ສກຂ ຈຳປາສັກ ຮ່ວມກັບ ດີພີ ສະປອດ ກຽມຈັດແຂ່ງຂັນເປຕັງຄູ່ຊາຍຮຸ່ນທົ່ວໄປ ຕ້ອນຮັບວັນຊາດ ຄົບຮອບ 48 ປີ ເສົານີ້
24/11/2023

ຂະແໜງກິລາ-ກາຍະກຳ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຈຳປາສັກ ຮ່ວມກັບ ຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ກຽມຈັດການແຂ່ງຂັນກິລາເປຕັງປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນປະທານສະໂມສອນກິລາເປຕັງ 3 ອໍ ເພື່ອສ້າງຂະບວນຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ຕາມການລາຍງານຂອງ ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ໃຫ້ຮູ້ວ່າ: ເພື່ອເປັນການສ້າງຂະບວນຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. ສະນັ້ນ, ຂະແໜງກິລາ-ກາຍະກຳ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຈຳປາສັກ ຮ່ວມກັບ ຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ຈຶ່ງກຽມຈັດການແຂ່ງຂັນກິລາເປຕັງປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນປະທານສະໂມສອນກິລາເປຕັງ 3 ອໍ ທີ່ສະໜາມກິລາເປຕັງ 3 ອໍ ນະຄອນປາກເຊ ແຂວງຈຳປາສັກ ໃນລະຫວ່າງວັນທີ 25-26 ພະຈິກ 2023.
ການແຂ່ງຂັນກິລາເປຕັງຄັ້ງນີ້ ແມ່ນເປີດຮັບສະໝັກແຕ່ວັນທີ 23 ພະຈິກ ເປັນຕົ້ນມາ ຮັບບໍ່ຈຳກັດ, ທີມທີ່ເຂົ້າຮ່ວມແຂ່ງຂັນຕ້ອງລົງທະບຽນທີມລະ 400.000 ກີບ, ນັກກິລາທີມປະສົບແຂວງຊຸດຊຽງຂວາງ ເກມ ຫຼື ທີມຊາດ ສາມາດເຂົ້າຮ່ວມແຂ່ງຂັນໄດ້ທີມລະ 1 ຄົນ ແລະ ນັກກິລາຕ້ອງແຕ່ງກາຍໃສ່ເສື້ອທີ່ມີສີດຽວກັນ, ໂສ້ງຂາສັ້ນ ຫຼື ຂາຍາວສຸພາບ, ເກີບຜ້າໃບ ແຕ່ຖ້າທີມໃດແຕ່ງບໍ່ຖືກຕາມລະບຽບທີ່ກຳນົດໄວ້ແມ່ນຈະບໍ່ໃຫ້ເຂົ້າຮ່ວມແຂ່ງຂັນ.
ຂະນະທີ່ປະເພດເງິນລາງວັນ ຊະນະເລີດ ຈະໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 10.000.000 ກີບ, ຮອງຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 5.000.000 ກີບ, ອັນດັບທີ 3 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 3.000.000 ກີບ ແລະ ອັນດັບທີ 4 ໄດ້ຮັບເງິນລາງວັນ 500.000 ກີບ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
