Skip to main content

ປກສ ໄຊສົມບູນ ສ້າງຂະບວນການແຂ່ງຂັນກິລາ ຕ້ອນຮັບວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 22 ປີ

16/10/2023


ກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ແຂວງໄຊສົມບູນ ສ້າງຂະບວນບານແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ທີມອາວຸໂສກອງບັນຊາການ ປກສ ແຂວງໄຊສົມບູນ ພົບກັບ ສະຫະພັນແມ່ຍິງໜ່ວຍ ປກສ ແຂວງໄຊສົມບູນ ເພື່ອເປັນການຂໍ່ານັບຮັບຕ້ອນວັນແຫ່ງຊາດຕ້ານຢາເສບຕິດ ໃນວັນທີ 11 ຕຸລາ 2023 ໂດຍການນໍາພາຂອງ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ຮອງປະທານຄະນະຮັບຜິດຊອບການແກ້ໄຂບັນຫາຢາເສບຕິດ ແຂວງໄຊສົມບູນ ແລະ ທ່ານ ພັອ ອິນປັນ ຍາດຕິວົງ ຮອງກອງບັນຊາການ ປກສ ແຂວງໄຊສົມບູນ ພ້ອມດ້ວຍສະຫະພັນແມ່ຍິງໜ່ວຍ ປກສ ແຂວງໄຊສົມບູນ ຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ການສ້າງຂະບວນການແຂ່ງຂັນກິລາໃນຄັ້ງນີ້ ກໍເພື່ອເປັນການຂໍ່ານັບຮັບຕ້ອນວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 22 ປີ (12 ຕຸລາ 2001-12 ຕຸລາ 2023) ການແຂ່ງຂັນແມ່ນດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ມ່ວນຊື່ນ, ຫຼິ້ນຕາມກະຕິກາທີ່ກໍານົດດ້ວຍຄວາມມີນໍ້າໃຈນັກກິລາຫຼິ້ນຢ່າງສ້າງສັນ, ຮູ້ແພ້, ຮູ້ຊະນະ, ຮູ້ໃຫ້ອະໄພ; ເປັນການສ້າງຄວາມສາມັກຄີພາຍໃນ ແລະ ພາຍນອກ; ທັງເປັນການປຸກລະດົມທຸກພາກສ່ວນຮ່ວມໃຈກັນໃນການຕ້ານ ແລະ ສະກັດກັ້ນຢາເສບຕິດໃຫ້ຫມົດໄປຈາກສັງຄົມ 100%. ຜົນການແຂ່ງຂັນກິລາເຕະບານລະຫວ່າງທີມອາວຸໂສກອງບັນຊາການ ປກສ ແຂວງ ພົບກັບ ສະຫະພັນແມ່ຍິງໜ່ວຍ ປກສ ແຂວງ ປະກົດວ່າ: ທີມສະຫະພັນແມ່ຍິງໜ່ວຍ ປກສ ແຂວງ ເອົາຊະນະ ທີມອາວຸໂສກອງບັນຊາການ ປກສ ແຂວງ 4-2 ເຮັດໃຫ້ຂະບວນການດັ່ງກ່າວເຕັມໄປດ້ວຍບັນຍາການຟົດຟື້ນ ມ່ວນຊື່ນຕະຫຼອດງານ.

ຂ່າວໂດຍ: ຈັນສະໝອນ ມະນີວົງ