ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ

ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ ແລະ ຫ້ອງການປະຈໍາພາກພື້ນຂອງສະມາຄົມການສຶກສາຜູ້ໃຫຍ່ ເຢຍລະມັນ (DVV International) ໄດ້ເຊີນຊ່ຽວຊານຈາກ ສປປ ລາວ, ປະເທດເພື່ອນບ້ານ ແລະ ເຢຍລະມັນ 90 ກວ່າທ່ານ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການຮຽນຮູ້ຕະຫຼອດຊີວິດ ໃນລະຫວ່າງວັນທີ 21-22 ພະຈິກ 2024 ທີ່ໂຮງແຮມເສດຖາ ປາລາສ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ Christoph Jost ຜູ້ອໍານວຍການພາກພື້ນຂອງ DVV International.
ໃນກອງປະຊຸມ, ຄູ່ຮ່ວມມືພາຍໃນລາວ ແລະ ຊ່ຽວຊານສາກົນຈາກສະຖາບັນທີ່ມີຊື່ສຽງ ເຊັ່ນ: ຫ້ອງການ ອຸຍເນັດສະໂກ (UNESCO) ປະຈຳພາກພື້ນ ທີ່ບາງກອກ, ສູນ SEAMEO ສໍາລັບການຮຽນຮູ້ຕະຫຼອດຊີວິດ ທີ່ ສສ ຫວຽດນາມ, ມະຫາວິທະຍາໄລ ລາດຊະວົງ ພະນົມເປັນ ປະເທດກຳປູເຈຍ, ມະຫາວິທະຍາໄລ ຈຸລາລົງກອນ ບາງກອກ ປະເທດໄທ ແລະ ສະມາຄົມອາຊີ-ປາຊີຟິກໃຕ້ ເພື່ອການສຶກສາຂັ້ນພື້ນຖານ ແລະ ການສຶກສາຜູ້ໃຫຍ່ (ASPBAE) ໄດ້ປຶກສາຫາລືກ່ຽວກັບການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ, ໄດ້ແບ່ງປັນຂໍ້ມູນກ່ຽວກັບການປະຕິບັດທີ່ໄດ້ຮັບຜົນດີ ແລະ ສິ່ງທ້າທາຍ ເພື່ອເປັນການສະໜັບສະໜູນລະບົບການສຶກສານອກໂຮງຮຽນ ຊຶ່ງມີຄວາມສໍາຄັນຫຼາຍຕໍ່ຄວາມກ້າວໜ້າຂອງການຮຽນຮູ້ຕະຫຼອດຊີວິດ.
ໃນມື້ທີສອງຂອງກອງປະຊຸມ, ຄະນະນັກຄົ້ນຄວ້າຈາກມະຫາວິທະຍາໄລແຫ່ງຊາດລາວ, ກຳປູເຈຍ ແລະ ໄທ ພ້ອມທັງຈາກສູນ SEAMEO ເພື່ອການຮຽນຮູ້ຕະຫຼອດຊີວິດ ຈະນໍາສະເໜີຜົນການຄົ້ນຄວ້າຄັ້ງທໍາອິດຈາກການວິໄຈລະຫວ່າງປະເທດ. ຕອນທ້າຍຂອງກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ໄປຢ້ຽມຢາມສູນການຮຽນຮູ້ຊຸມຊົນຕົວແບບ (CLCs) ທີ່ບ້ານສິມມະໂນ, ນະຄອນຫຼວງວຽງຈັນ ຊຶ່ງປັະຈຸບັນໄດ້ຮັບການສະໜັບສະໜູນຈາກ DVV International ດ້ວຍການເສີມສ້າງຂີດຄວາມສາມາດ, ການຈັດຫາອຸປະກອນ ແລະ ຫຼັກສູດການສອນທົດລອງ ເພື່ອແນໃສ່ເພີ່ມລາຍຮັບ ແລະ ການປູກຈິດສໍານຶກດ້ານສິ່ງແວດລ້ອມຂອງສະມາຊິກຊຸມຊົນທີ່ອາໄສຢູ່ໃນຊຸມຊົນ ແລະ ອາໃສໃນເຂດພື້ນທີ່ໃກ້ຄຽງສູນ.
ນອກຈາກນີ້, ໃນຕອນຄໍ່າມື້ທໍາອິດຂອງກອງປະຊຸມ DVV International ໄດ້ຈັດພິທີສະເຫຼີມສະຫຼອງ ຄົບຮອບ 15 ປີຂອງຫ້ອງການ ປະຈຳພາກພື້ນ ໃນ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ເລີ່ມເປີດຫ້ອງການ ໃນປີ 2009. ໃນພິທີດັ່ງກ່າວ, ໄດ້ມີແຂກເຂົ້າຮ່ວມ 100 ກວ່າທ່ານ ຊຶ່ງແມ່ນບັນດາຊ່ຽວຊານ ແລະ ບັນດາເຄືອຂ່າຍຄູ່ຮ່ວມພັດທະນາທັງໃນ ສປປ ລາວ ແລະ ສາກົນ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະແດງຄວາມປິຕິຍິນດີຕໍ່ກັບຜົນງານການຮ່ວມມື. ນອກຈາກນັ້ນ, ຍັງມີບັນດາຜູ້ຕາງໜ້າຈາກສະຖານທູດເຢຍລະມັນ, ຜູ້ອໍານວຍການປະຈຳຫ້ອງການໃຫຍ່ຂອງ DVV International ເມືອງບອນ (Bonn) ປະເທດເຢຍລະມັນ ແລະ ທ່ານ Sles Nos ເລຂາທິການຂອງກະຊວງສຶກສາ, ກິລາ ແລະ ຊາວໜຸ່ມ ປະເທດກຳປູເຈຍ ໄດ້ແລກປ່ຽນ ແລະ ໃຫ້ຄໍາເຫັນ.
DVV International ເປັນສະຖາບັນສາກົນຂອງສະມາຄົມການສຶກສາຜູ້ໃຫຍ່ເຢຍລະມັນ (DVV) ແລະ ໄດ້ສະໜັບສະໜູນການສ້າງໂຄງສ້າງແບບຍືນຍົງສໍາລັບການສຶກສານອກໂຮງຮຽນໃນ ສປປ ລາວ ຕັ້ງແຕ່ປີ 2009. ນັບຕັ້ງແຕ່ການເລີ່ມຕົ້ນດໍາເນີນງານ, ຄູ່ຮ່ວມງານຫຼັກແມ່ນກົມການສຶກສານອກໂຮງຮຽນ ໃນກະຊວງສຶກສາທິການ ແລະ ກິລາ. ຄູ່ຮ່ວມງານທີ່ສໍາຄັນຕື່ມອີກແມ່ນສູນພັດທະນາການສຶກສານອກໂຮງຮຽນ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ສູນກາງຊາວໜຸ່ມ. ກິດຈະກໍາໃນປະຈຸບັນແມ່ນສຸມໃສ່ການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ທີ່ຖືກຮັບຮອງເອົາໃນປີ 2020, ການປຶກສາຫາລືດ້ານນະໂຍບາຍ ລະຫວ່າງຂະແໜງການ ແລະ ການເຊື່ອມໂຍງແນວຄວາມຄິດການຮຽນຮູ້ຕະຫຼອດຊີວິດເຂົ້າໃນທຸກວິທະຍາໄລສ້າງຄູໃນທົ່ວປະເທດ. DVV International ຍັງສະໜັບສະໜູນກຸ່ມຄູຝຶກແມ່ໄກ່ສໍາລັບການຮຽນຮູ້ສໍາລັບຜູ້ໃຫຍ່, ການນໍາໃຊ້ເຄື່ອງມືດິຈິຕອນເຂົ້າໃນແຜນງານການສຶກສາທຽບເທົ່າ ແລະ ໂຄງການທັກສະວິຊາຊີບຂັ້ນພື້ນຖານ ແລະ ການສ້າງຕັ້ງສູນການຮຽນຮູ້ຊຸມຊົນຕົວແບບອີກ 4 ແຫ່ງ ທີ່ນໍາໃຊ້ວິທີການສຶກສາຜູ້ໃຫຍ່ທີ່ໄດ້ຮັບການພິສູດແລ້ວ ແລະ ແນວທາງໃໝ່ແມ່ນໄດ້ຖືກທົດສອບ ແລະ ຈັດຕັ້ງປະຕິບັດຢູ່ໃນຂັ້ນທ້ອງຖິ່ນ.
ໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ