ສະຫວັນນະເຂດ ກຽມຈັດງານຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ
20/10/2023

ແຂວງສະຫວັນນະເຂດ ກຽມຈັດງານຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ກໍຄືແຂວງສະຫວັນນະເຂດ-ແຂວງມຸກດາຫານ ເພື່ອເປີດປະຕູສູ່ສະຫວັນນະເຂດ ກ້າວເຂົ້າສູ່ປີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ທັງເປັນການສ້າງບັນຍາກາດ ແລະ ມອບຄວາມສຸກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ໃນວັນທີ 13 ຕຸລາ 2023, ທ່ານ ໂພສີສ້ອຍ ກຸທິລາດ ຫົວຫນ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ທັງເປັນຮອງປະທານຈັດງານຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ກໍຄື ສະຫວັນນະເຂດ-ມຸກດາຫານ ໄດ້ຖະແຫຼງຂ່າວກ່ຽວກັບຄວາມຄືບໜ້າໃນການກະກຽມຄວາມພ້ອມດ້ານການທ່ອງທ່ຽວຂອງແຂວງສະຫວັນນະເຂດ ໃນປີ 2024 ໃຫ້ຮູ້ວ່າ: ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ກຳນົດບັນດາກິດຈະກຳສົ່ງເສີມການທ່ອງທ່ຽວ ລວມທັງໝົດມີ 8 ກິດຈະກຳເຊັ່ນ ບຸນນະມັດສະການພະທາດໂຜ່ນ ຢູ່ເມືອງໄຊພູທອງ, ງານສະຫວັນສຸກສັນຫັນສາ ບໍລິເວນຕົວເມືອງເກົ່າ ນະຄອນໄກສອນ ພົມວິຫານ, ງານບຸນນະມັດສະການພະທາດອີງຮັງ, ບຸນອອກພັນສາປະວໍຣະນາ, ງານເທດສະການອາຫານລີງ ເພື່ອສົ່ງເສີມການທ່ອງທ່ຽວ ທີ່ເມືອງຈຳພອນ. ນອກນີ້ຍັງມີເທດສະການອາຫານ 3 ແຜ່ນດິນ ລາວ-ໄທ-ຫວຽດນາມ ແລະ ໜຶ່ງໃນນັ້ນຄືງານຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວທາງດ້ານວັດທະນະທຳ ລາວ-ໄທ (ສະຫວັນນະເຂດ-ມຸກດາຫານ) ກໍເປັນກິດຈະກໍາໜຶ່ງທີ່ຈະເປີດປະຕູສູ່ສະຫວັນນະເຂດ ກ້າວເຂົ້າສູ່ປີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຊຶ່ງຈະມີກິດຈະກຳຫຼາກຫຼາຍທີ່ຈະສ້າງບັນຍາກາດ ແລະ ມອບຄວາມສຸກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຂີ່ລົດຖີບທ່ຽວຊົມບັນຍາກາດ ແລະ ທັດສະນີຍະພາບຕົວເມືອງນະຄອນໄກສອນພົມວິຫານ; ແລກປ່ຽນວັດທະນະທຳ 2 ແຜ່ນດິນ ລາວ-ໄທ ໃສ່ຄວາມບັນເທີງ, ທາງສຽງເພງ, ບົດຟ້ອນລຳວົງລາວຊາວແຂວງສະຫວັນນະເຂດ ຍິນດີຕ້ອນຮັບໂດຍການບາສີສູ່ຂວັນ ພ້ອມທັງສຳພາດກັບໄວໜຸ່ມແບບຢ້ອນຍຸກອາພອນເຜົ່າເລົ່າຄວາມເປັນມາຂອງວັດທະນະທຳການນຸ່ງຖືແບບລາວລາວຊາວແຂວງສະຫວັນນະເຂດ; ງານວາງສະແດງຜະລິດຕະພັນການທ່ອງທ່ຽວ, ເຄື່ອງທີ່ລະນຶກອາຫານ-ເຄື່ອງດື່ມທີ່ບົ່ງບອກລັກສະນະສະຫວັນນະເຂດ; ກິດຈະກຳໃສ່ບາດ 2 ແຜ່ນດິນເຊື່ອມໂຍງການທ່ອງທ່ຽວ, ວັດທະນະທຳ ດ້ວຍພຣະສົງ 99 ອົງ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ນັກທ່ອງທ່ຽວທັງ 2 ປະເທດ ລາວ-ໄທ.
ໂອກາດດັ່ງກ່າວ ທ່ານ ໂພສີສ້ອຍ ກຸທິລາດ ຍັງໄດ້ເຊີນຊວນບັນດາທ່ານຈາກພະແນກການ, ອົງການຈັດຕັ້ງ,ບັນດາສະມາຄົມ, ກຸ່ມທຸລະກິດ ຕະຫຼອດເຖິງພໍ່ແມ່ປະຊາຊົນ, ຊາວໜຸ່ມ-ໄວໜຸ່ມ ແຂວງສະຫວັນນະເຂດ ກໍຄືຊາວນະຄອນໄກສອນ ພົມວິຫານ ຮ່ວມເປັນເຈົ້າພາບຕ້ອນຮັບຄາຣາວານລົດຖີບໃນຄັ້ງນີ້ດ້ວຍ ຊຶ່ງຈະຈັດຂຶ້ນໃນວັນທີ 4-5 ພະຈິກ 2023.
ຂ່າວ-ພາບ: ເຊພອນ ເນມມະວົງ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
