Skip to main content

ຄູຝຶກທີມຊາດລາວ ໝັ້ນໃຈ ຈະມີໄຊເໜືອ ເນປານ ເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາຊີ ແລງມື້ນີ້

18/10/2023

ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກທີມຊາດລາວ ຊຸດໃຫຍ່ ໝັ້ນໃຈລູກທີມ ຈະສາມາດສູ້ໄດ້ຢ່າງເຕັມທີ່ ມີໄຊເໜືອ ທີມຊາດເນປານ ໃນການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຮອບທີ 1 ຂົງເຂດອາຊີ ນັດທີ 2 ຈະຈັດຂຶ້ນໃນຕອນແລງມື້ນີ້ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ ເພື່ອລຸ້ນເຂົ້າຮອບຕໍ່ໄປ.
ພິທີຖະແຫຼງຂ່າວກ່ອນການແຂ່ງຂັນ ເຕະບານໂລກ 2026 ຮອບຄັດເລືອກ ຮອບທີ 1 ຂົງເຂດອາຊີ ນັດທີ 2 ມີຂຶ້ນ ເມື່ອວັນທີ 16 ຕຸລາ 2023 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກທີມຊາດລາວ ແລະ ທ້າວ ກີ້ດາວອນ ສຸວັນນີ ຕົວແທນນັກເຕະທີມຊາດລາວ ສ່ວນຕາງໜ້າທີມຊາດເນປານ ກໍມີທ່ານ ເອັມ.ວິນເຊນໂຊ ອັນແບໂຕ ອັນເນເຊ (M.Vincenzo Alberto Annese) ຫົວໜ້າຄູຝຶກ ແລະ ຫົວໜ້າທີມຊາດເນປານ ພ້ອມກັບບັນດາພາກສ່ວນຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາ ລວມເຖິງສື່ມວນຊົນທັງລາວ ແລະ ເນປານເຂົ້າຮ່ວມ.


ໂອກາດນີ້, ທ່ານ ກັນລະຍາ ສີສົມຫວັງ ກ່າວວ່າ: ນັດທໍາອິດທີ່ບຸກໄປສະເໝີກັບ ເນປານ 1-1 ມັນສະແດງໃຫ້ເຫັນແລ້ວວ່າ ນັກເຕະທີມຊາດລາວ ເຮັດໄດ້ເຖິງວ່າຈະພົບກັບຄູ່ແຂ່ງທີ່ແຂງແກ່ນ. ຢ່າງໃດກໍຕາມ ມື້ທີ່ຈະຮັບການມາຢາມຂອງ ທີມຊາດເນປານ ພວກເຮົາພ້ອມເຕັມທີ່ ຊຶ່ງກໍຕ້ອງຂໍຮຽກຮ້ອງໃຫ້ແຟນບານ ຮ່ວມຊົມຮ່ວມເຊຍ ພວກເຮົາ ເພາະກໍາລັງໃຈຈາກທ່ານສໍາຄັນຫຼາຍຕໍ່ການແຂ່ງຂັນ ສ່ວນ ບຸນພະຈັນ ບຸນກອງ ຜູ້ຍິງປະຕູໃສ່ ເນປານ ໃນນັດທໍາອິດແມ່ນໄດ້ຮັບບາດເຈັບທີ່ບ່າໄຫຼ່ ຢ່າງໃດກໍຕາມ ທີມແພດພວກເຮົາກໍຕິດຕາມອາການຢ່າງໃກ້ຊິດ ເຊື່ອວ່າຈະສາມາດກັບມາລົງສະໜາມໄດ້ທັນເວລາ ໃຫ້ຊາວລາວທັງປະເທດໄດ້ຊົມການແຂ່ງຂັນທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ເພື່ອລຸ້ນສ້າງປະຫວັດສາດຜ່ານເຂົ້າຮອບໃຫ້ໄດ້. ສໍາລັບຂ້ອຍທີ່ຖືກບັດແດງໃນນັດທໍາອິດຈະບໍ່ໄດ້ລົງຢືນສັ່ງການຢູ່ຂ້າງສະໜາມ ເລື່ອງບໍ່ເປັນບັນຫາ ເພາະພວກເຮົາເປັນທີມເວີກ, ມີການວາງແຜນກ່ອນການແຂ່ງຂັນ ແລະ ເວລາແຂ່ງຂັນພວກເຮົາສື່ສານກັນຕະຫຼອດ ບໍ່ໃຫ້ແຟນບານເປັນກັງວົນ.
ຂະນະດຽວກັນ ທ່ານ ເອັມ.ວິນເຊນໂຊ ອັນແບໂຕ ອັນເນເຊ ກ່າວວ່າ: ນັດທໍາອິດທີ່ເປີດບ້ານສະເໝີກັບ ທີມຊາດລາວ 1-1 ຖືເປັນເລື່ອງທີ່ອັບດາຍ ແລະ ສ້າງຄວາມຜິດຫວັງໃຫ້ກັບຊາວປານ. ຢ່າງໃດກໍຕາມ, ພວກເຮົາມີນັດແກ້ຕົວບຸກມາຢາມທີມຊາດລາວ ຈະເປັນນັດທີ່ສໍາຄັນທີ່ສຸດສໍາລັບຂ້ອຍ ແລະ ຊາວເນປານ. ດັ່ງນັ້ນພວກເຮົາຕ້ອງເຮັດວຽກບ້ານໃຫ້ດີິ, ຈື່ຈໍາຢູ່ສະເໝີວ່າພວກເຮົາແຂ່ງຂັນນອກປະເທດ, ເນັ້ນເກມຮັບໃຫ້ເພີ່ມຂຶ້ນ ແລະ ອື່ນໆ ເພື່ອໃຫ້ເກັບໄຊຊະນະນັດນີ້ໃຫ້ໄດ້.
ທ່ານ ເອັມ.ວິນເຊນໂຊ ອັນແບໂຕ ອັນເນເຊ

ສໍາລັບ ນັດທີ 2 ທີ່ທີມຊາດລາວ ຊຸດໃຫຍ່ ເປີດບ້ານຕ້ອນຮັບການມາຢາມຂອງ ທີມຊາດເນປານ ທີ່ສະໜາມກີລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ ໃນວັນທີ 17 ຕຸລາ 2023 ເວລາ 19:00 ໂມງ ຫຼັງຈາກນັດທໍາອິດ ທີມຊາດລາວ ບຸກໄປສະເໝີ ເນປານ 1-1 ໃນການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຮອບທີ 1 ຂົງເຂດອາຊີ ຖ້າຫາກວ່າຜົນ 2 ນັດໃນຮອບທໍາອິດ ບໍ່ນັບປະຕູນອກບ້ານ ທັງສອງທີມສະເໝີແມ່ນຈະຕໍ່ເວລາພິເສດ ແລະ ຕໍ່ດ້ວຍການຕັດສິນດ້ວຍການດວນຈຸດໂທດ ເພື່ອຫາທີມຊະນະຜ່ານເຂົ້າຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດອາຣັບເອມິເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມນ ຫຼື ສີລັງກາ.
ຂ່າວໂດຍ: ສົງການ ພັນແພງດີ