Skip to main content

ສສກ-ສກຂ ຊຽງຂວາງ ແຂ່ງຂັນກິລາມິດຕະພາບ ໂອກາດຮ່ວມແລກປ່ຽນບົດຮຽນການບໍລິຫານຄຸ້ມຄອງວຽກງານສຶກສາ-ກິລາ

25/10/2023

ຄະນະນຳກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຊຽງຂວາງ ຈັດກິດຈະກຳແຂ່ງຂັນກິລາມິດຕະພາບ ເນື່ອງໃນໂອກາດທີ່ທີມງານ ສກຂ ຊຽງຂວາງ ເດີນທາງມາທັດສະນະສຶກສາແລກປ່ຽນບົດຮຽນໃນການບໍລິຫານຄຸ້ມຄອງວຽກງານສຶກສາ, ວິທະຍາສາດ ແລະ ກິລາ ນຳຂັ້ນສູນກາງ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຄະນະນຳ ແລະ ພະນັກງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມສະໜິດສະໜົມ ແລະ ໃກ້ຊິດຕິດແທດກັນຫຼາຍຂຶ້ນ ແນໃສເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ.


ກິດຈະກຳແຂ່ງຂັນກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນບ່າຍວັນທີ 20 ຕຸລາ 2023 ທີ່ສະໜາມກິລາວິທະຍາໄລເຕັກນິກສັບພະວິຊາ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ພ້ອມດ້ວຍບັນດາຫົວໜ້າກົມ, ແຂກຖືກເຊີນ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດກິດຈະກຳແຂ່ງຂັນກິລາມິດຕະພາບຄັ້ງນີ້ ໂດຍອີງໃສ່ໂອກາດທີ່ທາງພະແນກ ສກຂ ຊຽງຂວາງ ເດີນທາງມາທັດສະນະສຶກສາແລກປ່ຽນບົດຮຽນນໍາກະຊວງສຶກສາທິການ ແລະ ກິລາ ໃນການບໍລິຫານຄຸ້ມຄອງວຽກງານສຶກສາ, ວິທະຍາສາດ ແລະ ກິລາ ນຳຂັ້ນສູນກາງ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຄະນະນຳ ແລະ ພະນັກງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມສະໜິດສະໜົມ ແລະ ໃກ້ຊິດຕິດແທດກັນຫຼາຍຂຶ້ນ ແນໃສເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ ຊຶ່ງກິດຈະກຳດັ່ງກ່າວ ມີທັງໝົດ 2 ປະເພດກິລາ ຄື: ເຕະບານຊາຍ, ເປຕັງທີມປະສົມຍິງ-ຊາຍ, ເປຕັງຊາຍ ແລະ ເປຕັງຍິງ.

ຜ່ານການແຂ່ງຂັນເຕະບານຊາຍ ຜົນປະກົດວ່າ: ທີມຄະນະນຳ ກະຊວງ ສສກ ເອົາຊະນະ ທີມພະແນກ ສກຂ ຊຽງຂວາງ, ກິລາເປຕັງທີມປະສົມຍິງ-ຊາຍ ທີມຄະນະນຳກະຊວງ ສສກ ເອົາຊະນະ ທີມການນໍາພະແນກ ສກຂ ຊຽງຂວາງ, ກິລາເປຕັງຊາຍ ທີມກະຊວງ ສສກ ເອົາຊະນະ ທີມພະແນກ ສກຂ ຊຽງຂວາງ ແລະ ກິລາເປຕັງຍິງ ທີມພະແນກ ສກຂ ເອົາຊະນະ ທີມກະຊວງ ສສກ.

ພາບ-ຂ່າວ ໂດຍ: ຄານສີສະຫວັນ