ສະຫວັນນະເຂດ ສຳເລັດການແຂ່ງຂັນດອກປີກໄກ່ ຕ້ອນຮັບວັນສຳຄັນຕ່າງໆຊາດ
ແຂວງສະຫວັນນະເຂດ ໄດ້ສຳເລັດການຈັດການແຂ່ງຂັນກິລາດອກປີກໄກ່ ເພື່ອສ້າງຂະບວນການຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ເມື່ອບໍ່ດົນມານີ້ ທີ່ສະໂມສອນດອກປີກໄກ່ແຂວງ ໂດຍການເປັນປະທານຂອງ ທ່ານ ສົມຈິດ ລາດຊະວົງ ປະທານສະຫະພັນກິລາດອກປີກໄກ່ແຂວງສະຫວັນນະເຂດ, ມີທ່ານ ເພັດອຸດອນ ບົວປະເສີດ ຮອງປະທານສະຫະພັນກິລາດອກປີກໄກ່ແຂວງຄຳມ່ວນ ພ້ອມດ້ວຍຮອງຫົວໜ້າພະແນກສຶກສາທິກການ ແລະ ກິລາແຂວງ, ນັກກິລາຮຸ່ນອາວຸໂສ, ຊາວໜຸ່ມ, ນັກສຶກສາ ແລະ ຄະນະສະຫະພັນດອກປີກໄກ່-ນັກກິລາທີ່ມາຈາກແຂວງຄຳມ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນກິລາດອກປີກໄກ່ຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນສອງວັນສຳຄັນຂອງຊາດທີ່ຈະມາເຖິງໃນຕໍ່ໜ້ານີ້ ເປັນຕົ້ນແມ່ນວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ, ວັນຄູແຫ່ງຊາດ ແລະ ວັນສຳຄັນຕ່າງໆທັງເປັນການສ້າງບັນຍາກາດ ແລະ ຮັດແໜ້ນຄວາມສາມັກຄີ ກັບທຸກພາກສ່ວນ ເປັນການສ້າງສາຍສໍາພັນໄມຕີຈິດລະຫວ່າງແຂວງຕໍ່ແຂວງ ກໍຄືແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ແລະ ຍັງເປັນການຊອກຫານັກກິລາຜູ້ທີ່ມີທັກສະສີມື ແລະ ພອນສະຫວັນ ໃນການຫຼິ້ນກິລາປະເພດນີ້ ກຽມເປັນຕົວແທນຂອງແຂວງເຂົ້າຮ່ວມແຂ່ງຂັນລະດັບຊາດ ແລະ ຕິດທີມຊາດ ກຽມເຂົ້າຮ່ວມແຂ່ງຂັນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນຕໍ່ໜ້າ.
ການແຂ່ງຂັນລາຍການດັ່ງກ່າວ ມີນັກກິລາເຂົ້າຮ່ວມທັງໝົດ 17 ທີມ ຜົນການແຂ່ງຂັນປະກົດວ່າ: ສາຍ ກ ຊະນະເລີດ ທ່ານ ຄຳພຸດ+ທ່ານ ດິດ ໄດ້ຮັບເງິນສົດ 2 ລ້ານກີບ ພ້ອມຂັນ 2 ໜ່ວຍ ແລະ ຮອງຊະນະເລີດ ທ່ານ ກວ້າງ+ທ່ານ ວີ ໄດ້ຮັບເງິນສົດ 1,5 ລ້ານກີບ ພ້ອມຂັນ 2 ໜ່ວຍ; ສາຍ ຂ ຊະນະເລີດ ທ່ານ ຕອກ+ທ່ານ ສິງ ໄດ້ຮັບເງິນສົດ 2 ລ້ານກີບ ພ້ອມຂັນ 2 ໜ່ວຍ ແລະ ຮອງຊະນະເລີດ ທ່ານ ນາງ ພອນ+ທ່ານ ນ້ອຍ ໄດ້ຮັບເງິນສົດ 1,5 ລ້ານກີບ ພ້ອມຂັນ 2 ໜ່ວຍ; ປະເພດທີມຍິງ ຊະນະເລີດ ທ່ານ ນາງ ຮ່ອງ+ ທ່ານ ນາງ ເມ ໄດ້ຮັບເງິນສົດ 2 ລ້ານກີບ ພ້ອມຂັນ 2 ໜ່ວຍ ແລະ ຮອງຊະນະເລີດ ທ່ານ ນາງ ຫຼຸຍ + ນາງ ປິ່ງ ໄດ້ຮັບເງິນສົດ 1,5ລ້ານກີບ ພ້ອມຂັນ 2 ໜ່ວຍ.
ຂ່າວ-ພາບ: ສະຫວັນນະເຂດ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
