Skip to main content

ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ

26/11/2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ມະຫາວິທະຍາໄລ ກິວລອງ ສສ ຫວຽດນາມ ໄດ້ຈັດພິທີເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ ເມື່ອວັນທີ 22 ພະຈິກ 2024 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດລົງນາມບົດບັນທຶກການຮ່ວມມືຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ຮສ.ປອ ເລື່ອງມຶງກື ອະທິການບໍດີມະຫາວິທະຍາໄລ ກິວລອງ ສສ ຫວຽດນາມ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຟາມມິງຈ້ຽນ ອັກຄະລັດຖະທູດທີ່ປຶກສາ ສສ ຫວຽດນາມ ປະຈໍາ ສປປ ລາວ, ພ້ອມດ້ວຍຫົວໜ້າກົມພົວພັນຕ່າງປະເທດ, ບັນດາຄະນະກົມ, ຜູ້ອໍານວຍການສູນ, ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງທັງສອງຝ່າຍ, ແຂກຖືກເຊີນ ແລະ ສື່ມວນຊົນຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ອານຸລົມ ວິໄລພອນ ໄດ້ກ່າວສະແດງຄວາມພາກພູມໃຈຕໍ່ການຮ່ວມມືໃນຄັ້ງນີ້ ເພາະເປັນຂີດໝາຍສໍາຄັນໃນການສານຕໍ່ສາຍພົວພັນແຫ່ງການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນນານ ຊຶ່ງສູນຝຶກອົບຮົມພາສາຫວຽດນາມນີ້ ໄດ້ຮັບການສະໜັບສະໜູນຈາກ ມະຫາວິທະຍາໄລ ກິວລອງ ສສຫວຽດນາມ ທີ່ມີທີມຄູສອນພາສາຫວຽດນາມທີ່ເກັ່ງ, ມີປະສົບການຫຼາຍ ແລະ ສາມາດນໍາໃຊ້ວິທີການສອນທີ່ທັນສະໄໝໄດ້ຢ່າງຄ່ອງແຄ້ວ ຈະເປັນສະຖານການສຶກສາໜຶ່ງທີ່ສ້າງເງື່ອນໄຂ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງນັກຮຽນ, ນັກສຶກສາ ແລະ ພະນັກງານລາວ ໃນການຮຽນຮູ້ພາສາຫວຽດນາມກ່ອນຈະໄປສຶກສາຄົ້ນຄວ້າທີ່ ສສ  ຫວຽດນາມ ແລະ ທັງເປັນການຮຽນຮູ້ເພື່ອການສື່ສານ ໂດຍສະເພາະແມ່ນໄລຍະການເຊື່ອມໂຍງ-ເຊື່ອມຈອດພາສາຫວຽດນາມນໍາໃຊ້ຢ່າງກວ້າງຂວາງໃນສອງປະເທດ.

ຂະນະທີ່ທ່ານ ຮສ.ປອ ເລື່ອງມິງກື ໄດ້ກ່າວສະແດງຄວາມຍິນດີ ແລະ ພາກພູມໃຈທີ່ໄດ້ຕາງໜ້າໃຫ້ກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ ໃນການລົງນາມຮ່ວມມືຄັ້ງນີ້ ແລະ ເຊື່ອໝັ້ນວ່າ ສູນດັ່ງກ່າວຈະສາມາດອໍານວຍຄວາມສະດວກໃຫ້ແກ່ທ່ານທີ່ມີຄວາມຕ້ອງການໃນການຮຽນຮູ້ພາສາຫວຽດນາມໃນ ສປປ ລາວ ໂດຍສະເພາະບັນດາຊ່ຽວຊານ ແລະ ພະນັກງານພາຍໃນກະຊວງສຶກສາທິການ ແລະ ກິລາ ສູນຝຶກອົບຮົມພາສາຫວຽດນາມຕັ້ງຢູ່ຕຶກໃໝ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ນະຄອນຫຼວງວຽງຈັນ, ມີຫ້ອງຮຽນທີ່ທັນສະໄໝ, ມີຫ້ອງຮຽນສໍາລັບເດັກນ້ອຍອາຍຸ 6-15 ປີ ໄລຍະຮຽນສອງເດືອນເຄິ່ງ ແລະ ຫ້ອງຮຽນສໍາລັບຜູ້ໃຫຍ່ 15 ປີຂຶ້ນໄປ, ໄລຍະຮຽນ 2 ເດືອນເຄິ່ງ ຫາ 4 ເດືອນ, ສາມາດເລືອກຕາຕະລາງຮຽນໄດ້ຕາມຄວາມຕ້ອງການຂອງຕົນເອງ ຊຶ່ງເປີດສອນນັບແຕ່ວັນຈັນ ຫາ ວັນສຸກ ແລະ ຕາຕະລາງຮຽນສໍາລັບວັນເສົາ-ອາທິດ, ຖ້າທ່ານທີ່ສົນໃຈສາມາດເຂົ້າມາສອບຖາມ ແລະ ພົວພັນຂໍ້ມູນໃດ້ທີ່ສູນສົ່ງເສີມພາສາຕ່າງປະເທດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໃນມື້ລັດຖະການ.

ນອກຈາກນັ້ນ, ໃນວັນຕໍ່ມາ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ໃຫ້ສຳພາດຕໍ່ສຳນັກຂ່າວສື່ມວນຊົນຈາກ ສສ ຫວຽດນາມ ໂດຍໄດ້ກ່າວເຖິງການຮ່ວມມືລະຫວ່າງສອງຝ່າຍໃນການສ້າງຊັບພະຍາກອນມະນຸດຂອງມະຫາວິທະຍາໄລ ກິວລອງ ໃຫ້ແກ່ ສປປ ລາວ ເຫັນວ່າມີຜົນປະໂຫຍດຫຼາຍ ໂດຍສະເພາະແມ່ນການຮ່ວມມືໃນການພັດທະນາປະເທດຊາດ ຊຶ່ງໄລຍະຜ່ານມາ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອສ້າງຊັບພະຍາກອນມະນຸດໃນລາວຢ່າງຫຼວງຫຼາຍ ເຫັນວ່າເປັນມູນເຊື້ອສາຍພົວພັນຮ່ວມມືທີ່ດີ ຊຶ່ງສະແດງເຖິງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ. ເຖິງຢ່າງໃດກໍ່ຕາມ, ຕາງໜ້າກະຊວງສຶກສາທິການ ແລະ ກິລາ ຂໍສະແດງຄວາມຂອບໃຈມາຍັງ ມະຫາວິທະຍາໄລ ກິວລອງ ທີ່ຍາມໃດກໍໃຫ້ການຮ່ວມມືຊ່ວຍເຫຼືອລ້າໃນການພັດທະນາຄົນ ກໍຄື ພັດທະນາຄວາມຮູ້ຄວາມສາມາດໃຫ້ແກ່ປະເທດລາວ. ສ່ວນອະນາຄົດ ສສກ ຈະສືບຕໍ່ຮ່ວມມືແລກປ່ຽນປະສົບການລະຫວ່າງສອງຝ່າຍ ເພື່ອເຮັດໃຫ້ວຽກງານການຮ່ວມມືເປັນໄປຕາມແຜນທີ່ວາງໄວ້.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ