Skip to main content

ສະຖາບັນ ຣັຕນະ ບໍລິຫານທຸລະກິດ ສຳເລັດການກໍ່ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ສົກສຶກສາ 2025-2026 ພ້ອມມອບທຶນການສຶກສາ ແກ່ບຸກຄົນດີເດັ່ນ

02/11/2026
ໃນວັນທີ 31 ຕຸລາ 2026 ທີ່ໂຮງແຮມດອນຈັນ ພາເລດ, ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກສຶກສາ 2025-2026 ແລະ ທງວາງທິດທາງແຜນການສົກສຶກສາ 2026-2027 ພ້ອມທັງຈັດພິທີມອບປະກາສະນີຍະບັດໃຫ້ແກ່ຜູ້ສຳເລັດການສຶກສາ ລະດັບ ປະລິນຍາຕີ ລະບົບ 4 ປີ ຮຸ່ນທີ IV (ສົກສຶກສາ 2022-2026) ຈຳນວນ 251 ນ້ອງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ປອ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ສົມເພັດ ຣັຕະສິມ ປະທານສະພາຜູ້ບໍລິຫານສະຖາບັນ ຣັຕນະ ບໍລິຫານທຸລະກິດ, ມີປະທານສະພາທີ່ປຶກສາສະຖາບັນ ຣັຕນະ ບໍລິຫານທຸລະກິດ, ແຂກຖືກເຊີນ ຕະຫຼອດຮອດບັນດາຄະນະບໍລິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນ້ອງໆນັກສຶກສາ ຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ບຸນເທືອງ ມູນລາສີ ຜູ້ອຳນວຍການສະຖາບັນ ຣັຕນະບໍລິຫານທຸລະກິດ ໄດ້ໃຫ້ຮູ້ວ່າ: ສະຖາບັນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດຢ່າງເຂັ້ມງວດ ເພື່ອສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິບັດ, ມີຄວາມຮູ້ຄວາມສາມາດ ແລະ ອອກຮັບໃຊ້ສັງຄົມຢ່າງມີຄຸນນະພາບ ປັດຈຸບັນ ສະຖາບັນ ມີພະນັກງານ ແລະ ຄູ-ອາຈານທັງໝົດ 146 ທ່ານ, ອາຈານຮັບເຊີນ 41 ທ່ານ ແລະ ມີນັກສຶກສາລວມ 2,789 ຄົນ (ຍິງ 1,219 ຄົນ) ໂດຍໄດ້ເປີດສອນທັງໝົດ 11 ຫຼັກສູດ ດັ່ງນີ້: ຫຼັກສູດປະລິນຍາຕີ (ປົກກະຕິ): ມີ 7 ສາຂາວິຊາ (ບໍລິຫານທຸລະກິດທົ່ວໄປ, ການເງິນ-ການທະນາຄານ, ການຕະຫຼາດ, ການທ່ອງທ່ຽວ, ພາສາອັງກິດທຸລະກິດ, ພາສາອັງກິດທົ່ວໄປ, ແລະ ພາສາຈີນສຳລັບການສຶກສາ), ຫຼັກສູດຕໍ່ເນື່ອງລະດັບປະລິນຍາຕີ: ປະກອບມີ 3 ສາຂາວິຊາ ກໍຄື ຫຼັກສູດປະລິນຍາໂທ: ໂຄງການຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ໃນສາຂາການບໍລິຫານການເງິນ ໃນສົກສຶກສາຜ່ານມານີ້, ມີຜູ້ສຳເລັດການສຶກສາທັງໝົດ 251 ຄົນ (ຍິງ 176 ຄົນ) ປະກອບມີ ສາຂາພາສາອັງກິດທຸລະກິດ 61 ຄົນ, ການເງິນ-ການທະນາຄານ 65 ຄົນ, ບໍລິຫານທຸລະກິດທົ່ວໄປ 94 ຄົນ ແລະ ການຕະຫຼາດ 31 ຄົນ.
ທ່ານ ບຸນເທືອງ ມູນລາສີ ໃຫ້ຮູ້ອີກວ່າ: ວຽກງານກິດຈະກຳສັງຄົມ ແລະ ການພົວພັນຮ່ວມມືສາກົນ ນອກຈາກການຮຽນ-ການສອນໃນຫ້ອງແລ້ວ, ສະຖາບັນຍັງໄດ້ສ້າງຂະບວນການຟົດຟື້ນ ເຊັ່ນ: ວຽກງານແຮງງານສຶກສາ ແລະ ຈິດອາສາ: ຈັດກິດຈະກຳອະນາໄມສິ່ງແວດລ້ອມ ແລະ ບໍລິຈາກເລືອດສົມທົບກັບສູນເລືອດແຫ່ງຊາດເປັນປະຈຳປີລະ 2 ຄັ້ງ, ໄດ້ນຳພານັກສຶກສາທັດສະນະຊົມໂຮງຈັກ-ໂຮງງານທັງພາຍໃນ ແລະ ຕ່າງປະເທດ ລວມທັງການແລກປ່ຽນວັດທະນະທຳທີ່ ສປປ ຈີນ ແລະ ຍັງໄດ້ເຊັນສັນຍາ MOU ຮ່ວມມືທາງດ້ານວິຊາການກັບມະຫາວິທະຍາໄລ ແລະ ວິທະຍາໄລຕ່າງໆ ຢູ່ ສປ ຈີນ, ຫວຽດນາມ, ໄທ ແລະ ອິນເດຍ ເພື່ອເປີດໂອກາດໃຫ້ນັກສຶກສາລາວ ໄດ້ໄປຝຶກງານ ແລະ ຫາປະສົບການ.
ແນວໃດກໍຕາມ, ສຳລັບທິດທາງ ແລະ ແຜນການສົກສຶກສາ 2026-2027 ເພື່ອມຸ້ງໝັ້ນ ແລະ ກ້າວສູ່ວິໄສທັດປີ 2030, ສະຖາບັນ ໄດ້ວາງວຽກຈຸດສຸມ 5 ດ້ານ ຄື: ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ແລະ ນັກສຶກສາ, ສືບຕໍ່ຮັບນັກຮຽນຈົບຊັ້ນ ມ.7 ເຂົ້າຮຽນໃນແຕ່ລະລະບົບ, ປັບປຸງ ແລະ ສ້າງຫຼັກສູດໃໝ່ໃຫ້ຕອບສະໜອງຕະຫຼາດແຮງງານ ຕາມ 10 ມາດຖານ ແລະ 50 ຕົວຊີ້ວັດ, ມຸ່ງເນັ້ນສ້າງວາລະສານຄົ້ນຄວ້າວິທະຍາສາດ ແລະ ພັດທະນາໂຄງລ່າງພື້ນຖານໃຫ້ທັນສະໄໝ ແລະ ສົ່ງເສີມບຸກຄະລາກອນໄປຍົກລະດັບຊັ້ນສູງ ແລະ ເປີດກວ້າງການຮ່ວມມືສາກົນຢ່າງມີປະສິດທິຜົນ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ໄກສອນ ເພັງໂສພາ ກ່າວວ່າ: ໃນປັດຈຸບັນປັດໄຈສຳຄັນໃນການນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແມ່ນ “ຊັບພະຍາກອນມະນຸດ” ທີ່ມີຄຸນນະພາບ ເທົ່ານັ້ນ. ດ້ວຍເຫດນີ້, ກົມການສຶກສາຊັ້ນສູງ ຈຶ່ງໄດ້ວາງເປົ້າໝາຍລວມຢ່າງຈະແຈ້ງວ່າ ຮອດປີ 2030, ຕ້ອງຮັບປະກັນໃຫ້ພົນລະເມືອງລາວ ໄດ້ເຂົ້າຮຽນການສຶກສາຊັ້ນສູງທີ່ມີຄຸນນະພາບ, ໄດ້ຮັບໂອກາດໃນການສຶກສາຢ່າງຕໍ່ເນື່ອງ, ທົ່ວເຖິງ ແລະ ເທົ່າທຽມ ສະນັ້ນ ໃນຜົນສຳເລັດຄັ້ງນີ້ ຂໍຕີລາຄາສູງ ແລະ ເນັ້ນໜັກເຖິງບົດບາດອັນສຳຄັນຂອງການສຶກສາພາກເອກະຊົນ ໃນການປະກອບສ່ວນພັດທະນາຊັບພະຍາກອນມະນຸດ ຢູ ສປປ ລາວ ໂດຍລວມ ແລະ ໂດຍສະເພາະສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຊ່ວຍແບ່ງເບົາພາລະຂອງລັດຖະບານ ໃນການຂະຫຍາຍໂອກາດການເຂົ້າເຖິງການສຶກສາຊັ້ນສູງ ໃຫ້ແກ່ລູກຫຼານປະຊາຊົນລາວ. ຊ່ວຍກະຕຸ້ນໃຫ້ເກີດການແຂ່ງຂັນໃນການຍົກລະດັບຄຸນນະພາບການສຶກສາ ສາມາດສ້າງ ແລະ ປະຕິບັດຫຼັກສູດທີ່ຕອບສະໜອງໄດ້ຢ່າງວ່ອງໄວຕໍ່ຄວາມຕ້ອງການຕົວຈິງ ຂອງຕະຫຼາດແຮງງານ ໃນຍຸກປັດຈຸບັນ.
ເຖິງຢ່າງໃດກໍຕາມ, ເພື່ອໃຫ້ບັນລຸວິໄສທັດທີ່ກ່າວມານັ້ນ, ຂໍໃຫ້ຄະນະອຳນວຍການ ແລະ ຄູ-ອາຈານ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຈົ່ງພ້ອມກັນເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນການຍົກລະດັບຄຸນນະພາບຫຼັກສູດ ແລະ ການສິດສອນ: ຕ້ອງເອົາໃຈໃສ່ປັບປຸງຫຼັກສູດການຮຽນການສອນ ໃຫ້ສອດຄ່ອງກັບມາດຕະຖານຫຼັກສູດແຫ່ງຊາດ, ເພື່ອຮັບປະກັນວ່າ ນັກສຶກສາທີ່ຮຽນຈົບໄປ ຕ້ອງມີຄວາມຮູ້ຄວາມສາມາດ, ມືອາຊີບ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ການສົ່ງເສີມການສຶກສາສາຍວິທະຍາສາດ ແລະ ເຕັກໂນໂລຊີ: ສະຖາບັນ ຣັຕນະ ບໍລິຫານທຸລະກິດ ແມ່ນມີທ່າແຮງໂດຍກົງ, ສະນັ້ນ ຕ້ອງຊຸກຍູ້ສົ່ງເສີມການສຶກສາໃນສາຍ STEM (ວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳສາດ ແລະ ຄະນິດສາດ) ໃຫ້ມີກຳລັງຂຶ້ນ ແລະ ການຮ່ວມມື ແລະ ການຫັນເປັນນທັນສະໄໝ: ຕ້ອງເພີ່ມທະວີການຮ່ວມມືລະຫວ່າງສະຖາບັນການສຶກສາກັບພາກຸລະກິດ ທັງພາກລັດ ແລະ ເອກະຊົນ. ພ້ອມນັ້ນ, ຕ້ອງນຳໃຊ້ດິຈິຕອນໃນການຄຸ້ມຄອງບໍລິຫານ ແລະ ການຮຽນການສອນ ໃຫ້ມີຄວາມທັນສະໄໝ.
ໃນພິທີ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ກໍຍັງໄດ້ມີການມອບທຶນການສຶກສາໃຫ້ຜູ້ທີ່ມີຜົນການຮຽນດີຮຽນເກັ່ງ ໂດຍໄດ້ມອບໃຍຍ້ອງຍໍໃຫ້ນັກສຶກສາດີເດັ່ນດ້ານການຮ່ຳຮຽນ ແລະ ການເຄື່ອນໄຫວກິດຈະກຳນອກຫຼັກສູດອີກດ້ວຍ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ