Skip to main content

ລ້ານຊ້າງ ຄອງຂັນຊະນະເລີດ ເທຄວັນໂດ ລາວຟອດ ຊິຕີ ຄັ້ງທີ I ປະຈຳປີ 2023

18/10/2023

ສະໂມສອນ ເທຄວັນໂດ ລ້ານຊ້າງ ດີກຣີແຊ໋ມກິລາເທຄວັນໂດ ຊີງຂັນເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳສປປ ລາວ 6 ສະໄໝຊ້ອນ ແລະ ແຊ໋ມອີກຫຼາຍລາຍການ ຫຼ້າສຸດສ້າງຜົນງານໄດ້ຢ່າງໂດດເດັ່ນອີກຄັ້ງ ດ້ວຍການຄອງແຊ໋ມໃນການແຂ່ງຂັນ ເທຄວັນໂດ ລາວຟອດ ຊິຕີ ຊີງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຫຼື ສສກ ຄັ້ງທີ I ປະຈຳປີ 2023 ໄປຄອງຢ່າງຍຍິ່ງໃຫຍ່.
ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນໃນລະຫວ່າງວັນທີ 14-15 ຕຸລາ 2023 ທີ່ສະໂມສອນກິລາໃນຮົ່ມບູຢອງ (ດົງໂດກ) ໂດຍການເຂົ້າຮ່ວມຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ສົມພູ ພົງສາ ຮອງປະທານ ຄອລ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງ ສສກ, ເລຂາທິການ ຄອລ, ທ່ານ ເວນ ແມັກອິນທອດ (WAYME MCINTOSH) ຜູ້ອໍານວຍການໃຫຍ່ບໍລິສັດ ລາວຟອດ ຊິຕີ ແລະ ທ່ານ ທິນນະກອນ ທອງຄຳ ຮອງປະທານສະຫະພັນເທຄວັນໂດແຫ່ງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.


ໂອກາດນີ້, ທ່ານ ຈັນທະວົງ ປັນຍາສີລິ ຮອງຫົວໜ້າກົມກິລາລະດັບສູງ ທັງເປັນເລຂາທິການສະຫະະພັນເທຄວັນໂດແຫ່ງຊາດລາວ ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນເພື່ອສົ່ງເສີມ ແລະ ພັດທະນານັກກິລາ ເທຄວັນໂດ ໃນຂອບເຂດທົ່ວປະເທດ ໃຫ້ມີຂະບວນການເຄື່ອນໄຫວ ຝຶກແອບ ແລະ ແຂ່ງຂັນ ໂດຍແມ່ນບໍລິສັດ ລາວຟອດຊິຕີ ໃຫ້ການອຸປະຖໍາຫຼັກ. ດັ່ງນັ້ນ, ເພື່ອໃຫ້ງານແຂ່ງຂັນມີບັນຍາກາດຟົດຟື້ນ, ມີຄວາມໝາຍ ແລະ ຄວາມສຳຄັນຢ່າງໜັກແໜ້ນ ສະຫະພັນເທຄວັນໂດແຫ່ງຊາດ ໄດ້ຈຶ່ງໄດ້ສົມທົບກັບບໍລິສັດ ລາວຟອດ ຊິຕີ ໄດ້ມີການຫ້າງຫາກະກຽມຈັດແຂ່ງຂັນ ມາແຕ່ຕົ້ນເດືອນກໍລະກົດ 2023 ໂດຍສະຫະພັນເທຄວັນໂດແຫ່ງຊາດ ເປັນຜູ້ຮັບຜິດຊອບດ້ານການຂໍອະນຸມັດ, ບໍລິຫານການຈັດການແຂ່ງຂັນ, ສ່ວນບໍລິສັດ ລາວຟອດຊິຕີ ຮັບຜິດຊອບດ້ານງົບປະມານການຈັດການແຂ່ງຂັນ ແລະ ກໍໄດ້ຮັບການຕອບຮັບຈາກບັນດາສະໂມສອນເຂົ້າຮ່ວມທັງໝົດ 19 ສະໂມສອນ ລວມນັກກິລາທັງໜົດ 311 ຄົນ, ຍິງ 128 ຄົນ.

ການແຂ່ງຂັນເທຄວັນໂດ ລາວຟອດຊີຕີ ໃນຄັ້ງນີ້ ມີ 3 ປະເພດແຂ່ງຂັນ ຄື: ລາຍການແຂ່ງຂັນປະເພດຕໍ່ສູ້, ປະເພດປຸ່ມເຊ້ ແລະ ປະເພດເຕະປະກອບອຸປະກອນ ລວມມີການແຂ່ງຂັນທັງໝົດ 110 ລາຍການ: ມີລະດັບອະນຸຊົນ, ເຍົາວະຊົນ, ຊາວໜຸ່ມ ໃຊ້ເວລາໃນການແຂ່ງຂັນຄື ວັນທີ 14-15 ຕຸລາ 2023 ຜ່ານການແຂ່ງຂັນຜົນປະກົດວ່າ ສະໂມສອນທີ່ສາມາດຄວ້າແຊ໋ມ ພ້ອມຂັນລາງວັນຊະນະເລີດໄປຄອງ ຕົກເປັນຂອງ ສະໂທສອນ ລ້ານຊ້າງ, ອັນດັບທີ 2 ສະໂມສອນ ພີເອັມເອັດ (PMS) ແລະ ອັນດັບທີ 3 ສະໂມສອນ ຕາວັນ ນອກນັ້ນ ກໍຍັງໄດ້ມີການມອບຫຼຽນ ແລະ ຂັນລາງວັນໃຫ້ແກ່ນັກກິລາ ແລະ ຄູຝຶກທີ່ມີຜົນງານດີເດັ່ນອີກດ້ວຍ.
ຂ່າວໂດຍ: ສົງການ ພັນແພງດີ