Skip to main content

ສປປ ລາວ ພ້ອມສົ່ງທັບນັກກິລາ ເກືອບ 200 ຄົນ ຮ່ວມ ເອຊຽນ ເກມ ແລະ ເອຊຽນ ພາຣາເກມ 2023 ເອັບບີທີ ຊຸກຍູ້ 587 ລ້ານກີບ

27/09/2023

ສປປ ລາວ ພ້ອມສົ່ງທັບນັກກິລາລາວ ຈຳນວນ 193 ຄົນ. ໃນນັ້ນ, ນັກກິລາທີມຊາດລາວ ທີ່ເປັນຄົນປົກກະຕິ ຈຳນວນ 152 ຄົນ ຈາກ 16 ປະເພດກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາ ເອຊຽນເກມ ຄັ້ງທີ 19 ລະຫວ່າງວັນທີ 23 ກັນຍາ ຫາ 8 ຕຸລາ 2023 ແລະ ນັກກິລາຄົນພິການທີມຊາດລາວ 41 ຄົນ ຈາກ 5 ປະເພດກິລາ ເຂົ້າຮ່ວມງານກິລາເອຊຽນ ພາຣາເກມ ຄັ້ງທີ 4 ລະຫວ່າງວັນທີ 22-28 ຕຸລາ 2023 ທີ່ນະຄອນຫາງໂຈ ສປ ຈີນ. ຂະນະທີ່ຫຼາຍພາກສ່ວນ ໂດຍສະເພາະບໍລິສັດ ຟຸດບອນ ໄທ ເຟັກຕໍຣີ ສະປອດຕິ້ງ ກູດ ຈຳກັດຜູ້ດຽວ ຫຼື ເອັບບີທີ ສືບຕໍ່ໃຫ້ການສະໜັບສະໜູນອຸປະກອບກິລາ ລວມມູນຄ່າ 587 ລ້ານກີບ.

ພິທີຖະແຫຼງຂ່າວການກະກຽມເຂົ້າຮ່ວມ ເອຊຽນ ເກມ ຄັ້ງທີ 19 ແລະ ເອຊຽນ ພາຣາເກມ ຄັ້ງທີ 4 ພ້ອມແຈ້ງເຈດຈຳນົງຂອງບັນດາພາກສ່ວນອຸປະຖຳທັບນັກກິລາລາວ ຮ່ວມ 2 ງານດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 19 ກັນຍາ ຜ່ານມາ ທີ່ສະໂມສອນ ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ຊີ້ນໍາຂົງເຂດວຽກງານການປົກຄອງ ແລະ ວັດທະນະທໍາ-ສັງຄົມ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ, ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ສສກ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ສສກ ຜູ້ຊີ້ນຳວຽກງານກິລາລາວ ພ້ອມດ້ວຍບັນດາຄະນະບໍລິຫານງານ ຄອລ-ຄພລ, ຄະນະນໍາ, ຄູຝຶກ ແລະ ນັກກິລາ 100 ກວ່າຄົນ ຕະຫຼອດຮອດສື່ມວນຊົນ ຢ່າງພ້ອມພຽງ.

ໃນພິທີ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ຮອງປະທານ-ເລຂາທິການ ຄອລ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ງານມະຫະກໍາກິລາເອຊຽນ ເກມ ຈັດຂຶ້ນໃນທຸກໆ 4 ປີ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ກັບຄູຝຶກ ແລະ ນັກກິລາ ໄດ້ທົດສອບປະສົບການ ຍົກສູງຄວາມສາມາດໃຫ້ມີຄຸນນະພາບສູງທຽບເທົ່າກັບອານຸພາກພື້ນ, ພາກພື້ນ ແລະ ສາກົນ ໂດຍສະເພາະນັກກິລາລາວ ໃຫ້ສູ້ຊົນຍາດຊີງເອົາຫຼຽນຕ່າງໆ ເພື່ອສ້າງກຽດຊື່ສຽງໃຫ້ກັບປະເທດຊາດ ຄືໃນເອຊຽນ ເກມ ຄັ້ງທີ 18 ປີ 2018 ທີ່ປະເທດອິນໂດເນເຊຍ ໂດຍ ສປປ ລາວ ໄດ້ສົ່ງ 19 ປະເພດກິລາເຂົ້າຮ່ວມແຂ່ງຂັນ ແລະ ສາມາດຍາດໄດ້ 5 ຫຼຽນ ແບ່ງເປັນ 2 ຫຼຽນເງິນ ຈາກກິລາກະຕໍ້ ແລະ ປັນຈັກສີລັດ ແລະ 3 ຫຼຽນທອງ ໄດ້ຈາກປັນຈັກສີລັດ 2 ຫຼຽນ ແລະ ກະຕໍ້ 1 ຫຼຽນ, ຈັດຢູ່ອັນດັບທີ 31 ຂອງຕາຕະລາງສະຫຼຸບຫຼຽນ ຈາກ 45 ປະເທດເຂົ້າຮ່ວມການແຂ່ງຂັນ.

ທ່ານ ແສງພອນ ພົນອາມາດ ກ່າວໃຫ້ຮູ້ຕື່ມອີກວ່າ: ງານກິລາ ເອຊຽນ ເກມ ຄັ້ງທີ 19 ຈະໄດ້ຈັດຂຶ້ນທີ່ນະຄອນຫາງໂຈ ສປ ຈີນ ລະຫວ່າງວັນທີ 23 ກັນຍາ ຫາ 8 ຕຸລາ 2023, ປະເທດເຈົ້າພາບໄດ້ບັນຈຸ 40 ປະເພດກິລາເຂົ້າຮ່ວມແຂ່ງຂັນໜ້ອຍກວ່າກິລາເອຊຽນ ເກມ ຄັ້ງທີ່ຜ່ານມາ. ຄະນະກໍາມະການ ໂອແລມປິກແຫ່ງຊາດລາວ ແລະ ສະຫະພັນກິລາແຫ່ງຊາດ ໄດ້ຕົກລົງເປັນເອກະພາບສົ່ງ 16 ປະເພດກິລາເຂົ້າຮ່ວມ, ມີຈໍານວນພົນທັງໝົດ 152 ຄົນ. ສະເພາະປະເພດກິລາທີ່ສະເໜີຂໍໃຊ້ງົບປະມານຂອງລັດ ມີ 11 ປະເພດ ຄື: ວູຊູ, ກະຕໍ້, ລົດຖີບ, ເທຄວັນໂດ (ຕໍ່ສູ້), ມວຍສາກົນ, ຢູໂດ (ຕໍ່ສູ້), ແລ່ນ-ລານ, ລອຍນໍ້າ, ກາຣາເຕ (ຕໍ່ສູ້), ມວຍປ້ໍາ ແລະ ຈຸວິດຊູ. ສ່ວນປະເພດກິລາທີ່ມອບໃຫ້ກຸ້ມຕົນເອງດ້ານງົບປະມານຮັບໃຊ້ ມີ 5 ປະເພດ ຄື: ກອ໊ຟ, ອີສະປອດ, ຢິມນາສະຕິກ, ເນສະນອນ ແລະ ຍິງປືນ.

ໂອກາດດຽວກັນ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄພລ ກ່າວໃຫ້ຮູ້ວ່າ: ງານແຂ່ງຂັນກິລາ ເອຊຽນ ພາຣາເກມ ຄັ້ງທີ 4 ທີ່ເມືອງຫາງໂຈ ສປ ຈີນ ຈະຈັດຂຶ້ນ ລະຫວ່າງວັນທີ 22-28 ຕຸລາ 2023 ຊຶ່ງມີບັນດາປະເທດໃນຂົງເຂດທະວີບອາຊີເຂົ້າຮ່ວມ 45 ປະເທດ, ພ້ອມທັງກໍານົດເອົາປະເພດກິລາແຂ່ງຂັນທັງໝົດ 22 ປະເພດກິລາ. ສໍາລັບ ສປປ ລາວ ໄດ້ມີການຄັດເລືອກ ແລະ ກຳນົດເອົາປະເພດກິລາທີ່ໄດ້ຜ່ານການເຂົ້າຮ່ວມແຂ່ງຂັນຄັດເລືອກສະສົມຄະແນນໃນລາຍການແຂ່ງຂັນຊີງແຊ໋ມໂລກ, ຊີງແຊ໋ມທະວີບ ທັງໝົດ 5 ປະເພດກິລາເຂົ້າຮ່ວມແຂ່ງຂັນ ປະກອບມີ ແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ, ລົດຖີບ ແລະ ບານບ້ວງລໍ້ເລື່ອນ (ທີມຍິງ). ໃນນັ້ນ, ມີຄະນະນໍາ, ກອງເລຂາ, ແພດ, ຄູຝຶກ, ຜູ້ຊ່ວຍຄູຝຶກ, ຜູ້ເບິ່ງແຍງນັກກິລາ ແລະ ນັກກິລາ ເຂົ້າຮ່ວມທັງໝົດມີ 41 ຄົນ, ຍິງ 28 ຄົນ. ສະເພາະຄູຝຶກ ແລະ ນັກກິລາ ທັງໝົດມີ 26 ຄົນ, ຍິງ 13 ຄົນ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ເພື່ອສືບຕໍ່ພັດທະນາວຽກງານກິລາລາວໃຫ້ທຽບເທົ່າກັບລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະ ແມ່ນການເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາເອຊຽນ ເກມ ແລະ ເອຊຽນ ພາຣາເກມ ທີ່ ສປ ຈີນ ເປັນເຈົ້າພາບ ໃຫ້ສາມາດຍາດໄດ້ຫຼຽນລາງວັນຕາມຄາດໝາຍ ເພື່ອນຳກຽດ ແລະ ຊື່ສຽງມາໃຫ້ປະເທດຊາດ ໃຫ້ປະຊາຊົນລາວໄດ້ມີຄວາມເອກອ້າງ ແລະ ພາກພູມໃຈ ຂໍໃຫ້ຄະນະນັກກິລາພວກເຮົາທຸກຄົນຈົ່ງເປັນຕົວແທນທີ່ສົມກຽດໃຫ້ແກ່ ສປປ ລາວ ໃນການເຄົາລົບລະບຽບກົດໝາຍຂອງປະເທດເຈົ້າພາບ ກໍຄື ກົດກະຕິກາການແຂ່ງຂັນຢ່າງເຂັ້ມງວດ; ບັນດາຄູຝຶກ ແລະ ນັກກິລາ ຕ້ອງໄດ້ຍົກສູງ “ຈິດໃຈຊາດ” ພິລະອາດຫານ ແລະ ສູ້ຊົນສູງສຸດຍາດເອົາຫຼຽນຄຳປະຫວັດສາດ ສ້າງກຽດສັກສີໃຫ້ປະເທດຊາດ, ໃຫ້ຄະນະຮັບຜິດຊອບຕ້ອງໄດ້ຂຸ້ນຂ້ຽວກະກຽມຄວາມພ້ອມຢ່າງຮອບດ້ານ ໂດຍມີການປະສານງານລະຫວ່າງພາກສ່ວນຕ່າງໆ ຢູ່ພາຍໃນ ແລະ ປະເທດເຈົ້າພາບໃຫ້ມີຄວາມກົມກຽວກັນ ເພື່ອເຮັດໃຫ້ບັນດາໜ້າວຽກໄດ້ຖືກຈັດຕັ້ງປະຕິບັດຢ່າງວ່ອງໄວໂລ່ງລ່ຽນ, ສະດວກດີ; ຄະນະນຳທຸກພາກສ່ວນທີ່ຖືກແຕ່ງຕັ້ງ ລວມເຖິງພາກສ່ວນທີ່ກ່ຽວຂ້ອງໃຫ້ເອົາໃຈໃສ່ລົງໃກ້ຊິດຕິດແທດ, ຊຸກຍູ້, ຊ່ວຍເຫຼືອ, ໃຫ້ກຳລັງໃຈ ແລະ ເບິ່ງແຍງດູແລຊີວິດການເປັນຢູ່ຂອງຄູຝຶກ ແລະ ນັກກິລາ ທັງເວລາຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ.

ພິເສດທີ່ສຸດ ທ່ານຮອງນາຍົກ ຍັງຮຽກຮ້ອງມາຍັງບັນດາອົງການຈັດຕັ້ງພາກລັດ, ອົງການຈັດຕັ້ງກິລາທາງສັງຄົມ, ເອກະຊົນ, ບຸກຄົນ, ນິຕິບຸກຄົນ ໄດ້ອຳນວຍຄວາມສະດວກໃຫ້ຜູ້ທີ່ຖືກແຕ່ງຕັ້ງສາມາດປະຕິບັດໜ້າທີ່ຢ່າງເຕັມສ່ວນ ພ້ອມປະກອບສ່ວນເຫື່ອແຮງ ແລະ ກຳລັງຊັບໃຫ້ການເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ໂດຍສະເພາະແມ່ນ ເງິນລາງວັນ, ການອັດສີດຫຼຽນ ແລະ ການສະໜັບສະໜູນຊັບ, ໃຫ້ກຳລັງໃຈເພື່ອຍາດເອົາຫຼຽນ, ຖືເອົາໂອກາດນີ້ເພີ່ມທະວີການຮ່ວມມືກັບປະເທດເພື່ອນມິດ, ອົງການຈັດຕັ້ງກິລາສາກົນ ແລະ ອົງການຈັດຕັ້ງອື່ນໆຂອງອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນການພັດທະນານັກກິລາລາວເຮົາໃຫ້ມີຄຸນນະພາບສູງຂຶ້ນ ເມື່ອການແຂ່ງຂັນສຳເລັດລົງ ຄະນະຮັບຜິດຊອບຈົ່ງໄດ້ຮີບຮ້ອນລາຍງານ ແລະ ຈັດພິທີສະຫຼຸບຍ້ອງຍໍຜົນງານໃຫ້ຜູ້ທີ່ເຂົ້າຮ່ວມຢ່າງສົມກຽດ ແລະ ທັນການ.

ໃນການເຂົ້າຮ່ວມ 2 ງານດັ່ງກ່າວ, ໄດ້ມີທ່ານ ວຽງສະຫວັນ ແສງຈັນ ຕາງໜ້າບໍລິສັດ ເອັບບີທີ ມອບການສະໜັບສະໜູນອຸປະກອນກິລາ ຊຶ່ງປະກອບມີ ເກີບ, ກະເປົ່າ, ຊຸດແຂ່ງຂັນ ແລະ ອື່ນໆ ລວມມູນຄ່າ 587 ລ້ານກີບ. ນອກຈາກນັ້ນ, ຍັງມີສະພາການຄ້າຈີນ ປະຈຳ ສປປ ລາວ ສາຂາແຂວງຝູຈ້ຽມ ອຸປະຖຳເງິນ 50 ລ້ານກີບ, ບໍລິສັດ ເຊື້ອໄຟລາວ 20 ລ້ານກີບ ແລະ ບໍລິສັດ ເອັດທີເອັດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ 10 ລ້ານກີບ.

 

ໂດຍ ສົງການ ພັນແພງດີ