Skip to main content

ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ

18/11/2024

ກອງປະຊຸມການຕິດຕາມ ແລະ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການ ລະຫວ່າງ ຫົວໜ້າຄະນະທີມງານທະນາຄານໂລກ ຮ່ວມກັບໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດກິດຈະກໍາໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ (GPEIII): ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ ໄດ້ປິດລົງດ້ວຍຜົນສໍາເລັດ ໃນວັນທີ 14 ພະຈິກ 2024 ທີ່​ຫ້ອງ​ປະ​ຊຸມ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ (ຕຶກ ICT) ໂດຍໃຫ້ກຽດເປັນປະທານຂອງທ່ານ ສີທອງ ສີຂາວ ວ່າການຫົວໜ້າກົມແຜນການ ກະຊວງ ສສກ ແລະ ທ່ານ ໄມເຄິນ ແດຣບໂບ ນັກເສດຖະສາດອາວຸໂສ, ຫົວໜ້າຄະນະທີມງານທະນາຄານໂລກ, ມີທ່ານ ອະນຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ສສກ ທັງເປັນຫົວໜ້າຄະນະຮັບຜິດຊອບໂຄງການ, ທ່ານ ລໍຣີ ປີນໂນເນັນ ຜູ້ຊ່ຽວຊານດ້ານການສຶກສາອາວຸໂສ, ຫົວໜ້າຄະນະທີມງານຮ່ວມ ພ້ອມດ້ວຍບັນຫົວໜ້າ/ຮອງຫົວໜ້າກົມ, ຜູ້ອໍານວຍການ/ຮອງອໍານວຍການສະຖາບັນ, ຜູ້ອໍານວຍການ/ຮອງ​ອໍານວຍການສູນ​ຈາກກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ແລະ ກະ​ຊວງ​ຕ່າງໆ​ອ້ອມ​ຂ້າງ​ສູນ​ກາງ, ຄະນະທີມ​ງານ​ຈາກທະນາຄານໂລກ ຕະຫຼອດຮອດບັນ​ດາ​ຜູ້​ຕາງ​ໜ້າ​ຈາກ​ຄູ່​ຮ່ວມ​ພັດ​ທະ​ນາ​ຕ່າງໆ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງອອນລາຍ.

ການຈັດກອງປະຊຸມດັ່ງກ່າວ, ແມ່ນເພື່ອປະເມີນຜົນຂອງໂຄງການ ແລະ ຊຸກຍູ້ ຕິດຕາມການຈັດຕັ້ງປະຕິບັດໂຄງການ ນັບແຕ່ການຊຸກຍູ້ ຕິດຕາມຄັ້ງທີ່ຜ່ານມາ ແຕ່ເດືອນພຶດສະພາ 2024 ໂດຍໄດ້ມີການທົບທວນຄືນ ແລະ ປະເມີນບັນດາໜ້າວຽກຕ່າງໆ ທີ່ບັນລຸໄດ້ຕາມເປົ້າໝາຍໃນຂອບຜົນໄດ້ຮັບຂອງໂຄງການທີ່ວາງໄວ. ກອງປະຊຸມໄດ້ດຳເນີນໃນລະຫວ່າງວັນທີ 4-14 ພະຈິກ 2024.

ທ່ານ ສີທອງ ສີຂາວ ໄດ້ກ່າວວ່າ: ຜ່ານການຮັບຟັງການສະຫຼຸບລາຍງານຜົນສຳເລັດຂອງການຕິດຕາມ, ຊຸກຍູ້ ແລະ ຮ່ວມເຮັດວຽກກັບໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາ ໄລຍະສາມ (GPEIII): ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (LEAP) ຂອງຄະນະທີມງານທະນາຄານໂລກໃນຄັ້ງນີ້ ເຫັນວ່າ ການຈັດຕັ້ງປະຕິບັດໂຄງການໃນໄລຍະ 6 ເດືອນທ້າຍປີນີ້ ໄດ້ບັນລຸຫຼາຍຈຸດປະສົງ ແລະ ຄາດໝາຍທີ່ໄດ້ຕົກລົງເຫັນດີໃນການເລັ່ງຈັດຕັ້ງປະຕິບັດກິດຈະກຳທີ່ເປັບບູລິມະສິດ, ທີ່ສຳຄັນ ແລະ ຮີບດ່ວນຂອງໂຄງການໄດ້ເປັນຢ່າງດີ ຊຶ່ງມັນໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳ, ການປະກອບສ່ວນ ແລະ ການໃຫ້ການສະໜັບສະໜູນຈາກຄະນະທີມ​ງານ​ຈາກ​ທະ​ນາ​ຄານ​ໂລກ ແລະ ຄູ່ຮ່ວມພັດທະນາທຸກພາກສ່ວນທີ່ໄດ້ມີຄວາມເອົາໃຈໃສ່ຢ່າງຈິງໃຈໃນການຊຸກຍູ້ ແລະ ຜັກດັນໃຫ້ການຈັດຕັ້ງປະຕິບັດວຽກງານຂອງໂຄງການສາມາດບັນລຸຕາມຈຸດປະສົງຂອງໂຄງການທີ່ວາງໄວ້.

ໂອກາດດຽວກັນນີ້, ທ່ານ ສີທອງ ສີຂາວ ຍັງໄດ້ກ່າວອີກວ່າ: ເພື່ອເຮັດໃຫ້ບາງເນື້ອໃນທີ່ໄດ້ນຳມາສະເໜີ ແລະ ໄດ້ຕົກລົງເຫັນດີຮ່ວມກັນຢູ່ໃນກອງປະຊຸມຄັ້ງນີ້ ໄດ້ສືບຕໍ່ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ແລະ ບັນລຸຕາມຈຸດປະສົງຂອງໂຄງການທີ່ວາງໄວ້ນັ້ນ, ຈຶ່ງຂໍມີບາງຄຳເຫັນ ໂດຍສະ​ເໜີ​ໃຫ້​ແຕ່​ລະ​ພາກ​ໜ່ວຍງານ​ຄຸ້ມ​ຄອງ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ (IU) ຈັດ​ລຽງ​ບູ​ລິ​ມະ​ສິດຂອງແຕ່ລະກິດຈະກຳທີ່ມີຜົນຕໍ່ຜົນໄດ້ຮັບຂອງໂຄງການ, ​ຮີບ​ຮ້ອນຂຶ້ນແຜນງົບ​ປະ​ມານບັນ​ດາ​ກິດ​ຈະ​ກຳ​ຕ່າງໆທີ່​ຍັງ​ບໍ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ສະຫຼຸບລາຍງານບັນ​ດາ​ກິດ​ຈະ​ກຳ​ທີ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ສຳ​ເລັດ​ແລ້ວ ໃຫ້​ໄດ້​ຕາມ​ໄລ​ຍະ​ເວ​ລາ​ທີ່​ໄດ້​ກຳ​ນົດ​ໄວ້; ນໍາເອົາຜົນໄດ້ຮັບຂອງກອງປະຊຸມໄປລາຍງານຕໍ່ກົມ, ສະຖາບັນ, ສູນ ເພື່ອຂໍທິດຊີ້ນໍາທີ່ຕິດພັນກັບຄວາມຮັບຜິດຊອບຂອງຕົນເອງໃນການຈັດຕັ້ງປະຕິບັດວຽກງານໃນຄັ້ງຕໍ່ໄປ​ໃຫ້​ໄດ້​ຮັບ​ຜົນ​ດີ ແລະ ສຳ​ເລັດ​ຕາມ​ແຜນ​ການ​ທີ່​ໄດ້​ຕົກ​ລົງ​ກັນ; ໃຫ້ແຕ່ລະໜ່ວຍງານໄດ້ຕິດຕາມ ແລະ ຈັດຕັ້ງປະຕິບັດກິດຈະກຳທີ່ໄດ້ຕົກລົງເຫັນດີຮ່ວມກັນນັ້ນ ໃຫ້ປະສົບຜົນສຳເລັດຕາມໄລຍະເວລາທີ່ກຳນົດໄວ້ ພ້ອມທັງປະສານສົມທົບກັບຫ້ອງການປະສານງານສາກົນເພື່ອການສຶກສາ ເພື່ອນຳສົ່ງຂໍ້ມູນໃຫ້ທີມງານທະນະຄານໂລກຮັບຊາບໃນແຕ່ລະໄລຍະ; ສະ​ເໜີ​ໃຫ້​ທະ​ນາ​ຄານ​ໂລກ ແລະ ຄູ່​ຮ​ວ່ມ​ພັດ​ທະ​ນາ​ຕ່າງໆ ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ​ຂອງ​ໂຄງ​ການ GPEIII :LEAP ເພື່ອ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ບັນ​ລຸ​ໄດ້​ຕາມ​ຈຸດ​ປະ​ສົງ​ທຸກ​ປະ​ການ ໂດຍສະເພາະແມ່ນ ການສະເໜີເພີ່ມງົບປະມານເຂົ້າໃນການຂະຫຍາຍກິດຈະກຳທີ່ມີຄວາມຈຳເປັນ ແລະ ຮີບດ່ວນ ເພື່ອນຳໃຊ້ເຂົ້າໃນການພັດທະນາວຽກງານຂະແໜງການສຶກສາໃຫ້ໄດ້ຮັບຜົນດີເທື່ອລະກ້າວ.

ໂດຍ ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ