Skip to main content

ປິດສາກລົງແລ້ວ ປິ່ງປ່ອງ ເຍົາວະຊົນ-ຊາວໜຸ່ມ ຊີງແຊ໋ມໂລກ 2023 ທີ່ສປປ ລາວ ຮັບກຽດເປັນເຈົ້າພາບ

27/09/2023

ປິດສາກລົງເປັນທີ່ຮຽບຮ້ອຍແລ້ວ ການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນ-ຊາວໜຸ່ມ ຊີງແຊ໋ມໂລກ ປະຈຳປີ 2023 ຫຼື WTT Youth Contender 2023 ຈັດຂຶ້ນໃນວັນທີ 20-23 ກັນຍາ 2023 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຂະນະທີ່ ຊະນະເລີດ ຮຸ່ນອາຍຸບໍ່ເກີນ 17 ປີ ຕົກເປັນຂອງ ທ້າວ KUO Guan-Hong ແລະ ຮອງຊະນະເລີດ ແມ່ນ ທ້າວ HUNG Jing-Kai ທັງສອງຄົນ ແມ່ນນັກກິລາຈາກໄຕ້ຫວັນ.

ພິທີປິດການແຂ່ງຂັນກິລາດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 23 ກັນຍາ 2023 ທີ່ສູນການຄ້າ ລາວ-ເຕັກ (ຊັ້ນ7) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງມີການຊີງໄຊກັນຫຼາຍລາຍການ ໂດຍສະເພາະໃນຮຸ່ນອາຍຸບໍ່ເກີນ 13 ປີ, 17 ປີ ແລະ 19 ປີ ທັງຍິງ ແລະ ຊາຍ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນປິ່ງປ່ອງແຫ່ງຊາດລາວ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນປິ່ງອາຊຽນ, ອາຊີ ແລະ ສາກົນ ຕະຫຼອດຮອດຄະນະນຳແຕ່ລະປະເທດ, ຄູຝຶກ, ນັກກິລາ ແລະ ມວນຊົນຊາວລາວເຂົ້າຮ່ວມ.

ຜ່ານການແຂ່ງຂັນຜົນປະກົດວ່າ: ປະເພດຍິງດ່ຽວ ຮຸ່ນອາຍຸບໍ່ເກີນ 13 ປີ ຊະນະເລີດ ຕົກເປັນຂອງ ນາງ KIM Minseo ຈາກ ສ.ເກົາຫຼີ ແລະ ຮອງຊະນະເລີດ ນາງ LU Yu-En ນັກກິລາຈາກໄຕ້ຫວັນ; ປະເພດຊາຍດ່ຽວ ຮຸ່ນອາຍຸບໍ່ເກີນ 13 ປີ ຊະນະເລີດ ທ້າວ HSU An-Pao ແລະ ຮອງຊະນະເລີດ ທ້າວ CHENG Min-Hsiu ທັງສອງເປັນນັກກິລາທີ່ມາຈາກໄຕ້ຫວັນ; ປະເພດຍິງດ່ຽວ ຮຸ່ນອາຍຸບໍ່ເກີນ 17 ປີ ຊະນະເລີດ ນາງ WU Jia-En ແລະ ຮອງຊະນະເລີດ ນາງ PENG Yu-Han ທັງສອງເປັນນັກກິລາຈາກໄຕ້ຫວັນ; ປະເພດດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊະນະເລີດ ທ້າວ KUO Guan-Hong ແລະ ຮອງຊະນະເລີດ ທ້າວ HUNG Jing-Kai ທັງສອງຄົນ ແມ່ນນັກກິລາຈາກໄຕ້ຫວັນ; ປະເພດຄູ່ປະສົມ ຍິງ-ຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ຊະນະເລີດ WONG Tsz Yui ແລະ WONG Wan Hei ນັກກິລາຈາກໄຕ້ຫວັນ, ຮອງຊະນະເລີດ OH Yujin ແລະ CHOI Ayoon ນັກກິລາຈາກໄຕ້ຫວັນ ແລະ ອັນດັບທີ 3 ຮ່ວມ ເປັນຂອງ ໄທ ແລະ ຮົງກົງ; ປະເພດຄູ່ປະສົມ ຍິງ-ຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ຊະນະເລີດ KUO Guan-Hong ແລະ CHEN Chi-Shiuan ແລະ ຮອງຊະນະເລີດ CHEN Yi-Teng CHEN Chia-I ທັງໝົດແມ່ນນັກກິລາຈາກໄຕ້ຫວັນ.

 

ຂ່າວໂດຍ ສົງການ ພັນແພງດີ