Skip to main content

ຄໍາມ່ວນ ເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະຈໍາປີ 2023 ຢ່າງຄຶກຄື້ນ

31/10/2023

ແຂວງຄໍາມ່ວນ ເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະຈໍາປີ 2023 ໃນຕອນເຊົ້າວັນທີ 27 ຕຸລາ 2023 ທີ່ຜາມໄຊແຄມຂອງ ເທດສະບານເມືອງທ່າແຂກ ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະຈໍາປີ 2023 ພ້ອມດ້ວຍບັນດາອະດີດການນໍາຂອງແຂວງ , ຄະນະນໍາຂັ້ນສູງຂອງແຂວງ, ພຣະເຖຣະນຸເຖຣະ, ຫົວໜ້າພະແນກການ, ຕາງໜ້າບໍລິສັດ, ລັດວິສາຫະກິດ, ຫົວໜ່ວຍທຸລະກິດຜູ້ປະກອບການອ້ອມຂ້າງແຂວງ, ຕາງໜ້າເມືອງໃນ 10 ຕົວເມືອງ ຕະຫຼອດຮອດອະນຸກໍາມະການ, ສີພາຍເຮືອຊ່ວງຈາກພາຍໃນແຂວງ, ຕ່າງແຂວງ ແລະ ແຂກຖືກເຊີນຢ່າງຟົດຟື້ນ.
ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ທັງເປັນຮອງປະທານຈັດງານ ໄດ້ລາຍງານກ່ຽວກັບການຫ້າງຫາກະກຽມງານບຸນປະເພນີອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະຈໍາປີ 2023 ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ງານບຸນເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ ແລະ ເປັນຂະບວນການຟົດຟື້ນ ພ້ອມທັງຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນ ແລະ ເພື່ອຕອບສະໜອງກັບຈຸດປະສົງ, ເປົ້າໝາຍຂອງການທ່ອງທ່ຽວ 3 ຍອດຍິ່ງ ທີ່ແຂວງໄດ້ກໍານົດຂຶ້ນຄື: ຍອດຍິ່ງທາງສິລະປະ-ວັດທະນະທຳ-ຮີດຄອງປະເພນີອັນດີງາມ, ຍອດຍິ່ງທາງດ້ານທຳມະຊາດທີ່ສວຍສົດງົດງາມ ແລະ ຍອດຍິ່ງທາງດ້ານປະຫວັດສາດອັນເປັນມູນເຊື້ອພິລະອາດຫານ ພາຍໃນງານຈຶ່ງໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກຳ ເຊັ່ນ: ການແຂ່ງຂັນເຮືອຊ່ວງ, ໄຫຼເຮືອໄຟ, ການປ່ອຍກະໂທງສາຍ ຈໍານວນ 2.566 ດວງ, ການສະແດງສິລະປະ-ລຳຜະຫຍາມະຫາໄຊ ທີ່ເປັນເອກະລັກຂອງແຂວງ, ການວາງສະແດງ ແລະ ຈໍາໜ່າຍສິນຄ້າໂອດັອບ ແລະ ການແລກປ່ຽນຊື້-ຂາຍສິນຄ້າຂອງພໍ່ແມ່ປະຊາຊົນດ້ວຍກັນ.


ສະເພາະກິດຈະກຳການແຂ່ງຂັນເຮືອຊ່ວງ ແມ່ນໄດ້ມີເຮືອທີ່ສົ່ງເຂົ້າຮ່ວມແຂ່ງຂັນທີ່ມາຈາກບັນດາບ້ານ, ເມືອງ ແລະ ແຂວງຕ່າງໆ ພາຍໃນ ແລະ ຕ່າງປະທດ ມີທັງໝົດ ຈໍານວນ 32 ລໍາ ໃນນັ້ນ ເຮືອໃຫຍ່ປະເພດ 50-55 ສີພາຍ ມີ 8 ລໍາ, ເຮືອກາງ 30-35 ສີພາຍ 10 ລໍາ ແລະ ເຮືອຊ່ວງມິດຕະພາບ 14 ລໍາ ໃນນີ້ມາຈາກແຂວງນະຄອນພະນົມ ປະເທດໄທ 4 ລໍາ. ນອກນີ້ ຍັງຈະຮັບຊົມການໄຫຼເຮືອໄຟ ຈໍານວນ 3 ລໍາ ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີມູນເຊື້ອ, ວັດທະນະທຳອັນດີງາມຂອງຊາດ ໄວ້ໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮຽນຮູ້ ແລະ ສືບທອດຕໍ່ໄປ ຊຶ່ງເຮືອໄຟ ລໍາທຳອິດ ແມ່ນມີຮູບພຣະທາດສີໂຄດຕະບອງເປັນເອກະລັກ ທີ່ເປັນຕົວແທນໃຫ້ແກ່ພຣະພຸດທະສາສະໜາ, ລໍາທີ 2 ມີຮູບຫໍຫຼັກເມືອງ ເປັນຕົວແທນໃຫ້ແກ່ພຣະແມ່ຄົງຄາ ແລະ ລໍາທີ 3 ມີຮູບຫໍໄຫວ້ 21 ມີນາ ເປັນຕົວແທນໃຫ້ແກ່ພຣະແມ່ທໍລະນີ.
ງານບຸນດັ່ງກ່າວ ແມ່ນຈະໄດ້ດໍາເນີນເປັນເວລາ 3 ວັນ ລະຫວ່າງວັນທີ 27-29 ຕຸລາ 2023 ຂໍເຊີນຊວນທຸກພາກສ່ວນ ຕະຫຼອດເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າມາທ່ຽວຊົມ ແລະ ໃຫ້ການປະກອບສ່ວນໃນດ້ານຕ່າງໆ ເພື່ອເຮັດໃຫ້ງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດສຳເລັດໄປດ້ວຍດີ ແລະ ຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງປະຕິບັດຕາມຂໍ້ກຳນົດ, ກົດລະບຽບຕ່າງໆ ທີ່ຄະນະກຳມະການຈັດງານວາງອອກຢ່າງເຂັ້ມງວດ ເພື່ອຄວມສະຫງົບ, ຄວາມປອດໄພ ແລະ ເປັນຄວາມລະບຽບຮຽບຮ້ອຍຕະຫຼອດການຈັດງານ.

#khammouane News