Skip to main content

ມັດສະດາ ບີຈີ ເອັບຊີ ຄວ້າແຊ໋ມ ຢູ-10 ເຕະບານ ຣາດາ ຊຸບເປີ ຄັບ 2023

18/10/2023

ສະໂມສອນ ມັດສະດາ ຈີບີ ເອັບຊີ ຮຸ່ນອາຍຸບໍເກີນ 10 ປີ ຫຼື ຢູ-10 ຄອງແຊ໋ມການແຂ່ງຂັນເຕະບານເຍົາວະຊົນ 7 ຄົນ (6 ຮັບ 1) ຫຼື ລາຍການ ຣາດາ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 (Radar Super Cup 2023) ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ຂະນະທີ່ແຊ໋ມ ຢູ-12 ຕົກເປັນຂອງ ສະໂມສອນ ຄຳໃສ ເອັບຊີ ແລະ ແຊ໋ມ ຢູ-14 ແມ່ນຕົກເປັນຂອງ ສະໂມສອນ ວຽງຈັນ ເອັບທີ.


ການແຂ່ງຂັນເຕະບານ 7 ຄົນ ຫຼື 6 ຮັບ 1 ຮຸ່ນເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 ໄດ້ມີຂຶ້ນລະຫວ່າງວັນທີ 14-15 ຕຸລາ 2023 ທີ່ສະໜາມກິລາສູນ Mazda laos ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ກົງສະດາ ແກ້ວມະນີວົງ ປະທານທີ່ປຶກສາບໍລິສັດ ຣາດາ ລາວ ຈຳກັດ ຕົວແທນຈຳໜ່າຍລົດ ຣາດາ ລາວ ພຽງຜູ້ດຽວໃນສປປ ລາວ ແລະ ທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດ, ປະທານບໍລິສັດ ຣາດາ ລາວ ແລະ ທັງເປັນປະທານຈັດການແຂ່ງຂັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກ ບໍລິສັດ Radar Laos, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດສື່ມວນຊົນຢ່າງພ້ອມພຽງ.

ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນກໍເພື່ອສ້າງຂະບວນການສະເຫຼີມສະຫຼອງເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ ພ້ອມທັງສົ່ງເສີມນັກກິລາເຍົາວະຊົນຂອງບັນດາສະໂມສອນຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ສາມາດກ້າວຂຶ້ນໄປເປັນນັກກິລາລະດັບຊາດ ກໍຄື ຕິດທີມຊາດ ໃນອະນາຄົດ. ລາຍການນີ້ ມີບັນດາສະໂມສອນເຂົ້າຮ່ວມແຂ່ງຂັນ ຮຸ່ນລະ 8 ທີມ ພິເສດ ມີ 3 ທີມທີ່ມາຈາກ 3 ແຂວງ ປະກອບມີ ແຂວງບໍລິຄຳໄຊ, ແຂວງຊຽງຂວາງ ແລະ ແຂວງຫຼວງພະບາງ ເຂົ້າຮ່ວມ ກໍຄື ຮຸ່ນ 10 ປີ ມີ 8 ທີມ, ຮຸ່ນ 12 ປີ ມີ 8 ທີມ ແລະ ຮຸ່ນ 14 ປີ ມີ 8 ທີມ, ໃນນັ້ນ ທີມໜຶ່ງຕ້ອງມີນັກກິລາ ໃນຈຳນວນ 15 ຄົນ ສຳລັບເງື່ອນໄຂນັກກິລາ ສະເພາະຮຸ່ນອາຍຸ 10 ປີ ຈະຕ້ອງເກີດໃນປີ 2013 ຫຼື 2014 ສ່ວນຮຸ່ນອາຍຸ 12 ປີຈະຕ້ອງເກີດປີ 2012 ແລະ 2011 ແລະ ຮຸ່ນອາຍຸ 14 ປີຈະຕ້ອງເກີດໃນປີ 2009 ແລະ ປີ 2010, ໃນນັ້ນ ທີມທີ່ເຂົ້າຮ່ວມແຂ່ງຂັນຈະຕ້ອງຍື່ນເອກະສານໃຫ້ຄະນະຮັບຜິດຊອບຢ່າງຖືກຕ້ອງ ໂດຍສະເພາະແມ່ນປຶ້ມສຳມະໂນຂອງແທ້ ແລະ ປຶ້ມຕິດຕາມການຮຽນ ຫຼື ໃບປະກາສະນີຍະບັດຂອງແທ້ຂອງນັກກິລາ ແຕ່ຫາກວ່າເປັນປຶ້ມສຳມະໂນດັດແປງມາ ຈະບໍ່ອະນຸຍາດໃຫ້ນັກກິລາຮ່ວມທີມໄດ້.
ລາຍການນີ້ ທຸກທີມທີ່ເຂົ້າຮ່ວມແຂ່ງຂັນແມ່ນໄດ້ຮັບຫຼຽນລາງວັນທຸກຄົນທຸກທີມ ເພື່ອສ້າງແຮງຈູງໃຈ ແລະ ເປັນຂວັນກຳລັງໃຈໃຫ້ນັກກິລາໄດ້ສືບຕໍ່ພັດທະນາຕົນເອງກ້າວສູ່ການເປັນນັກກິລາອາຊີບໃນອະນາຄົດ ສຳລັບທີມແຊ໋ມ ຈະໄດ້ຮັບຫຼຽນລາງວັນ, ຂັນແຊ໋ມ ແລະ ເງິນສົດທີມລະ 5 ລ້ານກີນ, ອັນດັບທີ 2 ຈະໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນທີມລະ 3 ລ້ານກີບ, ອັນດັບທີ 3 ຈະໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນທີມລະ 2 ລ້ານກີບ ແລະ ອັນດັບທີ 4 ກໍຈະໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນທີມລະ 1 ລ້ານກີບ ລາຍການດັ່ງກ່າວ ທັງ 3 ຮຸ່ນ ແມ່ນໄດ້ຈັດແບ່ງເປັນ ສອງກຸ່ມ ກໍຄື ກຸ່ມ ເອ ແລະ ກຸ່ມ ບີ ພ້ອມທັງມີການຈັບສະຫຼາກປະກົບຄູ່ແຂ່ງຂັນ ຄັດເລືອກເອົາອັນດັບທີ 1 ແລະ ທີ 2 ຜ່ານເຂົ້າຮອບຮອງຊະນະເລີດ, ໃນນັ້ນ ຮອບຄັດເລືອກຈະແຂ່ງຂັນຕັ້ງລະ 12 ນາທີ ແລະ ຮອບຮອງ ຈະແຂ່ງຂັນຕັ້ງລະ 15 ນາທີ.

ຜ່ານການແຂ່ງຂັນຜົນປະກົດວ່າ: ຢູ-10 ຊະນະເລີດ ມັດສະດາ ຈີບີ ເອັບຊີ ທີມ ເອ ໄດ້ຮັບຂັນ ແລະ ເງິນສົດ 5 ລ້ານກີບ, ທີ 2 ພີເອັມທີ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 3 ລ້ານກີບ, ທີ 3 ສະປີດ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 2 ລ້ານກີບ ແລະ ທີ 4 ມັດສະດາ ຈີບີ ເອັບຊີ ທີມບີ ໄດ້ຮັບຂັນ ແລະ ເງິນສົດ 1 ລ້ານກີບ; ຢູ-12 ຊະນະເລີດ ຄຳໃສ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 5 ລ້ານກີບ, ທີ 2 ວອນທະບິງ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 3 ລ້ານກີບ, ທີ 3 ມັດສະດາ ຈີບີ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 2 ລ້ານກີບ ແລະ ທີ 4 ວຽງຈັນ ເອັບທີ ໄດ້ຮັບຂັນ ແລະ ເງິນສົດ 1 ລ້ານກີບ; ຢູ-14 ຊະນະເລີດ ວຽງຈັນ ເອັບທີ ໄດ້ຮັບຂັນ ແລະ ເງິນສົດ 5 ລ້ານກີບ, 2 ມັດສະດາ ຈີບີ ເອັບຊີ ທີມເອ ໄດ້ຮັບຂັນ ແລະ ເງິນສົດ 3 ລ້ານກີບ, ທີ 3 ວອນທະບິງ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 2 ລ້ານກີບ ແລະ ທີ 4 ມັດສະດາ ຈີບີ ເອັບຊີ ທີມເອ ໄດ້ຮັບຂັນ ແລະ ເງິນສົດ 1 ລ້ານກີບ.

ຂ່າວໂດຍ: ສົງການ ພັນແພງດີ