Skip to main content

ເຮັດບີທີ 941 ຄວ້າແຊ໋ມ ເຕະບານ ນະຄອນຫຼວງລີກ 2 ປະຈຳປີ 2023

06/11/2023

ສະໂມສອນ ເຮັດບີທີ 941 ເອັບຊີ ຫຼື HBT 941 ຄອງແຊ໋ມການແຂ່ງຂັນເຕະບານ ລາວລີກ 2 ຫຼື ລາຍການ ນະຄອນຫຼວງລີກ 2 (Vientiane Capital League 2) ພ້ອມເງິນລາງວັນ 50 ລ້ານກີບ ຂະນະທີ່ອັນດັບທີ 2 ຕົກເປັນຂອງສະໂມສອນ ເອັບຊີ ຈັນທະບູລີ ອະດີດແຊ໋ມລາວລີກ 5 ສະໄໝຊ້ອນ. ສ່ວນ ນິລັນ ຫຼວງສີສົມບັດ ຈາກສະໂມສອນ ໄອ-ສະປອດ ເອັບຊີ ຄວ້າລາງວັນດາວຍິງສູງສຸດ ຫຼັງຍິງຄົນດຽວ 25 ປະຕູ.
ພິທີມອບ-ຮັບລາງວັນໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ 4 ພະຈິກ 2023 ທີ່ສະໜາມກິລາເຈົ້າອານຸວົງ ໂດຍໃຫ້ກຽດມອບລາງວັນຕ່າງໆຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ທັງເປັນປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າບໍລິສັດ ລາວໂຕໂຢຕ້າ ບໍລິການຈຳກັດ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດກອງເຊຍເຂົ້າຮ່ວມຢ່າງພ້ອມພຽງ.


ສຳລັບຜົນງານຂອງ ສະໂມສອນ ເຮັດບີທີ 941 ລົງສະໜາມ 22 ນັດ ຊະນະ 17 ນັດ, ສະເໝີ 3 ນັດ ແລະ ເສຍ 2 ນັດ ຫຼ້າສຸດລົງສະໜາມນັດສຸດທ້າຍ ເສຍໃຫ້ ເອັບຊີ ຈັນທະບູລີ 2-3 ປະຕູ ລວມມີ 54 ຄະແນນ ສ່ວນອັນດັບທີ 2 ສະໂມສອນ ເອັບຊີ ຈັນທະບູລີ ລົງສະໜາມ 22 ນັດ ຊະນະ 15 ນັດ, ສະເໝີ 5 ນັດ ແລະ ເສຍ 2 ນັດ ລວມມີ 50 ຄະແນນ, ອັນດັບທີ 3 ສະໂມສອນ ຄິງດອມ ເອັບຊີ, ອັນດັບທີ 4 ສະໂມສອນ ເມືອງຫາດ ເອັບຊີ, ອັນດັບທີ 5 ສະໂມສອນ ເຄເອັມທີ ເອັບຊີ, ອັນດັບທີ 6 ສະໂມສອນ ໄອ-ສະປອດ ເອັບຊີ, ອັນດັບທີ 7 ສະໂມສອນ ເອັດທີທີ ເອັບຊີ, ອັນດັບທີ 8 ມະຫາວິຍາໄລແຫ່ງຊາດ ຫຼື ມຊ ເອັບຊີ, ອັນດັບທີ 9 ສະໂມສອນ ເອັດອີຊີ ເອັບຊີ, ອັນດັບທີ 10 ສະໂມສອນ ຈັນສີ ເອັບຊີ, ອັນດັບທີ 11 ສະໂມສອນ ທຣີນິຕີ ເອັບຊີ ແລະ ອັນດັບທີ 12 ສະໂມສອນ ເຄພີເອັດ ເອັບຊີ.

ລາຍການນີ້ ຊະນະເລີດ ໄດ້ຮັບຂັນເງິນ ຂັນແຊ໋ມ 1 ໜ່ວຍ ພ້ອມເງິນສົດ 50.000.000 ກີບ ນອກຈາກນັ້ນ ກໍຍັງມີລາງວັນຕ່າງໆ ເປັນຕົ້ນ ລາງວັນນັກຮັບດີເດັ່ນ ເປັນຂອງທ້າວ ທັດສະນະ ພະພັກດີ ສະໂມສອນ ເຮັດບີທີ, ລາງວັນນັກກິລາດີເດັ່ນແມ່ນ ທ້າວ ດາວພະຫັດ ກຳກາສົມພູ ສະໂມສອນ ເຄເອັມທີ, ລາງວັນດາວຊັນໂວ ເປັນຂອງ ທ້າວ ນີິລັນ ຫຼວງສີສົມບັດ ຍິງຄົນດຽວ 25 ປະຕູ, ລາງວັນທີມມາລະຍາດດີເດັ່ນແມ່ນ ສະໂມສອນ ທຣີນິຕີ ເອັບຊີ ແລະ ລາງວັນຄູຝຶກດີເດັ່ນແມ່ນ ທ່ານ ອ່ອນແກ້ວ ຈາກສະໂມສອນ ເຮັດບີທີ 941 ແຕ່ລະລາງວັນ ແມ່ນໄດ້ຮັບເງິນລາງວັນລະ 1.500.000 ກີບ.

ຂ່າວໂດຍ: ສົງການ ພັນແພງດີ