ໜ່ວຍພັກຮາກຖານກົມການສຶກສາກ່ອນໄວຮຽນ ດຳເນີນການປະເມີນສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026
23/11/2026

ໃນລະຫວ່າງວັນທີ 18-19 ພະຈິກ 2026 ທີ່ຫ້ອງປະຊຸມ 425 ກະຊວງສຶກສາທິການ ແລະ ກິລາ, ໜ່ວຍພັກຮາກຖານກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມດຳເນີນການປະເມີນສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຈອມແພງ ວົງສາ ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ຄຳຕຸ່ນ ຄຳພາວັນ ຫົວໜ້າພະແນກປ້ອງກັນພາຍໃນພັກ-ປ້ອງກັນພະນັກງານ, ພ້ອມດ້ວຍບັນດາສະຫາຍຄະນະຮັບຜິດຊອບລົງຊຸກຍູ້ຕິດຕາມການປະເມີນສະມາຊິກພັກ ເພື່ອກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສຳລັບກຸ່ມ 4, ຄະນະໜ່ວຍພັກ, ຫົວໜ້າຈຸ, ຮອງຫົວໜ້າຈຸ ແລະ ສະມາຊິກພັກພາຍໃນໜ່ວຍພັກຮາກຖານກົມການສຶກສາກ່ອນໄວຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຕາງໜ້າຄະນະໜ່ວຍພັກຮາກຖານກົມການສຶກສາກ່ອນໄວຮຽນ ໄດ້ກ່າວເປີດກອງປະຊຸມ ແລະ ລາຍງານສະພາບລວມຂອງໜ່ວຍພັກ ໃຫ້ຄະນະຮັບຜິດຊອບຂັ້ນກະຊວງຮັບຊາບວ່າ: ໜ່ວຍພັກຮາກຖານກົມການສຶກສາກ່ອນໄວຮຽນ ປະກອບມີຄະນະໜ່ວຍພັກ 3 ສະຫາຍ, ຍິງ 1 ສະຫາຍ, ມີ 2 ຈຸພັກຂຶ້ນກັບ ແລະ ມີສະມາຊິກພັກທັງໝົດ 40 ສະຫາຍ, ຍິງ 29 ສະຫາຍ; ໃນນັ້ນ, ສະມາຊິກພັກປະຈຳການ 24 ສະຫາຍ, ຍິງ 18 ສະຫາຍ (ສົມບູນທັງໝົດ 24 ສະຫາຍ) ແລະ ສະມາຊິກພັກບຳນານ 16 ສະຫາຍ, ຍິງ 11 ສະຫາຍ. ສຳລັບສະມາຊິກພັກທີ່ມີເງື່ອນໄຂຄົບຖ້ວນໃນການປະເມີນຄັ້ງນີ້ ມີຈຳນວນ 23 ສະຫາຍ, ຍິງ 17 ສະຫາຍ (ມີ 1 ສະຫາຍທີ່ຍົກຍ້າຍມາປະຈຳການໃໝ່ ຈຶ່ງຍັງບໍ່ທັນໄດ້ຮັບການປະເມີນ). ພິເສດ, ໃນໜ່ວຍພັກຮາກຖານກົມການສຶກສາກ່ອນໄວຮຽນ ຍັງມີສະຫາຍ ຮອງເລຂາຄະນະບໍລິຫານງານພັກກະຊວງ ມາຮ່ວມເຄື່ອນໄຫວຊີວິດພັກນຳໜ່ວຍອີກດ້ວຍ.
ວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ແມ່ນຕິດພັນໂດຍກົງກັບການນຳພາ-ຊີ້ນຳວຽກງານວິຊາສະເພາະຕາມພາລະບົດບາດ ເພື່ອເຮັດໃຫ້ວຽກງານການສຶກສາກ່ອນໄວຮຽນ ມີການຂະຫຍາຍການເຂົ້າເຖິງ, ກຽມຄວາມພ້ອມໃຫ້ເດັກນ້ອຍໃນເກນອາຍຸຢ່າງທົ່ວເຖິງ ແລະ ເທົ່າທຽມ ພ້ອມທັງຮັບປະກັນຄຸນນະພາບດ້ານພັດທະນາການທັງ 5 ດ້ານຂອງເດັກ ກ່ອນເຂົ້າຮຽນໃນຊັ້ນປະຖົມສຶກສາ ປີທີ 1 ແລະ ຊັ້ນຖັດໄປ.
ສຳລັບການດຳເນີນການປະເມີນສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ໃນຄັ້ງນີ້ ແມ່ນໄດ້ປະຕິບັດຕາມ 4 ຂັ້ນຕອນ ແລະ ຂະບວນການ ຄື: ໜ່ວຍພັກຮາກຖານກົມການສຶກສາກ່ອນໄວຮຽນ ອອກມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການປະເມີນໜ່ວຍພັກ ແລະ ສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026; ເຜີຍແຜ່ເຊື່ອມຊຶມຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ແບບຟອມການປະເມີນໜ່ວຍພັກ ແລະ ສະມາຊິກພັກ; ດຳເນີນການປະເມີນໜ່ວຍພັກ ແລະ ສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຂອງໜ່ວຍພັກຮາກຖານ; ສະຫຼຸບຕີລາຄາ ແລະ ລາຍງານຜົນການຕີລາຄາໜ່ວຍພັກ ແລະ ສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ພ້ອມທັງວາງແຜນການກໍ່ສ້າງໜ່ວຍພັກ ແລະ ສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2027.
ພາບ-ຂໍ້ມູນ: ກວຮ












