ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ປືກສາຫາລື ແລະ ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ແນໃສ່ການປຽບທຽບສິ່ງທີ່ຄືກັນ ແລະ ແຕກຕ່າງກັນໃນການຮຽນການສອນ ພ້ອມທັງຄົ້ນຄວ້າ, ວິເຄາະຫຼັກສູດຂອງບັນດາປະເທດອາຊຽນ, ພາກພື້ນ ແລະ ສາກົນ ໃນລະດັບຊັ້ນມັດທະຍົມຕອນຕົ້ນ ແລະ ປາຍ ເພື່ອເປັນບ່ອນອີງໃນຄົ້ນຄວ້າ ແລະ ການປັບປຸງ ສົ່ງເສີມການຈັດຕັ້ງປະຕິບັດການຮຽນການສອນຫຼັກສູດໃຫ້ມີຄຸນນະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເປັນ 2 ໄລຍະ ໃນລະຫວ່າງວັນທີ 25-29 ພະຈິກ ຫາ 4 ທັນວາ 2024 ທີ່ ເຮືອນພັກແຄມງື່ມ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຜູ້ຊຽວຊານໂຄງການ EESDP, ຕາງໜ້າກົມສາມັນສຶກສາ, ກົມສ້າງຄູ, ກົມການເງິນ, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ວິທະຍາໄລເຕັກນິກລາວ-ເຢຍລະມັນ, ວິທະຍາໄລເຕັກນິກປາກປ່າສັກ, ວິທະຍາໄລເຕັກນິກສັບພະວິຊາ, ວິທະຍາໄລສິລະປະສຶກສາ, ສະຖາບັນພັດທະນາອາຊີວະສຶກສາ, ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ, ໂຮງຮຽນ ມສ ວຽງຈັນ, ໂຮງຮຽນ ມ.ປາຍ ມິດຕະພາບ ນະວຽງຈັນ-ໂຮ່ຈີມິນ, ສູນເຕັກໂນໂລຊີ-ຂໍ້ມູນຂ່າວສານ ມຊ, ສູນເຕັກໂນໂລຊີຂ່າວສານ ແລະ ການສື່ສານການສຶກສາ ແລະ ກິລາ ແລະ ສູນ ICT ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ອຸທິດ ທິບມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອທົບທວນຫຼັກສູດມັດຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ເພື່ອກໍານົດຫຼັກການ, ຈຸດໝາຍຫຼັກສູດ, ໂຄງສ້າງຫຼັກສູດ, ການຈັດການຮຽນການສອນ, ການວັດ ແລະ ການປະເມີນການຮຽນ; ຄົ້ນຄວ້າ, ວິເຄາະຫຼັກສູດຂອງບັນດາປະເທດອາຊຽນ, ພາກພື້ນ ແລະ ສາກົນ ເພື່ອກໍານົດຈຸດປະສົງດ້ານຄວາມຮູ້, ທັກສະ, ທັດສະນະຄະຕິ, ຂອບເນື້ອໃນແຕ່ລະຂັ້ນຮຽນໃຫ້ມີຄວາມຕໍ່ເນືື່ອງ, ຈາກງ່າຍຫາຍາກ ແລະ ໄດ້ມາດຕະຖານ ເພື່ອເຮັດໃຫ້ທຸກວິຊາມີຄວາມເຂົ້າໃຈເປັນເອກະພາບໃນການກໍານົດຂອບເນື້ອໃນຫຼັກສູດແຫ່ງຊາດ.
ທ່ານ ອຸທິດ ທິບມະນີ ກ່າວອີກວ່າ: ບັນຫາ ແລະ ສາເຫດການສຶກສາປັດຈຸບັນ ແມ່ນການປະລະ ແລະ ຄຸນນະພາບການສຶກສາຕໍ່າ; ຢູ່ເຂດນອກ ຫຼື ເຂດທ້ອງຖິ່ນມີນັກຮຽນປະຖົມປະລະຫຼາຍທີ່ສຸດ, ນັກຮຽນຂຽນ, ອ່ານ, ຄິດໄລ່ບໍ່ໄດ້, ຖ້າແມ່ນໃນເມືອງແມ່ນປະລະຊັ້ນມັດທະຍົມ ຍ້ອນເຂົາເຈົ້າໃຫຍ່ແລ້ວ ໄດ້ອອກໄປອອກແຮງງານ, ຊອກຢູ່ຫາກິນ ຍ້ອນສະພາບເສດຖະກິດປັດຈຸບັນ. ສາເຫດກ່ຽວກັບການປະລະການຮຽນ ອັນທີໜຶ່ງແມ່ນ ຍ້ອນບັນຫາເສດເສດຖະກິດຂອງຄອບຄົວຂອງຜູ້ປົກຄອງນັກຮຽນ; ສາເຫດອັນທີສອງແມ່ນ ຄວາມຫວັງ, ຄວາມມຸ່ງຫວັງທີ່ລູກຂອງເຂົາເຈົ້າຮຽນຈົບມາແລ້ວ ບໍ່ມີຄວາມມຸ່ງຫວັງໃນການເຂົ້າເຮັດວຽກນໍາອົງການຈັດຕັ້ງພັກ-ລັດ ກໍເລີຍບໍ່ຢາກຊຸກຍູ້ລູກເຂົາຮຽນ; ອັນທີສາມ ສິ່ງຈູງໃຈໃຫ້ນ້ອງນັກຮຽນຢາກເຂົ້າໂຮງຮຽນແມ່ນບໍ່ມີ ໂດຍສະເພາະຢູ່ຊົນນະບົດ ອຸປະກອນໃນການຮຽນການສອນຂາດເຂີນ, ເລື່ອງສິລະປະ ແລະ ປັດໃຈອື່ນໆທີ່ຈະດຶງດູດນັກຮຽນກໍຍັງຂາດ ຊຶ່ງສົ່ງຜົນຕໍ່ການປະລະການຮຽນ. ສະນັ້ນ, ການປະລະຕ້ອງໄດ້ເອົາໃຈໃສ່ ແລະ ຮີບຮ້ອນແກ້ໄຂແທ້ໆ ເພື່ອສ້າງນັກຮຽນ, ນັກສຶກສາ, ປັນຍາຊົນ ພະນັກງານສືບທອດປ່ຽນແທນທີ່ມີຄວາມຮູ້ ແລະ ຄວາມສາມາດໃນການພັດທະນາປະເທດຊາດໃນຮຸ່ງເຮືອງສີວິໄລ.
ຕັ້ງແຕ່ປີ 2016 ຈົນເຖິງປັດຈຸບັນ ສວສ ສໍາເລັດການປັບປຸງຫຼັກສູດ, ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ຊັ້ນປະຖົມສຶກສາ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ປັບປຸງຫຼັກສູດຊັ້ນມັດທະຍົມສຶກສາໃຫ້ສອດຄ່ອງກັບຫຼັກສູດໃນຊັ້ນປະຖົມສຶກສາ ສະບັບປີ 2023 ເພື່ອໃຫ້ມີຄວາມຕໍ່ເນື່ອງ. ປັດຈຸບັນນີ້ ໂຄງການ EESDP ຈະໃຫ້ການຊ່ວຍເຫຼືອໃນການປັບປຸງເນື້ອໃນຫຼັກສູດຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍຄືນໃໝ່ ເນື່ອງຈາກວ່າ ຫຼັກສູດດັ່ງກ່າວຖືກນໍາໃຊ້ໄດ້ຫຼາຍກວ່າ 10 ປີແລ້ວ, ມີບາງຫົວຂໍ້ ແລະ ເນື້ອໃນຄວາມຮູ້ບໍ່ສອດຄ່ອງກັບສະພາບປັດຈຸບັນ. ສະນັ້ນ, ຫຼັກສູດຕ້ອງໄດ້ຮັບການພັດທະນາ ແລະ ປັບປຸງຕາມການຂະຫຍາຍຕົວຂອງເສດຖະກິດ ແລະ ສັງຄົມຄືນໃໝ່, ວິທີການຮຽນການສອນ, ການວັດ ແລະ ປະເມີນກໍຕ້ອງໄດ້ປັບປຸງເຊັ່ນດຽວກັນ. ສະນັ້ນ, ຫຼັກສູດແຫ່ງຊາດ ຕ້ອງໄດ້ທົບທວນຄືນ ໂດຍກໍານົດຫຼັກການ, ຈຸດໝາຍຫຼັກສູດ, ຈຸດປະສົງ, ເນື້ອໃນການຮຽນຮູ້, ການຮຽນການສອນ, ການວັດ ແລະ ປະເມີນຜົນການຮຽນຄືນໃໝ່ທັງໝົດ ເພື່ອດຶງດູດຜູ້ຮຽນ, ສ້າງຜູ້ຮຽນສະໜອງຕາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ; ແກ້ບັນຫາການປະລະ ແລະ ຍົກສູງຄຸນນະພາບການສຶກສາ ເພື່ອໃຫ້ຜູ້ຮຽນອ່ານໄດ້, ຂຽນເປັນ, ຄິດເປັນ ແລະ ສືບຕໍ່ຮຽນຂັ້ນສູງໄດ້. ຫຼັກສູດຊັ້ນມັດທະຍົມສຶກສາສະບັບໃໝ່ມີຄວາມຈໍາເປັນຕ້ອງໄດ້ເນັ້ນການຄິດວິເຄາະ, ຄົ້ນຄວ້າ ແລະ ພິຈາລະນາໂຄ້ງສ້າງ ແລະ ທ່າອ່ຽງການປ່ຽນແປງດ້ານການເມືອງ, ສັງຄົມ, ເສດຖະກິດພາຍໃນປະເທດ ແລະ ຕ່າງປະເທດ ເພາະບັນຫາເຫຼົ່ານັ້ນມີຜົນຕໍ່ການສຶກສາຂອງຜູ້ຮຽນ, ນັກສຶກສາ, ປັນຍາຊົນ ເພື່ອປະກອບວິຊາອາຊີບໃນອະນາຄົດ.
ທັງໝົດນັ້ນ ກໍເພື່ອບັນລຸ ຈຸດໝາຍຂອງການປັບປຸງຫຼັກສູດ, ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ຊັ້ນມັດທະຍົມສຶກສາ ພາຍໃຕ້ໂຄງການ EESDP ແມ່ນ ເພື່ອໃຫ້ຜູ້ຮຽນມີຜົນສໍາເລັດດ້ານການຮຽນດີຂຶ້ນ, ມີຄວາມຮູ້ທີ່ເລິກເຊິ່ງ/ຮູ້ແທ້ຈິງ, ສາມາດນໍາໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນການປະກອບສ່ວນວຽກງານ, ຕະຫຼາດແຮງງານ ແລະ ດໍາເນີນຊີິວິດຕົວຈິງຂອງຕົນ, ແນວທາງການການຈັດການຮຽນການສອນແມ່ນເນັ້ນຜູ້ຮຽນເປັນໃຈກາງ ແລະ ເນັ້ນຝຶກປະຕິບັດຕົວຈິງຫຼາຍຂຶ້ນ.
ທ່ານຮອງຜູ້ອຳນວຍການ ສວສ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມເອົາໃຈໃສ່ຄົ້ນຄວ້າ, ວິເຄາະຫຼັກສູດຂອງບັນດາປະເທດອາຊຽນ ແລະ ພາກພື້ນ ເພື່ອກໍານົດຈຸດປະສົງດ້ານຄວາມຮູ້, ທັກສະ, ທັດສະນະຄະຕິ, ຂອບເນື້ອໃນແຕ່ລະຂັ້ນຮຽນໃຫ້ມີຄວາມຕໍ່ເນືື່ອງ, ຈາກງ່າຍຫາຍາກ ແລະ ໄດ້ມາດຕະຖານ; ແຕ່ລະວິຊາເອົາໃຈໃສ່ກຳນົດຫຼັກການ, ຈຸດໝາຍຫຼັກສູດ, ຈຸດປະສົງ ແລະ ຂອບເນື້ອໃນຫຼັກສູດລາຍວິຊາໃຫ້ແທນເໝາະກັບເວລາທີ່ກຳນົດຂອງຫຼັກສູດແຫ່ງຊາດ; ທົບທວນຫຼັກສູດຊັ້ນມັດທະຍົມສຶກສາຕອນຕົ້ນ ສະບັບປີ 2010 ແລະ ຕອນປາຍ ສະບັບປີ 2011 ອັນໃດທີ່ເຫັນວ່າມີຄວາມຈໍາເປັນ, ບໍ່ແທດເໝາະກໍຂໍໃຫ້ທົບທວນຄືນດ້ວຍເຫດ ແລະ ຜົນທີ່ມີລັກສະນະວິທະຍາສາດ ແລະ ທັນສະໄໝ, ການຈັດການຮຽນການສອນ, ການວັດ ແລະ ການປະເມີນການຮຽນ ກໍໃຫ້ມັນສອດຄ່ອງກັບສະເພາະຄວາມເປັນຈິງ ແລະ ເນັ້ນຊຸກຍູ້ສົ່ງເສີມການຮຽນຮູ້ດ້ວຍຕົນເອງຫຼາຍຂຶ້ນ ເພື່ອໃຫ້ມີຜູ້ຮຽນມີຫົວຄິດປະດິດສ້າງ ແລະ ສາມາດປະກອບອາຊີບໄດ້.
ພາບ-ຂ່າວໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ