ຝຶກອົບຮົມກ່ຽວກັບການເສີມສ້າງທັກສະຄູອາຈານດ້ານການຄິດແບບຄອມພິວເຕີໂດຍບໍ່ໃຊ້ຄອມພິວເຕີ
02/11/2026

ສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (SEAMEO CED), ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສູນພາກພື້ນດ້ານການສຶກສາວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ (SEAMEO STEM-ED) ໄດ້ຈັດກອງປະຊຸມຝຶກອົບຮົມຂື້ນໃນຫົວຂໍ້: ການເສີມສ້າງສັກກະຍະພາບຄູອາຈານໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜ່ານການຄິດແບບຄອມພິວເຕີໂດຍບໍ່ໃຊ້ຄອມພິວເຕີ (Regional Empowerment of Southeast Asian Educators through Unplugged Computational Thinking: A Multi-Centre Implementation Initiative: A Case of Lao PDR), ການຝຶກອົບຮົມຄັ້ງນີ້ໄດ້ຮັບທຶນສະໜັບສະໜູນພາຍໃຕ້ໂຄງການທຶນສົ່ງເສີມການຮ່ວມມືລະຫວ່າງສູນພາກພື້ນຂອງອົງການ SEAMEO (SEAMEO Inter-Centre Collaboration: ICC).
ກອງປະຊຸມຝຶກອົບຮົມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ 2026 ທີ່ສູນ ICT ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ໂຮງຮຽນ ມສ ວຽງຈັນ) ໂດຍການເປັນປະທານຂອງທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄຳ ຜູ້ອຳນວຍການສູນ SEAMEO CED ແລະ ທ່ານ ປອ ເກຊະລາ ອາມອນວຸດທິວອນ, ຜູ້ອຳນວຍການສູນ SEAMEO STEM-ED, ມີຄະນະຮັບຜິດຊອບ, ຄູອາຈານຈາກໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕົ້ນໃນນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກກົມ ແລະ ສະຖາບັນທີ່ກ່ຽວຂ້ອງໃນກະຊວງສຶກສາທິການ ແລະ ກິລາ, ຊ່ຽວຊານຈາກມະຫາວິທະຍາໄລຊຶກຸບະ ປະເທດຍີ່ປຸ່ນ ແລະ ມະຫາວິທະຍາໄລຊິລີ ປະເທດ ຊິລີ, ພ້ອມດ້ວຍຜູ້ຕາງໜ້າຈາກສູນພາກພື້ນ SEAMEO RECSAM, SEAMEO QITEP in Mathematics ແລະ SEAMEO SEAMOLEC ເຂົ້າຮ່ວມແລກປ່ຽນຄວາມຮູ້ ແລະ ປະສົບການດ້ານການຈັດການຮຽນການສອນ.
ການຄິດແບບຄອມພິວເຕີ (Computational Thinking) ແມ່ນວິທີການຄິດຢ່າງມີເຫດຜົນ, ເປັນລະບົບ ແລະ ເປັນຂັ້ນຕອນ ເພື່ອວິເຄາະບັນຫາ ແລະ ຊອກຫາວິທີແກ້ໄຂ, ການຄິດລັກສະນະນີ້ຍັງລວມເຖິງການທົດລອງ, ການກວດສອບ ແລະ ການປັບປຸງວິທີແກ້ໄຂເປັນຂັ້ນຕອນ, ເຊິ່ງການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ຄູອາຈານສາມາດນຳກິດຈະກຳໄປຈັດການຮຽນການສອນໄດ້ ໂດຍບໍ່ຈຳເປັນຕ້ອງໃຊ້ຄອມພິວເຕີ ຫຼື ອິນເຕີເນັດ, ເຊິ່ງເໝາະສຳລັບໂຮງຮຽນທີ່ມີຂໍ້ຈຳກັດດ້ານອຸປະກອນ ແລະ ການເຂົ້າເຖິງເຕັກໂນໂລຊີ.
ຕະຫຼອດໄລຍະການຝຶກອົບຮົມ, ຄູອາຈານໄດ້ເຂົ້າຮ່ວມກິດຈະກຳ, ຮຽນຮູ້ການນຳໃຊ້ຄູ່ມືການຈັດກິດຈະກຳ, ຮ່ວມກັນອອກແບບແຜນການສອນ ແລະ ເຊື່ອມໂຍງກິດຈະກຳເຂົ້າກັບຫຼັກສູດການສຶກສາແຫ່ງຊາດ, ກິດຈະກຳເຫຼົ່ານີ້ຊ່ວຍໃຫ້ຄູອາຈານສາມາດນຳແນວຄິດໄປປັບໃຊ້ໃນຫ້ອງຮຽນຂອງຕົນ ແລະ ສົ່ງເສີມໃຫ້ນັກຮຽນຝຶກການຄິດວິເຄາະ, ການແກ້ໄຂບັນຫາ ແລະ ການຄິດຢ່າງເປັນຂັ້ນຕອນ.
ນອກຈາກນີ້, ກອງປະຊຸມຍັງເປັນໂອກາດສຳຄັນໃນການເສີມສ້າງການຮ່ວມມືລະຫວ່າງສູນພາກພື້ນຂອງອົງການ SEAMEO ແລະ ພາກສ່ວນການສຶກສາທີ່ກ່ຽວຂ້ອງ ເພື່ອແລກປ່ຽນຄວາມຮູ້, ປະສົບການ ແລະ ແນວປະຕິບັດທີ່ດີ ໃນການພັດທະນາການຮຽນການສອນທີ່ສົ່ງເສີມທັກສະສຳຄັນສຳລັບຜູ້ຮຽນໃນສະຕະວັດທີ 21.
ການຝຶກອົບຮົມ, ໄດ້ດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 20-22 ຕຸລາ 2026.













