Skip to main content

ເມືອງຫຼວງນໍ້າທາ ສຳເລັດງານແຂ່ງຂັນຊ່ວງເຮືອ ໂອກາດບຸນອອກພັນສາ ປະຈຳປີ 2023

06/11/2023

ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ສຳເລັດການຈັດງານແຂ່ງຂັນຊ່ວງເຮືອປະເພນີ ເນື່ອງໃນໂອກາດວັນບຸນອອກພັນສາປະວໍລະນາ ປະຈໍາປີ 2023 ຊຶ່ງກົງກັບວັນທີ 31 ຕຸລາ 2023 ທີ່ທ່ານໍ້າທາເຂດສວນວັດທະນະທໍາບັນດາເຜົ່າແຂວງ, ໂດຍມີ ທ່ານ ຈັນທອງ ແກ້ວປະສີດ ຮອງເລຂາພັກແຂວງ ແລະ ທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງຫຼວງນໍ້າທາ ພ້ອມດ້ວຍການນໍາຂອງແຂວງ, ເມືອງ, ອົງການຈັດຕັ້ງບ້ານ, ເຖົ້າແກ່ອາວຸໂສຜູ້ຊົງຄຸນວຸດທິ, ບໍລິສັດ, ລັດວິສາຫະກິດ ຕະຫຼອດຮອດນັກສີພາຍຍິງ-ຊາຍ ແລະ ມວນຊົນຊາວຫຼວງນໍ້າທາເຂົ້າຮ່ວມດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.
ໃນພິທີ, ທ່ານ ຫຼ້າປະເສີດ ສີປະເສີດ ກ່າວວ່າ: ງານແຂ່ງຂັນຊ່ວງເຮືອ ເນື່ອງໃນວັນບຸນອອກພັນສາປະວໍລະນາ ປະຈຳປີ 2023 ແມ່ນງານບຸນປະເພນີຂອງຊາວພຸດກໍຄືຊາວລາວທີ່ໄດ້ສືບທອດກັນມາແຕ່ບູຮານນະການພາຍຫຼັງຈໍາພັນສາປະຕິບັດທໍາຂອງພະສົງສໍາມະເນນ ໂດຍການແຂ່ງຂັນຊ່ວງເຮືອປີນີ້ ມີເຮືອເຂົ້າແຂ່ງຂັນທັງໝົດ 18 ລໍາ, ໃນນີ້ເຮືອປະເພດ 30 ສີພາຍຊາຍ 6 ລໍາ, ເຮືອປະເພດ 30 ສີພາຍ 5 ລໍາ ແລະ ເຮືອ 12 ສີພາຍຊາຍ 7 ລໍາ.


ຜ່ານການແຂ່ງຂັນຊ່ວງເຮືອປະເພດ 30 ສີພາຍຊາຍ ຊະນະເລີດ ເຮືອບ້ານຂອນ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 15 ລ້ານກີບ, ອັນດັບທີ 2 ເຮືອ ປກສ ແຂວງ ໄດ້ຮັບເງິນລາງວັນ 12 ລ້ານກີບ, ອັນດັບທີ 3 ເຮືອບ້ານຫຼວງ ໄດ້ຮັບເງິນລາງວັນ 10 ລ້ານກີບ ແລະ ອັນດັບທີ 4 ເຮືອບ້ານວຽງໃຕ້ ໄດ້ຮັບເງິນລາງວັນ 6 ລ້ານກີບ; ເຮືອປະເພດ 30 ສີພາຍຍິງ ຊະນະເລີດ ເຮືອບ້ານຂອນ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນລາງວັນ 15 ລ້ານກີບ, ອັນດັບທີ 2 ເຮືອບ້ານວຽງເໜືອ ໄດ້ຮັບເງິນລາງວັນ 12 ລ້ານກີບ, ອັນດັບທີ 3 ເຮືອບ້ານວຽງໃຕ້ ໄດ້ຮັບເງິນລາງວັນ 10 ລ້ານກີບ ແລະ ອັນດັບທີ 4 ເຮືອບ້ານຫຼວງ ໄດ້ຮັບເງິນລາງວັນ 6 ລ້ານກີບ; ເຮືອປະເພດ 12 ສີພາຍຊາຍ ຊະນະເລີດ ເຮືອອີໂວຕາດນໍ້າດີ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນລາງວັນ 10 ລ້ານກີບ, ອັນດັບທີ 2 ເຮືອຮ້ານອາຫານ 902 ໄດ້ຮັບເງິນລາງວັນ 8 ລ້ານກີບ, ອັນດັບທີ 3 ເຮືອພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ຮັບເງິນລາງວັນ 6 ລ້ານກີບ ແລະ ອັນດັບທີ 4 ເຮືອບໍລິສັດແກັດຊັງລຽວ ໄດ້ຮັບເງິນລາງວັນ 4 ລ້ານກີບ.

ໃນວັນບຸນອອກພັນສາປະວໍລະນາຢູ່ເມືອງຫຼວງນໍ້າທາຄັ້ງນີ້ ນອກຈາກການແຂ່ງຂັນຊ່ວງເຮືອແລ້ວ ພາຍໃນງານ ຍັງໄດ້ມີການຄົບງັນຂອງວົງດົນຕີ, ຕະຫຼາດນັດຂາຍເສື້ອຜ້າ, ການວາງສະແດງສິນຄ້າ, ຜະລິດຕະພັນຕ່າງໆ ຕະຫຼອດຮອດເຄື່ອງຫຼິ້ນ, ເຄື່ອງກິນ-ດື່ມຕ່າງໆ ຄອຍບໍລິການໃຫ້ແກ່ຜູ້ໄປທ່ຽວງານບຸນ, ໃນເວລາຕອນຄໍ່າໄດ້ມີການວຽນທຽນ, ລອຍກະໂທງ, ໄຫຼເຮືອໄຟຕາມຮີດຄອງປະເພນີຕື່ມອີກ.

ຂ່າວ: ສົມພອນ ຂຸນດາວົງ