ຍ່າງເພື່ອສຸຂະພາບ ສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ
31/10/2023

ໂຮງໝໍມິດຕະພາບ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ໃນໂອກາດສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ (World Stroke Day) ພາຍໃຕ້ຄໍາຂວັນ: “ພະຍາດເສັ້ນເລືອດສະໝອງປ້ອງກັນໄດ້ ຫ່າງໄກຈາກການເປັນອຳມະພຶກ-ອຳມະພາດ” ເມື່ອບໍ່ດົນມານີ້ ທີ່ເຂດເສດຖະກິດ ພິເສດບຶງທາດຫຼວງ ໂດຍມີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ອຳນວຍການໂຮງໝໍມິດຕະພາບ ພ້ອມດ້ວຍຄະນະອຳນວຍການ, ບັນດາໂຮງໝໍສູນກາງອ້ອມຂ້າງ, ກົມກອງ, ພະແນກການຕ່າງໆ, ສະມາຄົມຜູ້ສູງອາຍຸນະຄອນຫຼວງວຽງຈັນ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ສະໜອງ ທອງຊະນະ ກ່າວວ່າ: ໃນວັນທີ 29 ຕຸລາ ຂອງແຕ່ລະປີຢູ່ທົ່ວໂລກໄດ້ມີການຈັດງານສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ. ໃນນີ້ ສຳລັບ ສປປ ລາວ ການຈັດກິດຈະກຳສະເຫຼີມສະຫຼອງວັນດັ່ງກ່າວ ປີນີ້ເປັນຄັ້ງທີ 7 ພະຍາດດັ່ງກ່າວ ຍັງໄດ້ຖືກປະກາດໃຫ້ເປັນບັນຫາສຸກເສີນທາງດ້ານສາທາລະນະສຸກໃນທົ່ວໂລກ, ພະຍາດເສັ້ນເລືອດສະໝອງແມ່ນເປັນສາຍເຫດຫຼັກເຮັດໃຫ້ເກີດຄວາມພິການ (ອໍາມະພຶກ-ອຳມະພາດ) ແລະ ເປັນສາເຫດການຕາຍເປັນອັນດັບທີ 2 ຂອງສາເຫດການເສຍຊີວິດໃນທົ່ວໂລກ.
ອີງຕາມຂໍ້ມູນໃຫ້ຮູ້ວ່າ: ປັດຈຸບັນ ໃນທົ່ວໂລກມີຄົນເຈັບທີ່ເປັນ Stroke ປະມານ 12,2 ລ້ານຄົນ/ປີ ທີ່ເປັນກໍລະນີໃໝ່ (ສະເລ່ຍແມ່ນໃນທຸກ 3 ວິນາທີ/1 ກໍລະນີ), ມີປະມານ 101 ລ້ານຄົນ ທີ່ລອດຊີວິດ ຫຼື ເຄີຍເປັນ Stroke ມາກ່ອນ ແລະ ມີປະມານ 6,5 ລ້ານຄົນເສຍຊີວິດໃນແຕ່ລະປີ. ໃນນັ້ນ, 89% ຂອງອັດຕາການເສຍຊີວິດ ແລະ ຄວາມພິການຂອງຄົນເຈັບ stroke ເກີດຂຶ້ນໃນປະຊາກອນທີ່ຢູ່ປະເທດທີ່ມີລາຍຮັບຕໍ່າຫາປານກາງ.
ພາບ-ຂ່າວ: ສູນຂ່າວສານການເພດສຸຂະສຶກສາ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
