງ ຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ຊຸດທີ IX ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2026 ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນບໍລິຫານງານ ຄອລ ທັງຊຸດເກົ່າ ແລະ ຊຸດໃໝ່, ສະຫະພັນກິລາແຫ່ງຊາດ, ພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX ສະບັບເລກທີ 348/ນຍ, ລົງວັນທີ 30 ກັນຍາ 2026 ໂດຍຮັບຮອງເອົາ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານຄະນະບໍລິຫານງານ ຄອລ ຊຸດທີ IX; ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ສສກ ເປັນຮອງປະທານ; ທ່ານ ນາງ ຂັນທະລີ ສິຣິພົງພັນ ອະດີດຮອງລັດຖະມົນຕີ ສສກ ເປັນຮອງປະທານ; ທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ ເປັນຮອງປະທານ; ທ່ານ ແສງພອນ ພົນອາມາດ ອະດີດຫົວໜ້າກົມກິລາລະດັບສູງ ເປັນຮອງປະທານ; ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອໍານວຍການຝ່າຍການຕະຫຼາດ ບໍລິສັດເບຍລາວ ຈຳກັດ, ປະທານສະຫະພັນກິລາບານສົ່ງແຫ່ງຊາດລາວ ເປັນຮອງປະທານ. ສ່ວນທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ເປັນເລຂາທິການ ແລະ ທ່ານ ປອ ສອນເພັດ ຈັນດານຸວົງ ຮອງຜູ້ອໍານວຍການສະຖາບັນກິລາ-ກາຍຍະກຳ ເປັນຮອງເລຂາທິການ. ນອກນີ້, ຍັງມີນາຍຄັງ 1 ທ່ານ ແລະ ກຳມະການອີກ 18 ທ່ານ ເຊິ່ງມາຈາກຕາງໜ້າກະຊວງ-ອົງການ, ສະຖາບັນການສຶກສາ, ສະຫະພັນກິລາແຫ່ງຊາດ ແລະ ພາກສ່ວນເອກະຊົນ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນງານຂອງຄະນະບໍລິຫານງານຊຸດຜ່ານມາ ທີ່ໄດ້ສຸມເຫື່ອແຮງພັດທະນາກິລາລາວໃຫ້ກ້າວສູ່ລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ທ່ານຍັງໄດ້ເນັ້ນໃສ່ທິດທາງ ແລະ ໜ້າວຽກສຳຄັນ 6 ໜ້າວຽກ ເພື່ອຂັບເຄື່ອນວຽກງານ ຄອລ ຮອດປີ 2030 ຈະເສີມຂະຫຍາຍບົດບາດໂອແລມປິກ: ເນັ້ນນ້ຳໃຈນັກກິລາ, ຄວາມມີວິໄນ, ຄວາມຍຸຕິທຳ, ການເຄົາລົບເຊິ່ງກັນ ແລະ ກັນ ແລະ ການຫັນເປັນມືອາຊີບ; ສ້າງເຄືອຂ່າຍການຮ່ວມມື: ປະສານສົມທົບລະຫວ່າງພາກລັດ, ສະຫະພັນກິລາ ແລະ ພາກເອກະຊົນ ເພື່ອລະດົມທຸກທ່າແຮງມາພັດທະນາກິລາ, ພັດທະນາບຸກຄະລາກອນ; ວິທະຍາສາດການກິລາ: ຍົກລະດັບນັກກິລາ, ຄູຝຶກ, ກຳມະການຕັດສິນ ໃຫ້ໄດ້ມາດຕະຖານສາກົນ ໂດຍນຳໃຊ້ເຕັກໂນໂລຊີ ແລະ ວິທີການຝຶກຊ້ອມທີ່ທັນສະໄໝ; ປັບປຸງພື້ນຖານໂຄງລ່າງ: ຊຸກຍູ້ການສ້າງສະຖານທີ່ຝຶກຊ້ອມ ແລະ ປະຕິບັດນະໂຍບາຍຕໍ່ນັກກິລາໃຫ້ເໝາະສົມ; ເພີ່ມພູນການຮ່ວມມືສາກົນ: ຮ່ວມມືກັບຄະນະກຳມະການໂອແລມປິກສາກົນ (IOC), ສະພາໂອແລມປິກອາຊີ (OCA) ແລະ ໂອແລມປິກປະເທດຕ່າງໆ ເພື່ອຍົກລະດັບຂີດຄວາມສາມາດ; ປັບປຸງກົນໄກການບໍລິຫານ: ຫັນໄປສູ່ການບໍລິຫານທີ່ທັນສະໄໝ, ມີຄວາມຮັບຜິດຊອບ, ກວດສອບໄດ້ ແລະ ນຳໃຊ້ຊັບພະຍາກອນຢ່າງຄຸ້ມຄ່າ.
ທ່ານ ປະທານ ຄອລ ຊຸດທີ IX ໄດ້ຢືນຢັນຄວາມມຸ່ງໝັ້ນທີ່ຈະນຳພາໝູ່ຄະນະ ສຸມທຸກສະຕິປັນຍາ ແລະ ເຫື່ອແຮງ ຜ່ານຜ່າທຸກສິ່ງທ້າທາຍ ເພື່ອສ້າງຜົນງານໃໝ່, ໃບໜ້າໃໝ່ ແລະ ສ້າງຊື່ສຽງໃຫ້ແກ່ປະເທດຊາດໃນເວທີກິລາລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
ພາບ ແລະ ຂ່າວໂດຍ: ສົງການ ພັນແພງດີ














